ພິທີປິດຊຸດຮຽນທິດສະດີການເມືອງ ແລະ ການປົກຄອງ ລະບົບຊັ້ນຕົ້ນ ຮຸ່ນທີ III ເມືອງປາກລາຍ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 23 ພຶດສະພາ 2023 ຢູ່ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການເມືອງປາກລາຍ; ເປັນກຽດເຂົ້າຮ່ວມມີ ທ່ານ ດວງຕາ ໄຊວຸດ ຮອງເລຂາຄະນະບໍລິຫານງານພັກແຂວງໄຊຍະບູລີ, ທ່ານ ກອງສີ ວົງສີ ກຳມະການພັກແຂວງໄຊຍະບູລີ ເຈົ້າເມືອງເມືອງປາກລາຍ, ມີທ່ານ ບຸນຍອງ ອາລິລັກ ຮອງຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງ, ມີກຳມະການປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ, ກົມກອງ, ແຂກຖືກເຊີນພ້ອມດ້ວຍຄູ-ອາຈານ ຕະຫຼອດຮອດນັກສຶກສາ ທິດສະດີການເມືອງ ແລະການປົກຄອງຊັ້ນຕົ້ນຮຸ່ນທີ III ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ທ່ານ ນາງ ຈັນເພັງ ສີບົວຄຳ ກໍາມະການປະຈຳພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງປາກລາຍ ຕາງໜ້າຄະນະຮັບຜິດຊອບໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດການຮຽນການສອນທິດສະດີການເມືອງ ແລະການປົກຄອງ ລະບົບກໍ່ສ້າງ ຊັ້ນຕົ້ນ 3 ເດືອນ ຮຸ່ນທີ III ສຳລັບພະນັກງານ, ອົງການ, ກົມກອງອ້ອມຂ້າງເມືອງ. ຊຶ່ງເລີ່ມດຳເນີນການຮຽນ-ການສອນ ນັບແຕ່ວັນທີ 1 ມີນາ 2023 ຮອດວັນທີ 19 ພຶດສະພາ 202, ມີນັກສຶກສາທັງໝົດ 60 ສະຫາຍ, ຍິງ 14 ສະຫາຍ, ເນື້ອໃນການຮຽນ-ການສອນ ແມ່ນປະກອບດ້ວຍວິຊາຄວາມຮູ້ພື້ນຖານທົ່ວໄປ, ຄວາມຮູ້ເຕັກນິກທົ່ວໄປ ແລະຄວາມຮູ້ວິຊາສະເພາະ ທາງດ້ານການເມືອງ ແລະການປົກຄອງ ລວມມີທັງໝົດ 9 ວິຊາຮຽນ,ໃຊ້ເວລາ ຂຶ້ນຫ້ອງຮຽນຕົວຈິງ , ລວມເວລາຮຽນທັງໝົດ 455 ຊົ່ວໂມງ ເທົ່າກັບ 28,43 ໜ່ວຍກິດ, ລວມທັງການສອບເສັງຈົບຊັ້ນ, ອາຈານສອນ ແມ່ນໄດ້ຮັບເຊີນອາຈານ ຢູ່ໂຮງຮຽນການເມືອງ ແລະການປົກຄອງແຂວງເປັນຕົ້ນຕໍ ແລະອາຈານພາຍໃນເມືອງທີ່ມີປະສົບການ ແລະໄດ້ຜ່ານການຄົ້ນຄ້ວາຮໍ່າຮຽນທິດສະດີການເມືອງ ແລະການປົກຄອງມາກ່ອນ;

ຜ່ານການຈັດຕັ້ງປະຕິບັດການຮຽນການສອນສາມາດສະຫຼຸບຜົນຂອງການສອບເສັງ 9 ວິຊາ ຊຶ່ງສາມາດສອບເສັງໄດ້ 100%, ຄະແນນສະເລ່ຍສາມາດຈັດປະເພດເກດ B+ ຈໍານວນ 60 ທ່ານ ຍິງ 14 ທ່ານ;ໃນໂອກາດດຽວກັນນີ້ ທ່ານ ດວງຕາ ໄຊວຸດ ຮອງເລຂາຄະນະບໍລິຫານງານພັກແຂວງໄຊຍະບູລີຍັງໄດ້ມອບໃບປະກາສະນີຍະ ບັດໃຫ້ບັນດາຜູ້ທີ່ສຳເລັດໃນການຮຽນຄັ້ງນີ້ຕື່ມອີກ. ຍ້ອນນັກສຶກສາໄດ້ເອົາໃຈໃສ່ຕໍ່ການສຶກສາຮໍ່າຮຽນ, ປະຕິບັດກົດລະບຽບ ຂອງໂຮງຮຽນໄດ້ດີ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງ ຈຶ່ງເຮັດໃຫ້ມີນັກສຶກສາຈໍານວນໜຶ່ງໄດ້ກາຍເປັນແບບຢ່າງ ແລະ ເປັນບຸກຄົນດີເດັ່ນ ຂອງຊຸດຮຽນ ຊຶ່ງສາມາດເລືອກນັກສຶກສາດີເດັ່ນຮຽນເກັ່ງໄດ້ຮັບໃບຍ້ອງຍໍຈາກທ່ານເຈົ້າເມືອງປະເພດ I ຈໍານວນ 27 ທ່ານ, ຍິງ 7 ທ່ານ ແລະປະເພດ II ຈໍານວນ 33 ທ່ານ, ຍິງ 7 ທ່ານ; ໃນໂອກາດດຽວກັນນີ້ ທ່ານ ດວງຕາ ໄຊວຸດ ຮອງເລຂາຄະນະບໍລິຫານງານພັກແຂວງໄຊຍະບູລີ ມີຄຳເຫັນຕໍ່ຄະນະຮັບຜິດຊອບຊຸດຮຽນ ແລະນັກສຶກສາ ເຊິ່ງທ່ານໄດ້ເນັ້ນໜັກວ່າ: ໜຶ່ງ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານໃຫ້ເລິກເຊິ່ງເຖິງຖອງ, ສອງ, ສືບຕໍ່ປັບປຸງແບບແຜນວິທີເຮັດວຽກ, ປະຕິບັດຫຼັກການລວມສູນປະຊາທິປະໄຕ, ສາມ, ສືບຕໍ່ຊຸກຍູ້ຂະບວນການດ້ານຕ່າງໆ ແລະສີ່, ເອົາໃຈໃສ່ສົມທົບກັບອົງການພາຄີ ພ້ອມທັງຫັນລົງສູ່ຮາກຖານໃຫ້ສອດຄ່ອງກັບສະພາບທ້ອງຖິ່ນ ຂອງຕົົນ.

ຂ່າວ-ພາບ: ປທ ອຸທິດ ເກດດົມລິ
ບັນນາທິການ: ປທ ບຸນປັນ ສຸມຸນທອງ