Month: March 2022

ໂຮງຮຽນການເມືອງ ແລະ ການປົກຄອງແຂວງຊຽງຂວາງ ຈັດພິທີປ້ອງກັນບົດຈົບຊັ້ນກາງໃຫ້ນັກສຶກສາ ຮຸ່ນທີີ XVII

ໂດຍປະຕິບັດຕາມຂໍ້ຕົກລົງຂອງສະພາວິທະຍາສາດ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດເລກທີ 687/ສມປຊ, ລົງວັນທີ 07 ທັນວາ 2020 ວ່າດ້ວຍການຮັບຮອງເອົາຫົວຂໍ້ປ້ອງກັນ ແລະແຕ່ງຕັ້ງອາຈານແນະນຳຂຽນບົດປ້ອງກັນຈົບຊັ້ນກາງຮຸ່ນ XVII ຢູ່ໂຮງຮຽນການເມືອງ ແລະ ການປົກຄອງແຂວງຊຽງຂວາງ. ໃນຕອນເຊົ້າວັນທີ 22 ມີນາ 2022 ຢູ່ທີ່ໂຮງຮຽນການເມືອງ ແລະ ການປົກຄອງແຂວງຊຽງຂວາງ ຈັດພິທີປ້ອງກັນຈົບຊັ້ນກາງຂຶ້ນ ພາຍໃຕ້ການເປັນປະທານໂດຍ: ທ່ານ ໜໍບີຫາ ຕົ່ງປາວ ຄະນະປະຈຳພັກແຂວງ ຜູ້ຊີ້ນຳວຽກງານໂຮງຮຽນການເມືອງ ແລະ…

ຫ້ອງການ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຊື່ອມຊຶມ ແລະຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ

ຫ້ອງການ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດກອງປະຊຸມເຊື່ອມຊຶມ ແລະຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ຂື້ນໃນວັນທີ 21 ມີນາ 2022 ໂດຍການເປັນປະທານຂອງ ສະຫາຍ ປທ ນ. ຄຳຫຼ້າ ແກ້ວອຸ່ນຄຳ ກຳມະການຄະນະພັກ, ຫົວໜ້າຫ້ອງການ ພ້ອມດ້ວຍຄະນະ, ສະມາຊິກພັກ ແລະພະນັກງານ-ລັດຖະກອນ ທົ່ວຫ້ອງການ. ຈຸດປະສົງ ເພື່ອສືບຕໍ່ຈັດຕັ້ງປະຕິບັດຕາມແຜນດໍາເນີນງານ ແລະການປະຕິບັດບັນດາຄາດໝາຍສູ້ຊົນ ທີ່ພັກວາງອອກໃຫ້ສໍາເລັດຜົນເປັນກ້າວໆ,…

ກະຊວງກະສິກຳ ແລະປ່າໄມ້ ​ເປີດຊຸດຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງ ລະບົບ 45 ວັນ, ຊຸດທີ XX

ໃນຕອນເຊົ້າ ຂອງ​ວັນ​ທີ 15 ມີນາ 2022, ກະຊວງກະສິກຳ ແລະ ປ່າໄມ້ ຮ່ວມກັບ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ​ໄດ້​ຈັດ​ພິທີ​ເປີດ ຊຸດຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງ ລະບົບ 45 ວັນ, ຊຸດທີ XX ໃຫ້ແກ່ສະມາຊິກພັກ, ພະນັກງານຫຼັກແຫຼ່ງ ພາຍໃນ​ກະຊວງ ​ໃນພິທີໃຫ້ກຽດເປັນປະທານໂດຍ: ທ່ານ ກິແກ້ວ ສິງນາວົງ ຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີກະຊວງກະສິກຳ ແລະປ່າໄມ້ ພ້ອມດ້ວຍ ທ່ານ ປທ ນ. ບຸນມີ…

ກອງ​ປະຊຸມສາມັນ ເທື່ອ​ທີ 3 (ປະຈໍາປີ 2021) ຂອງສະພາວິທະຍາສາດ ຊຸດທີ V ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ

ໃນວັນພຸດທີ 16 ມີນາ 2022 ຢູ່ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ໄດ້ຈັດຕັ້ງກອງ​ປະຊຸມສາມັນ ເທື່ອ​ທີ 3 (ປະຈໍາປີ 2021) ຂອງສະພາວິທະຍາສາດ ຊຸດທີ V ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດຂຶ້ນພາຍໃຕ້ການເປັນປະທານ ຂອງທ່ານ ຮສ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ ປະທານສະພາວິທະຍາສາດ, ຫົວໜ້າສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ,ໃນພິທີມີສະມາຊິກ​ສະພາ​ວິທະຍາສາດຄະນະປະຈຳ, ສະມາ​ຊິກ​ສະພາ​ວິທະຍາສາດ​ພາຍ​ນອກ ພ້ອມດ້ວຍກອງ​ເລຂາ ​ເຂົ້າຮ່ວມທັງໝົດ 21 ທ່ານ ຍິງ…