ໜ່ວຍພັກຮາກຖານ ນັກສຶກສາ ປະລິນຍາໂທ ຮຸ່ນທີ XVIII ຫ້ອງ ແລະ ຫ້ອງ ໄດ້ສຳເລັດການເປີດກອງປະຊຸມໃຫຍ່ຄັ້ງທີ I ຂຶ້ນໃນເດືອນ 1 ປີ 2023 ທີ່ຜ່ານມາ ຊຶ່ງໃນນັ້ນໄດ້ຜ່ານການເລືອກຕັ້ງຄະນະພັກເປັນທີ່ຮຽບຮ້ອຍ ແລະໄດ້ເຄື່ອນໄຫວວຽກງານນຳພາ-ຊີ້ນຳຂອງຫ້ອງ ຊຶ່ງມີຜົນງານຫຼາຍໆດ້ານທີ່ພົ້ນເດັ່ນ, ສະນັ້ນ, ໃນວັນທີ 18 ພຶດສະພາ 2023 ໜ່ວຍພັກຮາກຖານນັກສຶກສາ ປະລິນຍາໂທ ຮຸ່ນທີ XVIII ຫ້ອງ ແລະ ຫ້ອງ ໄດ້ເປີດກອງປະຊຸມຮັບຮອງແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະໜັກແໜ້ນຂອງຕົນຂຶ້ນ, ໃຫ້ກຽດເປັນປະທານໂດຍ:  ສະຫາຍ ປທ ນ. ບຸນມີ ຈຸນລະຈັກ ຮອງເລຂາຄະນະບໍລິຫານງານພັກ, ປະທານກວດກາພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີຕາງໜ້າຂັ້ນກົມ, ຫ້ອງການ, ຄະນະຕ່າງໆ ແລະສູນຕ່າງໆ ຕະຫຼອດຮອດ ຕາງໜ້າໜ່ວຍພັກຮາກຖານ ນັກສຶກສາພາຍໃນ ສມປຊ ເຂົ້້າຮ່ວມ.

            ໃນກອງປະຊຸມ ສະຫາຍ ນ. ບົວຄົມ ຂານສຸວົງ ເລຂາໜ່ວຍພັກຮາກຖານນັກສຶກສາ ປະລິນຍາໂທ ຮຸ່ນທີ XVIII ຫ້ອງ ແລະສະຫາຍ ບຸນຖອງ ລາດສະວົງສຸກ ເລຂາໜ່ວຍພັກຮາກຖານນັກສຶກສາ ປະລິນຍາໂທ ຮຸ່ນທີ XVIII ຫ້ອງ ໄດ້ຂຶ້ນຜ່ານບົດສະຫຼຸບການເຄື່ອນໄຫວການນໍາພາ-ຊີ້ນໍາ ຂອງໜ່ວຍພັກ ແລະທິດທາງແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະໜັກແໜ້ນ ເຊິ່ງເນື້ອໃນບົດສະຫຼຸບການເຄື່ອນໄຫວນຳພາ-ຊີ້ນຳ ຂອງທັງສອງຫ້ອງ ໂດຍພື້ນຖານແລ້ວ ແມ່ນສ່ອງແສງໃຫ້ເຫັນເຖິງຄະນະພັກໄດ້ຖືເອົາການສຶກສາອົບຮົມການເມືອງ-ແນວຄິດເປັນກົກ ໂດຍສອດຫ້ອຍເຂົ້າທຸກຂົງເຂດວຽກງານພາຍໃນຫ້ອງຮຽນ,​ໂດຍເປັນເຈົ້າການຕິດຕາມ, ກວດກາ, ຊຸກຍູ້, ປຸກລະດົມໃຫ້ສະມາຊິກເຂົ້າຮ່ວມຄົ້ນຄວ້າ, ຮໍ່າຮຽນ, ເຊື່ອມຊຶມແນວທາງ, ແຜນນະໂຍບາຍ, ມະຕິ, ຄໍາສັ່ງ, ກົດໝາຍ ແລະລະບຽບການຕ່າງໆ, ມູນເຊື້ອວັນສໍາຄັນຕ່າງໆ ຂອງຊາດ-ຂອງພັກ ທີ່ທາງສະຖາບັນຈັດຂຶ້ນ ເພື່ອໃຫ້ສະມາຊິກພັກພາຍໃນໜ່ວຍ ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດທີ່ຖືກຕ້ອງ, ມີແນວຄິດອຸ່ນອຽນທຸ່ນທ່ຽງ, ມີສະຕິຕໍ່ການຈັດຕັ້ງ, ມີທັດສະນະຫຼັກໝັ້ນຊົນຊັ້ນກໍາມະຊີບ, ມີຄວາມສາມັກຄີຮັກແພງຊ່ວຍເຫຼືອເຊິ່ງກັນ ແລະກັນ, ຈໍາແນກໄດ້ມິດ ແລະສັດຕູຢ່າງຈະແຈ້ງ, ຕັ້ງໜ້າສຶກສາຄົ້ນຄວ້າ ແລະຮ່ຳຮຽນເປັນປົກກະຕິ.

         ນອກນັ້ນ, ຄະນະໜ່ວຍພັກໄດ້ນຳພາສະມາຊິກປະຕິບັດຕາມ 05 ຫຼັກການ; 03 ທິດນໍາໃນການກໍ່ສ້າງ, ປັບປຸງ, ປ້ອງກັນພັກ ໂດຍຖືເອົາການດໍາເນີນຊີວິດການເມືອງພາຍໃນພັກເປັນປົກກະຕິີ ແລະຮັບປະກັນທັງດ້ານເນື້ອໃນໃຫ້ຄົບຖ້ວນຕາມ 3 ລັກສະນະຂອງການດຳເນີນຊີວິດພັກ; ໜ່ວຍພັກໄດ້ແບ່ງອອກເປັນ 3 ຈຸພັກ ຫ້ອງ ແລະ ຫ້ອງ ຂ ມີ 4 ຈຸພັກ ເພື່ອສະດວກໃນການນໍາພາ ແລະການຮ່ວມຊິວິດພັກ.

