ສະພາວິທະຍາສາດຄະນະບໍລິຫານສາດ ທີ່ຜ່ານມາມີໜ້າທີ່ເຄື່ອນໄຫວຕາມພາລະບົດບາດເປັນເສນາທິການທາງດ້ານວິທະຍາສາດໃຫ້ຄະນະນຳ ແລະມີໜ້າທີ່ໃນການຫັນທິດທາງ, ແຜນການເຄື່ອນໄຫວ ຂອງສະພາວິທະຍາສາດຂັ້ນ ສມປຊ ໃຫ້ເປັນອັນລະອຽດ, ເປັນແຜນການ, ເປັນແຜນວຽກ; ຂຶ້ນແຜນ, ຈັດຕັ້ງປະຕິບັດ ແລະປະເມີນການຄົ້ນຄວ້າວິທະຍາສາດ; ຄົ້ນຄວ້າ, ປະເມີນການປະຕິບັດຫຼັກສູດການຮຽນ-ການສອນ; ຄົ້ນຄວ້າ ແລະຮັບຮອງປື້ມຄົ້ນຄວ້າ, ປື້ມແບບຮຽນລະບົບຕ່າງໆ.

ເພື່ອເປັນການຍົກໃຫ້ເຫັນຜົນງານອັນພົ້ນເດັ່ນໃນການຄົ້ນຄວ້າວິທະຍາສາດ ຈຶ່ງໄດ້ເປີດກອງປະຊຸມສະຫຼບ ວຽກງານປະຈຳປີ 2022 ແລະ ທິດທາງແຜນການປີ 2023 ໃນວັນທີ 10 ມີນາ 2023 ໂດຍການເປັນປະທານຂອງ ທ່ານ ປອ ໝອນແກ້ວ ຈິດຕະລາດ ຫົວໜ້າຄະນະບໍລິຫານສາດ, ປະທານສະພາວິທະຍາສາດ ຄະນະບໍລິຫານສາດ, ຕາງໜ້າເຂົ້າຮ່ວມມີ ສະມາຊິກສະພາວິທະຍາສາດ ພາຍໃນ ສມປຊ ແລະສະມາຊິກສະພາວິທະຍາສາດ ພາກສ່ວນທາງນອກ ທ່ານ ປອ ວັນລາຕີ ຄຳວານວົງສາ (ຄະນະໂຄສະນາອົບຮົມສູນກາງພັກ) ແລະທ່ານ ປອ ນ.​ ຈັນທາ ອ່ອນໄຊວຽງ (ກະຊວງພາຍໃນ).

