ໃນວັນພຸດທີ 16 ມີນາ 2022 ຢູ່ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ໄດ້ຈັດຕັ້ງກອງ​ປະຊຸມສາມັນ ເທື່ອ​ທີ 3 (ປະຈໍາປີ 2021) ຂອງສະພາວິທະຍາສາດ ຊຸດທີ V ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດຂຶ້ນພາຍໃຕ້ການເປັນປະທານ ຂອງທ່ານ ຮສ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ ປະທານສະພາວິທະຍາສາດ, ຫົວໜ້າສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ,ໃນພິທີມີສະມາຊິກ​ສະພາ​ວິທະຍາສາດຄະນະປະຈຳ, ສະມາ​ຊິກ​ສະພາ​ວິທະຍາສາດ​ພາຍ​ນອກ ພ້ອມດ້ວຍກອງ​ເລຂາ ​ເຂົ້າຮ່ວມທັງໝົດ 21 ທ່ານ ຍິງ 05 ທ່ານ.

ໃນພິທີ ທ່ານ ປອ ຄຳມອນ ຈັນທະຈິດ ຫົວໜ້າກົມຄຸ້ມຄອງການຄົ້ນຄວ້າວິທະຍາສາດໄດ້ສະຫຼຸບຕີລາຄາ, ຖອດຖອນບົດຮຽນການຈັດຕັ້ງປະຕິບັດເຄື່ອນໄຫວວຽກງານສະພາ​ວິທະຍາສາດ ປີ 2021 ແລະແຜນການປີ 2022 ຂອງສະພາ​ວິທະຍາສາດ ສມປຊ ແລະປຶກສາ​ຫາລື ພ້ອມ​ກັນ​ລົງ​ຄະ​ແນນ​ສຽງ ວ່າ​ດ້ວຍ​ການ​ຮັບຮອງ​ເອົາຫຼັກສູດ​ປະລິນຍາ​ໂທ 7 ສາຂາ (ຫຼັກສູດ​ປັບປຸງ​ໃໝ່) ພ້ອມທັງ​ສະ​ເໜີຜ່ານຜົນງານ ຂອງ​ບັນດາ​ຄູ-ອາຈານທີ່​ຂໍຕໍາ​ແໜ່ງວິຊາ​ການ​ຄູພ້ອມ​ລົງ​ຄະ​ແນນ​ຮັບຮອງ.

ການສະຫຼຸບວຽກງານ ຂອງ​ສະພາວິທະຍາສາດ ປີ 2021 ແລະທິດ​ທາງແຜນການ​ເຄື່ອນ​ໄຫວ ປີ 2022 ຂອງສະພາ​ວິທະຍາສາດ ສມປຊ ພ້ອມ​ດຽວກັນນັ້ນ ຍັງ​ໄດ້​ຟັງ​ການລາຍ​ງານ ກ່ຽວກັບການ​ປັບປຸງຫຼັກສູດ​ປະລິນຍາ​ໂທ 7 ສາຂາ (ຫຼັກສູດ​ປັບປຸງ​ໃໝ່) ​ແລະ ​ໄດ້​ຮັບ​ຟັງ​ການ​ຜ່ານ​ຜົນງານຂອງ​ບັນ​ດາ​ຄູ​-ອາຈານ ພາຍ​ໃນ ສມປຊ ຜູ້​ທີ່​ສະ​ເໜີຂໍຕຳ​ແໜ່ງວິຊາ​ການ​ຄູ. ນອກນັ້ນ, ສະມາຊິກ​ສະພາ​ວິທະຍາສາດ ​ໄດ້​ພ້ອມ​ກັນ​ປະກອບ​ຄຳ​ຄິດ​ເຫັນ​ໃສ່​ບົດ​ສະຫຼຸບ, ຫຼັກສູດ​ປະລິນຍາ​ໂທ 7 ສາຂາ ​ແລະມາດຖານ, ​ຜົນງານ ຜູ້​ທີ່​ສະ​ເໜີຂໍ​ຕຳ​ແໜ່ງວິຊາ​ການ​ຄູ ​ໃຫ້​ຖືກຕ້ອງ​ຕາມ​ລະບຽບການ​ທີ່​ກຳນົດ​ໄວ້.

