ຂ່າວຫຼ້າສຸດ

ພິທີປິດຊຸດຝຶກອົບຮົມ ຫົວຂໍ້ສະເພາະ ສໍາລັບເລຂາພັກເມືອງ ທົ່ວປະເທດ ຊຸດທີ IX ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຕ້ອນຮັບຄະນະຜູ້ແທນສະຖາບັນກໍ່ສ້າງພະນັກງານປາຍເຊີ້ກວາງຊີ ສປ ຈີນ ເສີມຂະຫຍາຍການຮ່ວມມືດ້ານການສຶກສາອົບຮົມ ແລະ ການພັດທະນາພະນັກງານ ໜ່ວຍພັກຮາກຖານ ຄະນະປັດຊະຍາ-ຄະນະກໍ່ສ້າງພັກ ແລະ ປະຫວັດສາດພັກ ຈັດພິທີຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ພິທີຮັບສະມາຊິກກຳມະບານໃໝ່ ຂອງໜ່ວຍກຳມະບານຮາກຖານ ສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ-ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ ຄະນະຜູ້ແທນສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຂົ້າຮ່ວມໂຄງການຮ່ວມມື ແລະ ແລກປ່ຽນດ້ານວັດທະນະທຳ-ສື່ມວນຊົນ ຢູ່ ສປ ຈີນ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເປີດຊຸດຝຶກອົບຮົມທິດສະດີການເມືອງ-ການປົກຄອງໃຫ້ ເລຂາພັກເມືອງ, ຄະນະປະຈຳພັກເມືອງ ແລະ ກຳມະການພັກເມືອງຊຸດທີ IV

ໃນຕອນເຊົ້າເວລາ 8:00 ໂມງ ວັນທີ 22 ພະຈິກ 2021 ຢູ່ທີ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ເປີດຊຸດຝຶກອົບຮົມທິດສະດີການເມືອງ-ການປົກຄອງ ຕາມຫົວຂໍ້ສະເພາະໃຫ້ແກ່ ເລຂາພັກເມືອງ, ຄະນະປະຈຳພັກເມືອງ ແລະ ກຳມະການພັກເມືອງພາຍໃຕ້ການເປັນປະທານ ແລະ ກ່າວເປີດ ຂອງ ທ່ານ ຮສ. ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ ມີ ຄະນະພັກ,…

ກອງປະຊຸມສະຫຼຸບຖອດຖອນບົດຮຽນ ຜູ້ບໍລິຫານ-ຄຸ້ມຄອງໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງ ອັດລົງຢ່າງມີຜົນສຳເລັດຈົບງາມ

ກອງປະຊຸມສະຫຼຸບຖອດຖອນບົດຮຽນ ຜູ້ບໍລິຫານ-ຄຸ້ມຄອງໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງ ໄດ້ຈັດຂຶ້ນທີ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດແຕ່ວັນທີ 15 ຫາ 16 ພະຈິກ ໄດ້ອັດລົງຢ່າງເປັນທາງການແລ້ວ, ຊຶ່ງໃນກອງປະຊຸມໄດ້ຕົກລົງຫຼາຍໆ ດ້ານກ່ຽວກັບວຽກງານຜູ້ບໍລິຫານ-ຄຸ້ມຄອງໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງ ເປັນຕົ້ນວຽກງານການຮຽນ-ການສອນ, ການຄົ້ນຄວ້າວິທະຍາສາດ, ແລກປ່ຽນຂໍ້ມູນຂ່າວສານ… ໃນກອງປະຊຸມດັ່ງກ່າວ ພາຍໃຕ້ການເປັນປະທານ ແລະ ດຳເນີນກອງປະຊຸມຂອງ ທ່ານ ຮສ ພູວົງ ອຸ່ນຄຳແສນ…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເປີດກອງປະຊຸມສະຫຼຸບຖອດຖອນບົດຮຽນ ຜູ້ບໍລິຫານ-ຄຸ້ມຄອງໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງ

ໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງວຽງຈັນ, ແມ່ນອົງການວິຊາການຂັ້ນແຂວງ, ນະຄອນຫຼວງ ທີ່ມີຖານະທຽບເທົ່າກັບຄະນະຕ່າງໆຂອງພັກ ແລະ ພະແນກການຕ່າງໆປະຈຳຢູ່ຂັ້ນແຂວງ, ນະຄອນຫຼວງເຊິ່ງຢູ່ພາຍໃຕ້ການນໍາພາ-ຊີ້ນໍາໂດຍກົງທາງດ້ານການເມືອງ, ແນວຄິດ ແລະ ການຈັດຕັ້ງຂອງຄະນະບໍລິຫານງານພັກ, ຄະນະປົກຄອງແຂວງ ຫຼື ນະຄອນຫຼວງ, ພ້ອມດຽວກັນນີ້ກໍ່ຢູ່ພາຍໃຕ້ການນໍາພາ-ຊີ້ນໍາທາງດ້ານວິຊາສະເພາະ ແລະ ວິຊາການຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ; ມີ 3 ພາລະບົດບາດໃຫຍ່ຄື: ໜຶ່ງ, ພາລະບົດບາດໃນການຄົ້ນຄ້ວາທິດສະດີ ແລະ ພຶດຕິກໍາ ຮັບໃຊ້ການຮຽນ-ການສອນ, ສະໜອງຂໍ້ມູນທາງດ້ານວິທະຍາສາດໃຫ້ແກ່ການວາງແນວທາງ,…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສະຫຼຸບການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນ ປະຈຳສົກຮຽນ 2020-2021

ເພື່ອເປັນການສະຫຼຸບຕີລາຄາຜົນການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໃນສົກຮຽນ 2020-2021 ແລະ ວາງທິດທາງແຜນການ ສົກຮຽນ 2021-2022 ໃຫ້ຖືກຕ້ອງສອດຄ່ອງກັບສະພາບເງື່ອນໄຂປັດຈຸບັນນັ້ນ, ກົມຄຸ້ມຄອງການຮຽນ-ການສອນ ຈຶ່ງໄດ້ສະຫຼຸບຕີລາຄາຖອດຖອນບົດຮຽນການຈັດຕັ້ງປະຕິບັດ​ຫຼັກສູດ​ການ​ຮຽນ-ການ​ສອນ ປະຈຳ​ສົກ​ຮຽນ 2020-2021 ຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ພາຍໃຕ້ການເປັນ ປະທານຂອງ ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີຕາງໜ້າຄະນະກົມ,…