ໃນຕອນເຊົ້າ ຂອງວັນທີ 15 ພຶດສະພາ 2023 ຢູ່ທີ່ຫ້ອງປະຊຸມໂຮງຮຽນການເມືອງ ແລະ ການປົກຄອງແຂວງຫຼວງນໍ້າທາ ໄດ້ເປີດກອງປະຊຸມພົບປະແລກປ່ຽນບົດຮຽນ ລະຫວ່າງ ໂຮງຮຽນການເມືອງ ແລະ ການປົກຄອງແຂວງຫຼວງນໍ້າທາ ກັບ ໂຮງຮຽນການເມືອງ ແລະ ການປົກຄອງແຂວງວຽງຈັນ ໃຫ້ກຽດເຂົ້້າຮ່ວມໂດຍ: ທ່ານ ປທ ຄຳຟອງ ລາດຊະພົນ ຮອງຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງຫຼວງນໍ້າທາ; ທ່ານ ຫຸມພັນ ເມືອງແສງ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງວຽງຈັນພ້ອມດ້ວຍຄະນະ, ມີຫົວໜ້າຂະແໜງ, ຮອງຂະແໜງ, ຕະຫຼອດຮອດຄູ-ອາຈານເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມດັ່ງກ່າວ ທ່ານ ປທ ຄຳຟອງ ລາດຊະພົນ ຮອງຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງຫຼວງນໍ້າທາ ໄດ້ລາຍງານສະພາບລວມໂດຍຫຍໍ້ ກ່ຽວກັບການເຄື່ອນໄຫວຈັດຕັ້ງປະຕິບັດຂອງໂຮງຮຽນການເມືອງ ແລະ ການປົກຄອງແຂວງຫຼວງນໍ້າທາໃນໄລຍະຜ່ານມາ ເຊິ່ງທ່ານໃຫ້ຮູ້ວ່າ: ໂຮງຮຽນການເມືອງ ແລະ ການປົກຄອງແຂວງຫຼວງນ້ຳທາ ເປັນອົງການວິຊາການ, ມີຖານະທຽບເທົ່າກັບບັນດາພະແນກການຕ່າງໆຢູ່ຂັ້ນແຂວງ, ຢູ່ໃຕ້ການນຳພາ-ຊີ້ນຳໂດຍກົງທາງດ້ານການເມືອງ-ແນວຄິດ, ການຈັດຕັ້ງ ແລະງົບປະມານຈາກຄະນະປະຈຳພັກແຂວງ, ທາງດ້ານວິຊາສະເພາະແມ່ນຂຶ້ນກັບສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີໜ້າທີ່ ແລະພາລະບົດບາດໃນການກໍ່ສ້າງ ແລະບຳລຸງຍົກລະດັບທາງດ້ານທິດສະດີການເມືອງ ແລະ ການປົກຄອງໃຫ້ຖັນແຖວພະນັກງານນໍາພາຫຼັກແຫຼ່ງຂັ້ນແຂວງ, ຂັ້ນເມືອງ ແລະຂັ້ນຮາກຖານບ້ານຕາມໂຄງການຫຼັກສູດທິດສະດີການເມືອງ-ການປົກຄອງ, ຄົ້ນຄວ້າທິດສະດີ ແລະພຶດຕິກຳຮັບໃຊ້ການຮຽນ-ການສອນ ກໍ່ຄືຮັບໃຊ້ໃຫ້ຄະນະພັກ ແລະອົງການປົກຄອງຂອງແຂວງຫຼວງນໍ້າທາ. ໂຮງຮຽນການເມືອງ ແລະ ການປົກຄອງແຂວງຫຼວງນ້ຳທາ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 1 ກໍລະກົດ 1997, ປະກອບມີ 4 ຂະແໜງ, ມີພະນັກງານ, ຄູ-ອາຈານທັງໝົດ 30 ທ່ານ, ຍິງ 10 ທ່ານ, ຫົວໜ້າຄະນະໂຮງຮຽນມີ 2 ທ່ານ, ຫົວໜ້າໂຮງຮຽນ 1 ທ່ານ, ຮອງຫົວໜ້າໂຮງຮຽນ 1 ທ່ານ, ມີພະນັກງານ ແລະຄູ-ອາຈານປະຈຳການຕົວຈິງ 27 ທ່ານ, ອາຈານສອນປະຈຳທັງໝົດ 22 ທ່ານ, ຍິງ 7 ທ່ານ ເຊິ່ງການຈັດຕັ້ງປະຕິບັດວຽກງານໄລຍະຜ່ານມາ ໂຮງຮຽນການເມືອງ-ການປົກຄອງແຂວງຫຼວງນໍ້າທາ ສາມາດຍາດໄດ້ຜົນສຳເລັດຫຼາຍດ້ານເປັນຕົ້ນແມ່ນ ການຄຸ້ມຄອງຫຼັກສູດການຮຽນ-ການສອນທຸກລະບົບໄດ້ 100%, ຫຼັກສູດຊັ້ນກາງ 15 ຊຸດຮຽນ, ຊັ້ນຕົ້ນ 3 ເດືອນ 9 ຊຸດຮຽນ, ບໍາລຸງໄລຍະ 45 ວັນໄດ້ 21 ຊຸດຮຽນ, ເຝິກອົບຮົມລະບົບ 10 ວັນສຳລັບເລຂາພັກບ້ານໄດ້ 15 ຊຸດຮຽນ, ໃນປັດຈຸບັນພວມດໍາເນີນລະບົບຂັ້ນຕົ້ນ 1 ຊຸດ, ລະບົບຊັ້ນກາງຮຸ່ນທີ 13 ແລະວຽກງານອື່ນໆ.         ໂອກາດດັ່ງກ່າວຫົວໜ້າໂຮງຮຽນການເມືອງ-ການປົກຄອງແຂວງວຽງຈັນກໍ່ໄດ້ລາຍງານໂດຍຫຍໍ້ໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານການຮຽນ-ການສອນ ຂອງໂຮງຮຽນການເມືອງ-ການປົກຄອງແຂວງວຽງຈັນ ເຊິ່ງມີລັກສະນະທີ່ຄ້າຍຄືກັນ ເພາະວ່າທັງສອງໂຮງຮຽນມີພາລະບົດບາດ, ສິດ ແລະໜ້າທີ່ອັນດຽວກັນ, ພ້ອມນັ້ນຄະນະ, ຄູ-ອາຈານທັງ 2 ໂຮງຮຽນກໍ່ໄດ້ປະກອບຄຳຄິດເຫັນແລກປ່ຽນບົດຮຽນທີ່ໄດ້ຈັດຕັ້ງປະຕິບັດຕົວຈິງໃນໄລຍະຜ່ານມາຢ່າງສ້າງສັນ ທັງນີ້ກໍ່ເພື່ອເຮັດໃຫ້ການຮຽນ-ການສອນຂອງທັງສອງໂຮງຮຽນມີປະສິດທິພາບ ແລະປະສິດທິຜົນສູງຂຶ້ນເລື້ອຍໆ.

ຂ່າວ: ປທ ນ. ມະນີລາ ແກ້ວລະກໍາ
ບັນນາທິການ: ປທ ບຸນປັນ ສຸມຸນທອງ