ການຮ່ວມມືໃນການຄົ້ນຄວ້າວິທະຍາສາດລະຫວ່າງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ສະຖາບັນການປົກຄອງ ກວາງຊີ ສປ ຈີນ
ໃນລະຫວ່າງວັນທີ 20-24 ຕຸລາ 2025 ຄະນະຜູ້ແທນ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ນຳໂດຍສະຫາຍ ປທ. ນ. ຄຳຫຼ້າ ແກ້ວອຸ່ນຄຳ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ພ້ອມດ້ວຍຄະນະຈຳນວນ 6 ສະຫາຍ ໄດ້ເດີນທາງໄປຢ້ຽມຢາມແລກປ່ຽນບົດຮຽນ ແລະສະເໜີບົດຄົ້ນຄວ້າວິທະຍາສາດ ຢູ່ສະຖາບັນປົກຄອງ ກວາງຊີ ກວາງຊີ ສປ ຈີນ ເຊິ່ງໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ສະຫາຍ ໜິວ ຊ່ຽນເຟີນ…
ຄະນະວິຊາການ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດລາວ ເຂົ້າຮ່ວມກອງປະຊຸມເວທີປາໄສ ຈຸນອີ້ ຄັ້ງທີ 4 ຢູ່ໂຮງຮຽນພັກ (ສະຖາບັນການປົກຄອງ) ເມືອງຈຸນອີ້, ແຂວງ ກຸ້ຍໂຈ, ສປ ຈີນ
ໃນທ່າມກາງການພົວພັນແບບຄູ່ຮ່ວມຍຸດທະສາດທີ່ໝັ້ນຄົງ ລະຫວ່າງ ສປປ ລາວ ແລະ ສປ ຈີນ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດລາວ (ສມປຊ) ໄດ້ສືບຕໍ່ເສີມຂະຫຍາຍການຮ່ວມມືດ້ານການເມືອງ-ການປົກຄອງ ຜ່ານການເຂົ້າຮ່ວມກອງປະຊຸມວິຊາການລະດັບສາກົນ. ໃນລະຫວ່າງວັນທີ 14 ຫາ 16 ຕຸລາ 2025, ຄະນະພະນັກງານ, ຄູ-ອາຈານ ຈາກ ສມປຊ, ນຳໂດຍ ທ່ານ ປອ ສຸພາວະດີ ຫຼ້າຄຳສາຍ, ຄະນະບໍລິຫານງານພັກ, ຫົວໜ້າກົມຄຸ້ມຄອງການຮຽນ-ການສອນ,…
ສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງຍົກລະດັບຂີດຄວາມສາມາດໃນການສ້າງຄັງຂໍ້ມູນດິຈີຕອນດ້ວຍລະບົບ Dspace
ສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ສໍາເລັດການຈັດຝຶກອົບຮົມຫົວຂໍ້: “ຄວາມຮູ້ພື້ນຖານການນຳໃຊ້ລະບົບໂປຣແກຣມດິດສະເປັກ (DSpace)” ຢ່າງຈົບງາມ. ການຝຶກອົບຮົມໄດ້ດຳເນີນໄປຕາມທິດຊີ້ນຳ ຂອງຄະນະພັກ-ຄະນະນຳ ສມປຊ ເພື່ອຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກ ສມປຊ, ຊຶ່ງເປັນບາດກ້າວສຳຄັນໃນການຫັນເປັນທັນສະໄໝດ້ານວຽກງານບໍລິການຂໍ້ມູນຂ່າວສານ ແລະຕອບສະໜອງຄວາມຕ້ອງການໃນການຄົ້ນຄວ້າຮໍ່າຮຽນ ແລະການສິດສອນ ຂອງພະນັກງານ, ຄູ-ອາຈານ ແລະນັກສຶກສາ ພາຍໃນສະຖາບັນ. ການຝຶກອົບຮົມຄັ້ງນີ້ ໄດ້ດຳເນີນ ເປັນເວລາ 5 ວັນ…
ກອງປະຊຸມສໍາມະນາວິທະຍາສາດ ພາຍໃຕ້ຫົວຂໍ້: “50 ປີ ແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ-ບົດຮຽນ ຂອງບັນດາແຂວງ, ນະຄອນຫຼວງວຽງຈັນ”
ກອງປະຊຸມສໍາມະນາວິທະຍາສາດທີ່ຍິ່ງໃຫຍ່ ພາຍໃຕ້ຫົວຂໍ້ “50 ປີ ແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ-ບົດຮຽນ ຂອງບັນດາແຂວງ, ນະຄອນຫຼວງວຽງຈັນ” ໄດ້ໄຂຂຶ້ນຢ່າງເປັນທາງການດ້ວຍບັນຍາກາດອັນຟົດຟື້ນ ທີ່ໂຮງຮຽນການເມືອງ ແລະ ການປົກຄອງແຂວງຈຳປາສັກ ໃນວັນທີ 29 ຕຸລາ 2025. ກອງປະຊຸມຄັ້ງນີ້ ມີຄວາມໝາຍສຳຄັນທັງດ້ານທິດສະດີ ແລະ ພຶດຕິກຳສູງ, ຈັດຂຶ້ນໃນທ່າມກາງທີ່ທົ່ວພັກ, ທົ່ວລັດ ແລະ ປະຊາຊົນບັນດາເຜົ່າ ພວມສຸມໃສ່ຈັດຕັ້ງປະຕິບັດເນື້ອໃນຈິດໃຈມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກໃນທ້າຍສະໄໝ ແລະ…
