ກອງປະຊຸມສະຫຼຸບຖອດຖອນບົດຮຽນ ຜູ້ບໍລິຫານ-ຄຸ້ມຄອງໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງ ໄດ້ຈັດຂຶ້ນທີ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດແຕ່ວັນທີ 15 ຫາ 16 ພະຈິກ ໄດ້ອັດລົງຢ່າງເປັນທາງການແລ້ວ, ຊຶ່ງໃນກອງປະຊຸມໄດ້ຕົກລົງຫຼາຍໆ ດ້ານກ່ຽວກັບວຽກງານຜູ້ບໍລິຫານ-ຄຸ້ມຄອງໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງ ເປັນຕົ້ນວຽກງານການຮຽນ-ການສອນ, ການຄົ້ນຄວ້າວິທະຍາສາດ, ແລກປ່ຽນຂໍ້ມູນຂ່າວສານ…

ໃນກອງປະຊຸມດັ່ງກ່າວ ພາຍໃຕ້ການເປັນປະທານ ແລະ ດຳເນີນກອງປະຊຸມຂອງ ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າ ສມປຊ, ມີຕາງໜ້າຄະນະກົມ, ຫ້ອງການ, ຄະນະຕ່າງໆ ແລະ ສູນຕ່າງໆ ແລະ ຕາງໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງ ເຂົ້າຮ່ວມ ພ້ອມທັງໄດ້ຜ່ານ ບົດລາຍງານຜົນສຳເລັດທີ່ບັນດາໂຮງຮຽນ ສາມາດຍາດມາໄດ້ ເປັນຕົ້ນແມ່ນ: ດ້ານການເມືອງ-ແນວຄິດ ແມ່ນຍັງຮັກສາໄດ້ຫຼັກໝັ້ນຫຼັກແໜ້ນ, ແຕ່ລະໂຮງຮຽນສາມາດປະຕິບັດໄດ້ໜ້າທີ່ການເມືອງ ຂອງຕົນຢ່າງມີຜົນສໍາເລັດ ມີຕົວເລກຢັ້ງຢືນຢ່າງຊັດເຈນ, ບັນດາສະຫາຍໄດ້ຊຸກຍູ້, ບໍລິຫານຕາມຫຼັກສູດການຮຽນ-ການສອນ ທີ່ໄດ້ກຳນົດໄວ້, ໄດ້ມີການປະສານງານ, ພ້ອມທັງໄດ້ປະກອບຄຳຄິດເຫັນ ແລະຂໍການຊີ້ນຳຈາກຂັ້ນເທິງຢ່າງຕໍ່ເນື່ອງ.

ນອກນັ້້ນ, ກອງປະຊຸມດັ່ງກ່າວ, ຍັງໄດ້ສຳມະນາວິທະຍາສາດ ຫົວຂໍ້: “35 ປີການຜັນຂະຫຍາຍແນວທາງປ່ຽນແປງໃໝ່ຂອງແຕ່ລະແຂວງ” ກໍເຫັນວ່າ ບັນດານັກວິທະຍາສາດ ໄດ້ນໍາສະເໜີພື້ນຖານທິດສະດີ ວິທະຍາສາດທີ່ມີບ່ອນອີງແໜ້ນໜາ, ຮັບປະກັນໄດ້ຫຼັກການຂອງການຄົ້ນຄວ້າ, ໂດຍສະເພາະ ການຜັນຂະຫຍາຍແນວທາງປ່ຽນແປງໃໝ່ຂອງພັກ ໃນແຕ່ລະໄລຍະ” ໂດຍໄດ້ຊີ້ແຈງ, ອະທິບາຍ, ສ້າງຄວາມກະຈ່າງແຈ້ງດ້ານທັດສະນະ, ຄວາມສໍານຶກທີ່ເປັນລະບົບ, ສ່ອງແສງເຖິງການ ການຜັນຂະຫຍາຍແນວທາງປ່ຽນແປງໃໝ່ຂອງພັກ ປິ່ນອ້ອມ 3 ເນື້ອໃນຫຼັກຄື: ສະພາບຈຸດພິເສດ ຂອງທ້ອງຖິ່ນ, ດ້ານການເມືອງ, ດ້ານເສດຖະກິດ, ດ້ານວັດທະນະທຳ-ສັງຄົມ, ບັນຫາທີ່ຍັງຄົງຄ້າງ ແລະ ທິດທາງສືບຕໍ່ຜັນຂະຫຍາຍແນວທາງປ່ຽນແປງໃໝ່ໃນຕໍ່ໜ້າ.