ໃນພິທີ ທ່ານ ປອ ສຸພາວະດີ ຫຼ້າຄຳສາຍ ຮອງຫົວໜ້າຄະນະບໍລິຫານສາດ ໄດ້ຜ່ານບົດ ສະຫຼຸບວຽກງານການຄົ້ນ ຄວ້າວິທະຍາສາດ ຊືຶ່ງໄດ້ຍົກໃຫ້ເຫັນວ່າ: ສະພາວິທະຍາສາດ ຄະນະບໍລິຫານສາດ ໄດ້ເອົາໃຈໃສ່ໃນການຈັ້ດຕັ້ງປະຕິບັດທິດທາງແຜນການ,​ ນິຕິກໍາຕ່າງໆ ແລະຫັນເປັນຮູບປະທໍາໄດ້ຫຼາຍຂຶ້ນໂດຍສະເພາະໄດ້ປັບປຸງກົນໄກ, ການປະສານງານ, ວຽກງານ ແລະໜ່ວຍງານກອງເລຂາສະພາຄືນໃໝ່ ທັງຮັບປະກັນໄດ້ການເຄື່ອນໄຫວວຽກງານ ຂອງສະພາວິທະຍາສາດມີຄວາມຄ່ອງຕົວ, ເປັນລະບົບຂຶ້ນ ແລະມີປະສິດພາບຂຶ້ນກວ່າເກົ່າສະແດງອອກທາງດ້ານການເຄື່ອນໄຫວ ຂອງສະມາຊິກສະພາວິທະຍາສາດຄະນະບໍລິຫານສາດຕໍ່ກັບວຽກງານການ​ສ້າງ​ປຶ້ມ ສະພາ​ວິທະຍາສາດ​ ຄະນະບໍລິຫານສາດ ​ໄດ້​ສ້າງ​ປຶ້ມ​ປີ 2022 ຈໍານວນ 10 ລາຍການ, ສໍາເລັດການຂຽນປຶ້ມ ຫຼັກສູດປະລິນຍາໂທປີ 2022 ​ຈຳນວນ 03 ວິຊາ, ຮັບຮອງຫົວ​ຂໍ້​​ບົດ​ປ້ອງ​ກັນ​ຈົບຊັ້ນ ຂອງ​ນັກ​ສຶກສາລະ​ບົບຕ່າງໆ ແລະການປ້ອງກັນວິທະຍານິພົນປະລິນຍາໂທ 61 ຫົວ​ຂໍ້, ຮັບຮອງ​ຫົວ​ຂໍ້​ຂຽນ​ບົດປ້ອງ​ກັນ ຂອງ​ນັກ​ສຶກສາຊັ້ນ​ສູງ​ລະບົບ​ເລັ່ງລັດ 5 ​ເດືອນ ຮຸ່ນ​ທີ XXX ຈຳ​ນວນ 12 ຫົວ​ຂໍ້,  ຮຸ່ນທີ XXXI ຈຳ​ນວນ 11 ຫົວ​ຂໍ້, ນັກສຶກສາລະບົບປະລິນຍາໂທ ຂອງ ສມປຊ ກໍຄືສາຂາວິຊາ ການປົກຄອງຮຸ່ນທີ XVI ໃນນັ້ນໄດ້ປ້ອງກັນທັງໝົດ 12 ຄົນ ແລະສຳເລັດ 12 ຄົນ. ນອກນັ້ນ, ສະພາວິທະຍາສາດຄະນະບໍລິຫານສາດ ໄດ້ສຳເລັດຂຽນບົດວິທະຍາສາດ ຈຳນວນ 07 ຫົວຂໍ້, ຂຽນບົດລົງວາລະສານສຳເລັດ 05 ບົດ ແລະທິດທາງແຜນການເຄື່ອນໄຫວ ປີ 2023 ຂອງສະພາວິທະຍາສາດ ຄະນະບໍລິຫານສາດ ໄດ້ຮັບຮອງ​ເອົາແຜນການ​ຂຽນ​ປຶ້ມ ປີ 2023 ​ແລະ ສືບ​ຕໍ່​ຂຽນ​ປຶ້ມໃຫ້​ສຳ​ເລັດ​ຕາມ​ກຳນົດ​ເວລາເຊິ່ງມີລະບົບປະລິນຍາໂທ ແລະ ປຶ້ມຄົ້ນຄວ້າທົ່ວໄປ ຂອງຄະນະບໍລິຫານສາດ ແລະສືບ​ຕໍ່​ແນະນຳ​ຂຽນ​ບົດ​-ຈັດ​ຕັ້ງ​ພິທີ​ປ້ອງ​ກັນ​ຈົບ​ຊັ້ນ ​ໃຫ້​ແກ່​ນັກ​ສຶກສາລະ​ບົບຕ່າງໆ ຄື: ລະບົບຂັ້ນສູງ 9 ເດືອນ, ຮຸ່ນ​ທີ I, II ປະລິນຍາ​ໂທ ຮຸ່ນ​ທີ XVII, ປະລິນຍາ​ຕີ ຮຸ່ນ​ທີ XXV ໃຫ້​ສຳ​ເລັດ​ຕາມ​ກຳນົດ​ເວລາ.

         ກອງປະຊຸມດັ່ງກ່າວໄດ້ຖືໂອກາດສຳຄັນນີ້ນຳເອົາປື້ມຈຳນວນ 4 ວິຊາ:

1). ວິຊາ: ຄຸ້ມຄອງຊັບພະຍາກອນມະນຸດ (ຮັບໃຊ້ປະລິນຍາໂທ).

2). ວິຊາ: ການພົວພັນສາກົນ (ຮັບໃຊ້ປະລິນຍາໂທ).

3). ວິຊາ: ລະບົບການເມືອງ-ການປົກຄອງອາຊຽນ (ຮັບໃຊ້ປະລິນຍາໂທ).

4). ວິຊາ: ການຄຸ້ມຄອງບໍລິຫານລັດ (ຮັບໃຊ້ຫຼັກສູດຂັ້ນກາງ).

         ຊຶ່ງປື້ມໃນ 4 ວິຊາ ສະມາຊິກສະພາວິທະຍາສາດ ໄດ້ສະແດງທັດສະນະແນວຄິດຕໍ່ກັບປື້ມໃນການປັບປຸງຄຳສັບ, ເນື້ອໃນໃຫ້ສ່ອດຄ່ອງກັບນະໂຍບາຍພັກ-ລັດ ແລະອື່ນໆ…

ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ

ຂ່າວອື່ນໆ