ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີປະຖົມນິເທດໃຫ້ນັກສຶກສາທິດສະດີການເມືອງ ຂັ້ນສູງ 9ເດືອນຮຸ່ນທີ III ມີຈໍານວນທັງໝົດ 60 ທ່ານ, ຍິງ 14 ທ່ານ ໃນວັນທີ 19 ພຶດສະພາ 2023 ເຊິ່ງເປັນນັກສຶກສາທີ່ເຂົ້າມາໃໝ່ ເພື່ອຄົ້ນຄ້ວາ-ຮໍ່າຮຽນທິດສະດີການເມືອງ.

ດັ່ງນັ້ນ, ເພື່ອສ້າງຄວາມເຂົ້າໃຈໃນລະບຽບການຕ່າງໆ ທີ່ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ທີ່ໄດ້ກໍານົດໄວ້ຈຶ່ງໄດ້ຈັດພິທີປະຖົມນິເທດຂຶ້ນ ໂດຍມີພະນັກງານ, ຄູ-ອາຈານທີ່ກ່ຽວຂ້ອງຈາກຫ້ອງການ ສມປຊ, ກົມຈັດຕັ້ງ-ພະນັກງານ, ກົມຄຸ້ມຄອງການຮຽນ-ການສອນ ແລະສູນຂໍ້ມູນຂ່າວສານ ໄດ້ຂຶ້ນຫ້ອງບັນລະຍາຍ, ອະທິບາຍລະບຽບການຕ່າງໆ ເພື່ອໃຫ້ນັກສຶກສາໄດ້ເຂົ້າໃຈ ແລະນໍາໄປຈັດຕັ້ງປະຕິບັດໃນຕະຫຼອດໄລຍະທີ່ເຂົ້າມາພັກອາໄສ ແລະສຶກສາຄົ້ນຄວ້າຢູ່ໃນສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຊິ່ງປະກອບມີບັນດາຫົວຂໍ້ຄື:

  1. ແນະນໍາວຽກນະໂຍບາຍຕ່າງໆທີ່ກ່ຽວຂ້ອງຂອງກົມຈັດຕັ້ງ-ພະນັກງານ;
  2. ແນະນໍາລະບຽບຫໍພັກ, ການກິນ, ການຢູ່, ການພັກເຊົາ ແລະວຽກອື່ນໆທີ່ປິ່ນອ້ອມວຽກງານຫ້ອງການ;
  3. ແນະນໍາການຢືມປຶ້ມຢູ່ຫ້ອງສະໝຸດ;
  4. ແນະນໍາໂຄງການຫຼັກສູດການຮຽນ-ການສອນແລະແນະນໍາວຽກງານຄູປະຈໍາຫ້ອງປະຈໍາຊຸດຮຽນ.

ຂ່າວ: ນ. ທິດດາວອນ ດວງປະເສີດ
ຮູບພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