         ໃນກອງປະຊຸມ ຍັງໄດ້ຕີລາດ້ານອ່ອນ, ຂໍ້ຄົງຄ້າງໃນການນຳພາຂອງໜ່ວຍພັກ ແລະຜ່ານທິດທາງແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະໜັກແໜ້ນຂອງໜ່ວຍພັກ ແລະພ້ອມກັນປະກອບຄຳເຫັນໃສ່ຮ່າງບົດສະຫຼຸບເພື່ອໃຫ້ໄດ້ເນື້ອໃນ ຄົບຖ້ວນສົມບູນ ແລະຖືກຕ້ອງຕາມຄໍາສັ່ງຂອງກົມການເມືອງສູນກາງພັກ, ຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກ ແລະຄຳແນະນໍາຂອງຄະນະບໍລິຫານງານພັກ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ກ່ຽວກັບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະໜັກແໜ້ນ.

       ນອກນັ້ນ, ທັງ 2 ໜ່ວຍພັກ ໄດ້ວາງແຜນການຄາດໝາຍສູ້ຊົນແຕ່ລະດ້ານຄື:

       – ຄາດໝາຍສູ້ຊົນຂອງໜ່ວຍພັກຮາກຖານ ນັກສຶກສາ ປະລິນຍາໂທ ຮຸ່ນທີ XVIII ຫ້ອງ ກ:

        1. ການກໍ່ສ້າງໜ້ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ທາງດ້ານການເມືອງ ສູ້ຊົນໃຫ້ບັນລຸ 1,8 ຄະແນນຂຶ້ນໄປ.

          2. ການກໍ່ສ້າງໜ້ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ທາງດ້ານແນວຄິດ ສູ້ຊົນໃຫ້ບັນລຸ 1,4 ຄະແນນຂຶ້ນໄປ.

         3.ການກໍ່ສ້າງໜ້ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ທາງດ້ານການຈັດຕັ້ງ ສູ້ຊົນໃຫ້ບັນລຸ 1,4 ຄະແນນຂຶ້ນໄປ.

         4. ການກໍ່ສ້າງໜ້ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ດ້ານແບບແຜນການນໍາພາ ສູ້ຊົນໃຫ້ບັນລຸ 1,8 ຄະແນນຂຶ້ນໄປ.

         5. ການກໍ່ສ້າງໜ້ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ດ້ານນໍາພາປະຕິບັດໜ້າທີ່ການເມືອງ ສູ້ຊົນໃຫ້ບັນລຸ 2,8 ຄະແນນ ຂຶ້ນໄປ.

       – ຄາດໝາຍສູ້ຊົນໜ່ວຍພັກຮາກຖານ ນັກສຶກສາ ປະລິນຍາໂທ ຮຸ່ນທີ XVIII ຫ້ອງ ຂ:

         1. ການກໍ່ສ້າງໜ່ວຍພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນດ້ານການເມືອງສູ້ຊົນໃຫ້ບັນລຸ 1,8 ຄະແນນຂຶ້ນໄປ.

         2. ການກໍ່ສ້າງພັກປອດໃສ, ເຂັ້ມແຂງ, ໜັກແໜ້ນດ້ານແນວຄິດສູ້ຊົນໃຫ້ບັນລຸ 1,4 ຄະແນນຂຶ້ນໄປ.

         3. ການກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນດ້ານການຈັດຕັ້ງສູ້ຊົນໃຫ້ບັນລຸ 1,4 ຄະແນນຂຶ້ນໄປ.

         4. ການກໍ່ສ້າງພັກປອດໃສ, ເຂັ້ມແຂງ, ໜັກແໜ້ນດ້ານແບບແຜນການນຳພາສູ້ຊົນໃຫ້ບັນລຸ 1,8 ຄະແນນຂຶ້ນໄປ.

         5. ການກໍ່ສ້າງພັກປອດໃສ, ເຂັ້ມແຂງ, ໜັກແໜ້ນດ້ານນຳພາປະຕິບັດໜ້າທີ່ການເມືອງສູ້ຊົນໃຫ້ບັນລຸ 2,8 ຄະແນນຂຶ້ນໄປ.


         ໃນຕອນທ້າຍກອງປະຊຸມໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ປທ ນ. ບຸນມີ ຈຸນລະຈັກ ຊຶ່ງທ່ານໄດ້ສະແດງຄວາມຊົມເຊີຍ ແລະຕີລາຄາຕໍ່ກັບຄວາມເອົາໃຈໃສ່ຂອງບັນດາສະຫາຍຄະນະໜ່ວຍພັກ ແລະສະມາຊິກພັກ ໃນການປະຕິບັດໜ້າທີ່ການເມືອງ ແລະວາງທິດທາງແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະໜັກແໜ້ນຈົ່ງພ້ອມກັນເຊື່ອມຊຶມແຜນການກໍ່ສ້າງໃຫ້ບັນລຸຜົນສຳເລັດຕາມຄາດໝາຍທີ່ໄດ້ວາງໄວ້​ ແລະພ້ອມກັນຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ ຄຽງຄູ່ກັບການສຸມໃສ່ຄົ້ນຄວ້າຮໍ່າຮຽນ ແລະການຈັດຕັ້ງປະຕິບັດລະບຽບວິໄນໃຫ້ເຂັ້ມງວດ.

ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