ເພື່ອເປັນການສະແດງເຖິງຜົນສຳເລັດຂອງໂຮງຮຽນດັ່ງກ່າວ,  ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ມອບໃບຍ້ອງຍໍ ໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງ ເປັນໂຮງຮຽນ ພັດທະນາປະຈຳສົກປີ 2020-2021 ປະເພດ I ມີ 3 ໂຮງຮຽນ, ປະເພດ II ມີ 7 ໂຮງຮຽນ ແລະ ປະເພດ III ມີ 8 ໂຮງຮຽນ.

ໂຮງຮຽນ ພັດທະນາ ປະເພດ I

ໃນຕອນທ້າຍ ທ່ານ ຮສ ພູວົງ ອຸ່ນຄຳແສນ ກໍໄດ້ໃຫ້ທິດຊີ້ນຳ ແລະ ຮຽກຮ້ອງ ຕໍ່ກັບຜູ້ບໍລິຫານ-ຄຸ້ມຄອງໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງວ່າ: ໃຫ້ນັກວິທະຍາສາດເກັບກຳເອົາຄວາມຄິດເຫັນ ຂອງຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ ເພື່ອນຳໄປດັດປັບບົດວິທະຍາສາດ ຂອງຕົນເອງ ໃຫ້ມີເນື້ອໃນຮັດກຸ່ມ, ແທດເໝາະກັບຕົວຈິງ, ມີຄວາມສົມບູນແບບໂດຍສົມທົບ 4 ບັນຫາໃຫ້ກົມກຽວຄື: 

ໜຶ່ງ, ດ້ານທິດສະດີ ສ່ອງແສງໃຫ້ໄດ້ຄວາມສໍານຶກທີ່ຊັດເຈນຕິດພັນ ກັບແຕ່ລະບັນຫາທີຄົ້ນຄວ້າ; 

ສອງ, ດ້ານພຶດຕິກໍາ ກໍານົດຂອບເຂດໃຫ້ແຈ້ງຕື່ມ ຕິດພັນກັບບັນຫາຕົວຈິງແທ້, 

ສາມ, ການຕີລາຄາຂໍ້ຄົງຄ້າງ ກໍຕ້ອງໃຫ້ຊັດເຈນ, ວິເຄາະໄປຕາມເນື້ອໃນທີ່ໄດ້ຄົ້ນຄວ້າ, 

ສີ່, ຕ້ອງນໍາສະເໜີວິທີແກ້ໄຂ ໃຫ້ຕິດພັນກັບແຕ່ລະດ້ານ ເພື່ອແທດເໝາະກັບການຜັນຂະຫຍາຍແນວທາງປ່ຽນແປງໃໝ່ຂອງພັກ ໄດ້ຢ່າງແທ້ຈິງ, ບັນດາວິທີການທີ່ນຳສະເໜີ ໃຫ້ມີລັກສະນະມີຄວາມເປັນໄປໄດ້ສູງສາມາດຈັດຕັ້ງປະຕິບັດໄດ້ງ່າຍໃນຕົວຈິງ.

ທັງໝົດນີ້, ແມ່ນແນໃສ່ເຮັດໃຫ້ບົດວິທະຍາສາດ ຮັບປະກັນໄດ້ລັກສະນະວິທະຍາສາດ ແລະ ລັກສະນະກົມກຽວ ລະຫວ່າງ ທິດສະດີ-ພຶດຕິກຳ ແລະ ທ່ານຍັງໄດ້ເນັ້້ນໜັກຕື່ມວ່າ: ໃນສົກປີ 2021-2022 ນີ້ຂໍໃຫ້ບັນດາສະຫາຍ ຈົ່ງນຳເອົາເນື້ອໃນຈິດໃຈຂອງມະຕິກອງປະຊຸມຄັ້ງນີ້ໄປຈັດຕັ້ງເຊື່ອມຊຶມ, ພ້ອມກັນຜັນຂະຫຍາຍໃຫ້ເປັນຮູບປະທຳ ແລະ ບັນລຸຕາມຄາດໝາຍສູ້ຊົນ ທີ່ພວກເຮົາຮັບຮອງເອົານໍາກັນ ເພື່ອເຮັດແນວໃດໃຫ້ວຽກງານບໍລິຫານ-ຄຸ້ມຄອງໂຮງຮຽນການເມືອງ ແລະ ການປົກຄອງ ຮັບປະກັນໄດ້ທາງດ້ານປະລິມານ ແລະ ຄຸນນະພາບ.

ຂ່າວ: ຕາອັອດ ແສນທະວີສຸກ
ຮູບພາບ: ຄອນສະຫວັນ ແສນຍານຸພາບ- ປທ ແກ້ວອຸດອນ ພັນດານຸວົງ
ບັນນາທິການ: ປທ ບຸນປັນ ສຸມຸນທອງ