ເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ V ຂອງຜູ້ແທນຊາວໜຸ່ມ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ການຈັດຕັ້ງຜັນຂະຫຍາຍເນື້ອໃນຂໍ້ແຂ່ງຂັນກົມກອງດີເດັ່ນ, ພະນັກງານດີເດັ່ນ, ຄູ-ອາຈານສອນດີ-ສອນເກັ່ງ, ນັກສຶກສາຮຽນເກັ່ງ-ມີວິໄນດີ ເຂົ້າສູ່ລວງເລິກໃນບັນດາກົມ, ຫ້ອງການ, ຄະນະວິຊາ, ສູນຂໍ້ມູນຂ່າວສານ ແລະບັນດາຫ້ອງຮຽນຂອງນັກສຶກສາຢ່າງເປັນຂະບວນຟົດຟື້ນ.

ສະນັ້ນໃນຕອນເຊົ້າວັນທີ 29 ເມສາ 2024 ທີ່ຫ້ອງປະຊຸມຊັ້ນ 5 ຫ້ອງ 509 ຕຶກສູນຂໍ້ມູນຂ່າວສານການ ເມືອງ ແລະ ການປົກຄອງ ຊາວໜຸ່ມຮາກຖານຫ້ອງການ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ II ຂອງສະມາຊິກຊາວໜຸມຮາກຖານຫ້ອງການ ພາຍໃຕ້ການເປັນປະທານໂດຍ: ສະຫາຍ ປອ ດາວສະຫວັນ ເຄືອມີໄຊ ຄະນະປະຈຳພັກ, ຮອງຫົວໜ້າ ສມປຊ, ກຳມະການຄະນະບໍລິຫານງານສູນກາງຊາວໜຸ່ມ ປປລ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ສມປຊ. ມີ ສະຫາຍ ນ. ລາລີວັນ ວົງພະຈັນ ຫົວໜ້າພະແນກອົງການຈັດຕັ້ງ ແລະສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ສະຫາຍ ປອ ນ. ໄກສອນ ຈັນສີນາ ກໍາມະການຄະນະພັກ ຫົວໜ້າຫ້ອງການ ແລະສະຫາຍ ປທ ສົນທະຍາ ເທບນຸຮັກ ຮອງຫົວໜ້າຫ້ອງການ ຄະນະບໍລິຫານງານຊາວໜຸ່ມ ສມປຊ ພ້ອມດ້ວຍເລຂາຊາວໜຸ່ມແຕ່ລະຮາກຖານທົ່ວ ສມປຊ ກໍ່ໃຫ້ກຽດເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງນີ້ ລວມທັງໝົດ 36 ສະຫາຍ ຍິງ 16 ສະຫາຍ.

ສະຫາຍ ສຸກສະຫວັດ ເພັດພູທອນ ໄດ້ຂຶ້ນກ່າວຈຸດປະສົງ ແລະສະເໜີແຂກເຂົ້າຮ່ວມ, ຜ່ານມະຕິຕົກລົງແຕ່ງຕັ້ງກອງເລຂາບັນທຶກກອງປະຊຸມ, ຜ່ານຂໍ້ຕົກລົງ ຂອງຄະນະບໍລິຫານງານຊາວໜຸ່ມ ສມປຊ ໃຫ້ອະນຸມັດເປີດກອງປະຊຸມໃຫຍ່. ສະຫາຍ ປທ ສົນທະຍາ ເທບນຸຮັກ ຮອງຫົວໜ້າຫ້ອງການ ຄະນະບໍລິຫານງານຊາວໜຸ່ມ ສມປຊ ໄດ້ຂຶ້ນກ່າວເປີດກອງປະຊຸມ ພ້ອມທັງຜ່ານບົດລາຍງານການເມືອງ. ສະຫາຍ ໄມພັນ ບຸນລັດ ຮອງຫົວໜ້າພະແນກ ແຜນການ-ການເງິນ ເລຂາຊາວໜຸມຮາກຖານຫ້ອງການ ກໍ່ໄດ້ຂຶ້ນ ຜ່ານບົດສໍາຫຼວດການນໍາພາຂອງຄະນະບໍລິຫານງານຊາວໜຸມຮາກຖານຫ້ອງການຊຸດທີ 1 ພ້ອມທັງກ່າວອໍາລາໜ້າທີ່ ຫຼັງຈາກນັ້ນ ສະຫາຍ ນ. ລາລີວັນ ວົງພະຈັນ ຫົວໜ້າພະແນກອົງການຈັດຕັ້ງ ແລະສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ກໍ່ໄດ້ຂຶ້ນຜ່ານມາດຖານເງື່ອນໄຂຜູ້ຮັບສະໝັກເລືອກຕັ້ງເປັນຄະນະບໍລິຫານງານຊາວໜຸ່ມຮາກຖານຫ້ອງການຊຸດໃໝ່ຊຸດທີ 2   ແລະສະຫາຍ ຄໍາເມິງ ສຸລິນທາ ພ້ອມດ້ວຍຄະນະຮັບຜິດຊອບການປ່ອນບັດ ກໍ່ໄດ້ຂຶ້ນແນະນໍາລະບຽບການປ່ອນບັດ,  ເຊິ່ງກອງປະຊຸມໃນຄັ້ງນີ້ ສະມາຊິກໄດ້ໃຊ້ສິດປະຊາທິປະໄຕຂອງຕົນໃນການປ່ອນບັດຄັດເລືອກເອົາຄະນະຊາວໜຸ່ມຮາກຖານຫ້ອງການຊຸດໃໝ່ ເຊິ່ງມີລາຍຊື່ສະໝັກເລືອກຕັ້ງ 5 ສະຫາຍ ໃນນັ້ນຄັດເລືອກເອົາ 3 ສະຫາຍ. ເຊິ່ງຜົນຂອງການຄັດເລືອກຄະນະຊາວໜຸ່ມຮາກຖານຫ້ອງການຊຸດໃໝ່ມີດັ່ງນີ້:

