ພິທີເລື່ອນສະມາຊິກພັກສໍາຮອງ ຂຶ້ນເປັນສະມາຊິກພັກສົມບູນ ຂອງໜ່ວຍພັກຮາກຖານຫ້ອງການ ໄດ້​ຈັດ​ຂຶ້ນໃນຕອນເຊົ້າ ຂອງວັນ​ທີ 18 ພຶດສະພາ 2023, ​ໃຫ້​ກຽດ​ເປັນປະທານໂດຍ: ສະຫາຍ ປທ ນາງ ຄໍາຫຼ້າ ແກ້ວອຸ່ນຄໍາ, ຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີແຂກ​ຖືກ​ເຊີນຈາກໜ່ວຍພັກບັນດາ ກົມ, ຄະນະຕ່າງໆ ແລະສູນຕ່າງໆພາຍໃນ ສມປຊ.

ໃນກອງປະຊຸມ ສະຫາຍ ປທ ພອນແກ້ວ ແສງມະນີ ຮອງຫົວໜ້າພະແນກພັກ ແລະປ້ອງກັນພັກ ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະພັກ ສມປຊ ວ່າດ້ວຍການເລື່ອນສະມາຊິກພັກສໍາຮອງຂຶ້ນເປັນສະມາຊິກພັກສົມບູນຂອງສະຫາຍ ນາງ ດາລາວອນ ວິໄລທອງ ຊຶ່ງທີ່ຜ່ານມາສະຫາຍໄດ້ຜ່ານການຕິດຕາມ, ຊ່ວຍເຫຼືອ ແລະກໍ່ສ້າງຈາກບັນດາສະຫາຍສະມາຊິກພັກພາຍໃນໜ່ວຍ ຄຽງຄູກັບການຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງ ຕິດພັນກັບການປະຕິບັດວຽກງານວິຊາສະເພາະທີ່ການຈັດຕັ້ງມອບໝາຍໃຫ້ດ້ວຍຄວາມຮັບຜິດຊອບສູງ ແລະມີຜົນສໍາເລັດໃນຫຼາຍດ້ານ. 

ສະຫາຍ ປທ  ຄົມວິກິດ ສິມມະລິວົງ ເລຂາໜ່ວຍພັກຮາກຖານຫ້ອງການ, ຮັກສາການຫົວໜ້າຫ້ອງການ ໄດ້ຂື້ນກ່າວຮັບເອົາສະມາຊິກພັກສົມບູນ ແລະໄດ້ມອບມະຕິຕົກລົງໃຫ້ສະຫາຍ ນາງ ດາລາວອນ ວິໄລທອງ ເພື່ອເປັນເອກະສານຢັ້ງຢືນ.

ໃນຕອນທ້າຍ ສະຫາຍ ປທ ນາງ ຄໍາຫຼ້າ ແກ້ວອຸ່ນຄໍາ ໄດ້ມີຄຳເຫັນໂອ້ລົມຕໍ່ສະມາຊິກພັກສົມບູນເພື່ອເປັນທິດເຍືອງທາງໃນຕໍ່ໜ້າຄື:

1. ຈະຕ້ອງໄດ້ສືບຕໍ່ພັດທະນາຕົນເອງໃຫ້ເຂັ້ມແຂງໃນທຸກດ້ານເພື່ອເປັນພະນັກງານການນໍາ ແລະນໍາພາ-ຊີ້ນໍາໃນວຽກທີ່ຕົນເອງໄດ້ຮັບຜິດຊອບ, ສ້າງຄວາມສາມັກຄີພາຍໃນໜ່ວຍພັກ ຂອງຕົນເອງຕະຫຼອດຮອດໜ່ວຍພັກຕ່າງໆພາຍໃນສະຖາບັນ ແລະສະມະຊິກພັກຕ້ອງໄດ້ກໍ່ສ້າງທາງດ້ານຄຸນທາດການເມືອງ, ຄວາມໜັກແໜ້ນ, ຄວາມຈົງຮັກພັກດີ, ຄວາມເປັນຜູ້ນໍາ, ຄວາມເປັນແບບເປັນຢ່າງໃຫ້ຜູ້ອື່ນ ແລະມີຄວາມຮັບຮູ້ກ່ຽວກັບກົດລະບຽບພັກຕ່າງໆ.

2. ຕ້ອງຮູ້ຊອກຮໍ່າຮຽນກ່ອນອື່ນຕ້ອງເລີ່ມຈາກພາລະບົດບາດ  ແລະໜ້າທີ່ຂອງພະແນກຕົນເອງໄປຈົນຮອດຂັ້ນສະຖາບັນ ແລະສ້າງສາຍພົວພັນກັບທຸກພາກສ່ວນເພື່ອສະດວກໃນການປະສານງານໃນການສ້າງບົດສະຫຼຸບໃຫ້ທັນ ຕາມເວລາທີ່ໄດ້ກໍານົດໄວ້.

3. ຕ້ອງຊອກຮຽນດ້ວຍຫຼາຍວິທີ, ຫຼາຍຮູບແບບ ຕ້ອງກໍາໄດ້ບັນດາໜ້າວຽກໃຫ້ເລິກ ແລະແໜ້ນກວ່າເກົ່າ.

4. ຕ້ອງຊອກຮູ້ຮໍ່າຮຽນແນວທາງນະໂຍບາຍ, ກົດໜາຍ, ບັນດາຂໍ້ກໍານົດ, ລະບຽບຫຼັກການຕ່າງໆເພື່ອໄປໝູນໃຊ້ເຂົ້າໃນວຽກງານຂອງຕົນເອງ ແລະຕ້ອງໄດ້ຄົ້ນຄວ້າຮໍ່າຮຽນໃຫ້ສູງຂຶ້ນເລື້ອຍໆ.

ຂ່າວ: ນ. ທິດດາວອນ ດວງປະເສີດ
ຮູບພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