ໂດຍປະຕິບັດຕາມຂໍ້ຕົກລົງຂອງສະພາວິທະຍາສາດ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດເລກທີ 687/ສມປຊ, ລົງວັນທີ 07 ທັນວາ 2020 ວ່າດ້ວຍການຮັບຮອງເອົາຫົວຂໍ້ປ້ອງກັນ ແລະແຕ່ງຕັ້ງອາຈານແນະນຳຂຽນບົດປ້ອງກັນຈົບຊັ້ນກາງຮຸ່ນ XVII ຢູ່ໂຮງຮຽນການເມືອງ ແລະ ການປົກຄອງແຂວງຊຽງຂວາງ.

ໃນຕອນເຊົ້າວັນທີ 22 ມີນາ 2022 ຢູ່ທີ່ໂຮງຮຽນການເມືອງ ແລະ ການປົກຄອງແຂວງຊຽງຂວາງ ຈັດພິທີປ້ອງກັນຈົບຊັ້ນກາງຂຶ້ນ ພາຍໃຕ້ການເປັນປະທານໂດຍ: ທ່ານ ໜໍບີຫາ ຕົ່ງປາວ ຄະນະປະຈຳພັກແຂວງ ຜູ້ຊີ້ນຳວຽກງານໂຮງຮຽນການເມືອງ ແລະ ການປົກຄອງແຂວງ ແລະທ່ານ ປທ ຄຳຜຸຍ ໂນລາ ກຳມະການພັກແຂວງ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ມີບັນດາຄູ-ອາຈານ, ມີຄະນະກຳການປ້ອງກັນບົດ ເຂົ້່າຮ່ວມທັງໜົດ 65 ສະຫາຍ, ຍິງ 16 ສະຫາຍ, ພິທີດັ່ງກ່າວໄດ້ຜ່ານຂໍ້ຕົກລົງວ່າດ້ວຍການມອບໂອນຄວາມຮັບຜິດຊອບໃຫ້ໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງວຽງຈັນຮັບຜິດຊອບການຄົ້ນຄ້ວາ ແລະອະນຸມັດສອບເສັງລະດັບ ສມປຊ, ອະນຸມັດຫົວຂໍ້ບົດຈົບຊັ້ນ ແລະວ່າດ້ວຍການແຕ່ງຕັ້ງຄະນະກໍາມະການປ້ອງກັນບົດ ຂອງນັກສຶກຮຸ່ນທີ່ XVII ເຊິ່ງໄດ້ແບ່ງອອກເປັນ 3 ກຸ່ມວິຊາຄື: ກຸ່ມການເມືອງ, ກຸ່ມຄຸ້ມຄອງເສດຖະກິດ ແລະກຸ່ມການປົກຄອງ.

ໃນພິທີດັ່ງກ່າວ ປະທານປ້ອງກັນບົົດໄດ້ມີຄຳເຫັນໂອ້ລົມຕໍ່ຄະນະກຳມະການປ້ອງກັນບົດນັກສຶກສາ ແລະກ່າວເປີດພິທີຢ່າງເປັນທາງການ. ການປ້ອງກັນບົດຄັ້ງນີ້ແມ່ນດຳເນີນເປັນເວລາ 2 ວັນຈິ່ງຈະສຳເລັດ.

ຂ່າວ-ພາບໂດຍ: ທ່ານ ຄອນສະຫວັນ ສຸວັນດີ.
ອາຈານໂຮງຮຽນການເມືອງ ແລະການປົກຄອງແຂວງຊຽງຂວາງ.
ບັນນາທິການ: ປທ ບຸນປັນ ສຸມຸນທອງ