  1. ສະຫາຍ ໄມພັນ ບຸນລັດ ເປັນເລຂາ.
  2. ສະຫາຍ ສຸກສະຫວັດ ເພັດພູທອນ ເປັນຮອງເລຂາ, ປະທານກວດກາ.
  3. ສະຫາຍ ນ. ແຟນສອນ ສີຈໍາປາໄຊ ເປັນຄະນະ.

       ຫຼັງຈາກນັ້ນ ສະຫາຍ ປທ ນ. ອາໄລ ພາລິໃບ ຮອງຫົວໜ້າພະແນກພົວພັນຕ່າງປະເທດ ກໍ່ໄດ້ຂຶ້ນຜ່ານມະຕິກອງປະຊຸມ.

ໃນຕອນທ້າຍພິທີທ່ານປະທານກອງປະຊຸມ ໄດ້ມີຄໍາຄິດ, ຄໍາເຫັນໂອ້ລົມຕໍ່ກອງປະຊຸມ ເຊິ່ງທ່ານໄດ້ເນັ້ນຄື:

  1. ຄະນະຊາວໜຸ່ມຊຸດໃໝ່ສືບຕໍ່ເອົາໃຈໃສ່ທາງດ້ານການເມືອງແນວຄິດ, ເຕົ້າໂຮມສາມັກຄີ ແລະແບ່ງຄວາມຮັບຜິດຊອບການນໍາພາ-ຊີ້ນໍາແຕ່ລະຂົງເຂດ;
  2. ຄະນະຊາວໜຸ່ມຊຸດໃໝ່ ຕ້ອງກໍາໄດ້ສະມາຊິກຂອງຕົນເອງ ເພື່ອແນໃສ່ສຶກສາອົບຮົມໃຫ້ຖືກເປົ້າໜາຍ ແລະພະຍາຍາມເຂົ້າເຖິງສະມາຊິກ, ຮູ້ປະສານສົມທົບກັບອົງການອື່ນເປັນຕົ້ນແມ່ນ: ອົງການກໍາມະບານ ແລະອົງການແມ່ຍິງ ແລະຮູ້ນໍາພາສະໜັບສະໜູນສະມາຊິກໃຫ້ມີຄວາມກະຕືລືລົ້ນເຂົ້າຮ່ວມທຸກຂະບວນການທີ່ທາງ ສມປຊ ຈັດຂຶ້ນ;
  3. ສະມາຊິກຊາວໜຸ່ມຕ້ອງໃຫ້ມີຄວາມກ້າຫານນໍາໜ້າ, ມີຄວາມຫ້າວຫັນ ແລະເຮັດວຽກຢ່າງມີຫົວຄິດປະ ດິດສ້າງ.
  4. ເອົາໃຈໃສ່ເຊື່ອມຊຶມບັນດາມະຕິກອງປະຊຸມ, ບັນດາກົດລະບຽບຊາວໜຸ່ມ ນໍາເອົາໄປຄິດຫງໍາພັດທະນາຕົນເອງ ເພື່ອປະກອບສ່ວນເຂົ້າໃນວຽກລວມເປັນຕົ້ນແມ່ນ: ວຽກຂະບວນການຊາວໜຸ່ມສີ່ບຸກ.

ຂ່າວ/ພາບ: ນ. ທິດດາວອນ ດວງປະເສີດ

ບັນນາທິການ: ປທ ບຸນປັນ ສຸມຸນທອງ