Month: May 2023

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈັດພິທີປະຖົມນິເທດ ນັກສຶກສາທິດສະດີການເມືອງຂັ້ນສູງ 9 ເດືອນ ຮຸ່ນທີ III

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີປະຖົມນິເທດໃຫ້ນັກສຶກສາທິດສະດີການເມືອງ ຂັ້ນສູງ 9ເດືອນຮຸ່ນທີ III ມີຈໍານວນທັງໝົດ 60 ທ່ານ, ຍິງ 14 ທ່ານ ໃນວັນທີ 19 ພຶດສະພາ 2023 ເຊິ່ງເປັນນັກສຶກສາທີ່ເຂົ້າມາໃໝ່ ເພື່ອຄົ້ນຄ້ວາ-ຮໍ່າຮຽນທິດສະດີການເມືອງ. ດັ່ງນັ້ນ, ເພື່ອສ້າງຄວາມເຂົ້າໃຈໃນລະບຽບການຕ່າງໆ ທີ່ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ທີ່ໄດ້ກໍານົດໄວ້ຈຶ່ງໄດ້ຈັດພິທີປະຖົມນິເທດຂຶ້ນ ໂດຍມີພະນັກງານ, ຄູ-ອາຈານທີ່ກ່ຽວຂ້ອງຈາກຫ້ອງການ ສມປຊ, ກົມຈັດຕັ້ງ-ພະນັກງານ, ກົມຄຸ້ມຄອງການຮຽນ-ການສອນ ແລະສູນຂໍ້ມູນຂ່າວສານ…

ກອງປະຊຸມສະຫຼຸບການເຄື່ອນໄຫວນຳພາ-ຊີ້ນຳການຈັດຕັ້ງປະຕິບັດ ແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະໜັກແໜ້ນ ຂອງໜ່ວຍພັກຮາກຖານນັກສຶກສາ ປະລິນຍາໂທ ຮຸ່ນທີ XVIII ຫ້ອງ ກ ແລະຫ້ອງ ຂ

         ໜ່ວຍພັກຮາກຖານ ນັກສຶກສາ ປະລິນຍາໂທ ຮຸ່ນທີ XVIII ຫ້ອງ ກ ແລະ ຫ້ອງ ຂ ໄດ້ສຳເລັດການເປີດກອງປະຊຸມໃຫຍ່ຄັ້ງທີ I ຂຶ້ນໃນເດືອນ 1 ປີ 2023 ທີ່ຜ່ານມາ ຊຶ່ງໃນນັ້ນໄດ້ຜ່ານການເລືອກຕັ້ງຄະນະພັກເປັນທີ່ຮຽບຮ້ອຍ ແລະໄດ້ເຄື່ອນໄຫວວຽກງານນຳພາ-ຊີ້ນຳຂອງຫ້ອງ ຊຶ່ງມີຜົນງານຫຼາຍໆດ້ານທີ່ພົ້ນເດັ່ນ, ສະນັ້ນ, ໃນວັນທີ 18 ພຶດສະພາ 2023 ໜ່ວຍພັກຮາກຖານນັກສຶກສາ ປະລິນຍາໂທ ຮຸ່ນທີ XVIII…

ພິທີເລື່ອນສະມາຊິກພັກສໍາຮອງ ຂຶ້ນເປັນສະມາຊິກພັກສົມບູນ ຂອງໜ່ວຍພັກຮາກຖານຫ້ອງການ

ພິທີເລື່ອນສະມາຊິກພັກສໍາຮອງ ຂຶ້ນເປັນສະມາຊິກພັກສົມບູນ ຂອງໜ່ວຍພັກຮາກຖານຫ້ອງການ ໄດ້​ຈັດ​ຂຶ້ນໃນຕອນເຊົ້າ ຂອງວັນ​ທີ 18 ພຶດສະພາ 2023, ​ໃຫ້​ກຽດ​ເປັນປະທານໂດຍ: ສະຫາຍ ປທ ນາງ ຄໍາຫຼ້າ ແກ້ວອຸ່ນຄໍາ, ຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີແຂກ​ຖືກ​ເຊີນຈາກໜ່ວຍພັກບັນດາ ກົມ, ຄະນະຕ່າງໆ ແລະສູນຕ່າງໆພາຍໃນ ສມປຊ. ໃນກອງປະຊຸມ ສະຫາຍ ປທ ພອນແກ້ວ ແສງມະນີ ຮອງຫົວໜ້າພະແນກພັກ ແລະປ້ອງກັນພັກ ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະພັກ…

ໂຮງຮຽນການເມືອງ ແລະ ການປົກຄອງແຂວງຫຼວງນໍ້າທາ ຕ້ອນຮັບການພົບປະຢ້ຽມຢາມ ແລະ ແລກປ່ຽນບົດຮຽນຂອງ ໂຮງຮຽນການເມືອງ ແລະ ການປົກຄອງແຂວງວຽງຈັນ

ໃນຕອນເຊົ້າ ຂອງວັນທີ 15 ພຶດສະພາ 2023 ຢູ່ທີ່ຫ້ອງປະຊຸມໂຮງຮຽນການເມືອງ ແລະ ການປົກຄອງແຂວງຫຼວງນໍ້າທາ ໄດ້ເປີດກອງປະຊຸມພົບປະແລກປ່ຽນບົດຮຽນ ລະຫວ່າງ ໂຮງຮຽນການເມືອງ ແລະ ການປົກຄອງແຂວງຫຼວງນໍ້າທາ ກັບ ໂຮງຮຽນການເມືອງ ແລະ ການປົກຄອງແຂວງວຽງຈັນ ໃຫ້ກຽດເຂົ້້າຮ່ວມໂດຍ: ທ່ານ ປທ ຄຳຟອງ ລາດຊະພົນ ຮອງຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງຫຼວງນໍ້າທາ; ທ່ານ ຫຸມພັນ ເມືອງແສງ ຫົວໜ້າໂຮງຮຽນການເມືອງ ແລະ…