Month: May 2023

ໂຮງຮຽນການເມືອງ ​ແລະ ການປົກຄອງ ແຂວງອຸດົມໄຊ ປິດຊຸດຮຽນທິດສະດີການເມືອງລະບົບຂັ້ນຕົ້ນ​ຮຸ່ນທີ I ໃຫ້ແກ່ພະນັກງານຫຼັກ​ແຫຼ່ງ ແລະສືບຕໍ່ເປີດຊຸດຮຽນທິດສະດີການເມືອງລະບົບຂັ້ນກາງ

ຊຸດຮຽນລະບົບຂັ້ນຕົ້ນຮຸ່ນທີ I ໄດ້ຮັບການອະນຸມັດເປີດຈາກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະໄດ້​ຈັດ​ພິ​ທີເປີດການຮຽນ-ການສອນຂຶ້ນຢ່າງເປັນທາງການ ໃນວັນທີ 6 ກຸມພາ 2023 ຊຶ່ງໄດ້ຜ່ານການຈັດຕັ້ງປະຕິບັດການຮຽນ-ການສອນ ໄລຍະ 3 ເດືອນ ຊຶ່ງຄົບຕາມຫຼັດສູດ. ສະນັ້ນ, ມາໃນວັນທີ 25 ພຶດສະພາ 2023 ໂຮງຮຽນການເມືອງ​ ແລະ ການປົກຄອງແຂວງອຸດົມໄຊ ຈຶ່ງໄດ້ຈັດພິທີສະຫຼຸບ ແລະປິດຊຸດຮຽນນັກ​ສຶກສາ​ລະບົບ​ຂັ້ນ​ຕົ້ນ ໃຫ້ກຽດເປັນປະທານໂດຍ: ສະຫາຍ ປອ ດາວສະຫວັນ ເຄືອມີໄຊ…

ພິທີປິດຊຸດຮຽນທິດສະດີການເມືອງ ແລະ ການປົກຄອງລະບົບຊັ້ນຕົ້ນ ຮຸ່ນທີ III ເມືອງປາກລາຍ ແຂວງໄຊຍະບູລີ

ພິທີປິດຊຸດຮຽນທິດສະດີການເມືອງ ແລະ ການປົກຄອງ ລະບົບຊັ້ນຕົ້ນ ຮຸ່ນທີ III ເມືອງປາກລາຍ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 23 ພຶດສະພາ 2023 ຢູ່ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການເມືອງປາກລາຍ; ເປັນກຽດເຂົ້າຮ່ວມມີ ທ່ານ ດວງຕາ ໄຊວຸດ ຮອງເລຂາຄະນະບໍລິຫານງານພັກແຂວງໄຊຍະບູລີ, ທ່ານ ກອງສີ ວົງສີ ກຳມະການພັກແຂວງໄຊຍະບູລີ ເຈົ້າເມືອງເມືອງປາກລາຍ, ມີທ່ານ ບຸນຍອງ ອາລິລັກ ຮອງຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງ, ມີກຳມະການປະຈຳພັກເມືອງ, ກຳມະການພັກເມືອງ,…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສຳເລັດເຂົ້າຮ່ວມກອງປະຊຸມສຳມະນາວິທະຍາສາດ ທີ່ ສະຖາບັນການປົກຄອງແຂວງກວາງຊີ, ສປ ຈີນ

         ກອງປະຊຸມສໍາມະນາແລກປ່ຽນບົດຮຽນທາງດ້ານທິດສະດີ ແລະພຶດຕິກໍາ ໃນການນໍາພາ-ຊີ້ນໍາ ຂອງພັກກອມມູນິດຈີນ ແລະພັກປະຊາຊົນ ປະຕິວັດລາວ  ຊຶ່ງເປັນຂີດໝາຍສຳຄັນໃນການຮ່ວມມືໃນການຂຽນບົດວິທະຍາສາດ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະສະຖາບັນການປົກຄອງແຂວງກວາງຊີ, ສປ.ຈີນ ພາຍໃຕ້ຫົວຂໍ້: “ຜັນຂະຫຍາຍເນື້ອໃນມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XX ຂອງພັກກອມມູນິດຈີນ ແລະຜັນຂະຫຍາຍເນື້ອໃນມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ”.          ເພື່ອເປັນການຜັນຂະຫຍາຍແຜນການຮ່ວມມືຂອງສອງຝ່າຍ ຈຶ່ງໄດ້ເປີດກອງປະຊຸມສຳມະນາ ໃນວັນທີ 23 ພຶດສະພາ 2023 ທີ່ ສະຖາບັນການປົກຄອງແຂວງກວາງຊີ, ສປ…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ສະຫຼຸບວຽກງານຄູປະຈຳຫ້ອງ

         ວຽກງານຄູປະຈຳຫ້ອງ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເປັນວຽກງານໜຶ່ງທີ່ເປັນເສນາທິການໃຫ້ແກ່ກົມຄຸ້ມຄອງການຮຽນ-ການສອນ ກໍຄືການຈັດຕັ້ງທຸກພາກສ່ວນ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໂດຍໄດ້ຮັບການນຳພາ-ຊີ້ນຳຢ່າງໃກ້ຊິດ ຈາກກົມຄຸ້ມຄອງການຮຽນ-ການສອນ, ໃນພິທີດັ່ງກ່າວ, ເປັນປະທານໃນກອງປະຊຸມໂດຍ: ທ່ານ ປອ ດາວສະຫວັນ ເຄືອມີໄຊ ຄະນະປະຈຳພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະມີຕາງໜ້າພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.          ທ່ານ ປທ ສີຈັນ ສູນດາລາ ຮອງຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ໄດ້ໃຫ້ຮູ້ວ່າ:…