         ຕໍ່ກັບບົດສະຫຼຸບທີ່ໄດ້ຜ່ານໃນກອງ​ປະຊຸມ ​ສະມາຊິກໄດ້​ພ້ອມ​ກັນປະກອບ​ຄຳ​ຄິດ​ເຫັນ ​ແລະ​ລົງ​ຄະ​ແນນ​ຮັບຮອງ​ເອົາ​ບັນດາ​ຫົວ​ຂໍ້​ສຳຄັນດັ່ງນີ້:

         1). ​ເຫັນ​ດີ​​ໃຫ້​ປັບປຸງ​ບາງ​ຈຸດ ​ແລະຮັບຮອງ​ເອົາຫຼັກສູດ ປະລິນຍາ​ໂທ 7 ສາຂາ (ຫຼັກສູດ​ປັບປຸງ​ໃໝ່).

         2). ​ເຫັນ​ດີ​ຮັບຮອງ​ຜູ້​ທີ່​ສະ​ເໜີຂໍ​ຕຳ​ແໜ່ງວິຊາ​ການ​ຄູ ຂັ້ນອາຈານ ​ແລະຜູ້​ຊ່ວຍ​ອາຈານ ຈຳນວນ 17 ທ່ານ ດັ່ງນີ້:

         – ​​ຂັ້ນຜູ້​ຊ່ວຍ​ອາຈານ ຈຳນວນ 5 ທ່ານ, ຍິງ 4 ທ່ານ.

         – ​ຂັ້ນອາຈານ 12 ທ່ານ, ຍິງ 3 ທ່ານ .

ໃນຕອນທ້າຍກອງປະຊຸມ ທ່ານ ຮສ ພູວົງ ອຸ່ນຄໍາແສນ ປະທານກອງປະຊຸມໄດ້ໃຫ້ທິດຊີ້ນຳຄື:

1). ກົມຄຸ້ມຄອງການຄົ້ນຄວ້າວິທະຍາສາດ ໃນຖານະເປັນເສນາທິການໃຫ້ສະພາວິທະຍາສາດ ສມປຊ ຈົ່ງສືບ​ຕໍ່​ຈັດຕັ້ງ​ປະຕິບັດ​ທິດ​ທາງ​ແຜນການ​​ປີ 2022 ​ທີ່​ໄດ້​ວາງ​ໄວ້​ໃຫ້ປະກົດຜົນ​ເປັນ​ຈິງ.

2). ສໍາລັບສະມາຊິກສະພາວິທະຍາສາດຂັ້ນສະຖາບັນ ເປັນຕົ້ນແມ່ນຄະນະປະຈຳ ຕ້ອງໄດ້ເປັນເຈົ້າການໃນການປະຕິບັດໜ້າທີ່ຂອງສະພາ ໃນການຮັບຮອງເອົານິຕິກຳ, ຮັບຮອງຜົນການຄົ້ນຄວ້າ, ຍົກສູງຂີດຄວາມສາມາດ ຂອງຕົນ ແລະ ສະມາຊິກໃຫ້ຮັບປະກັນໃນການປະຕິບັດໜ້າທີ່ການເມືອງຢ່າງສົມກຽດ.

3). ສະພາວິທະຍາສາດແຕ່ລະຄະນະຈົ່ງ​ຍົກ​ສູງ​ຄວາມ​ຮັບຜິດຊອບ​ຕື່ມ​ໃນການຈັດ​ຕັ້ງ​ປະຕິບັດ​ແຜນການພາລະບົດບາດ ແລະໜ້າທີ່ຮັບຜິດຊອບຂອງຕົນຢ່າງເປັນເຈົ້າການ ແລະມີຄວາມຮັບຜິດຊອບສູງ, ເພີ່ມ​ທະວີ​ຄວາມເປັນເຈົ້າການໃນການ​ຄົ້ນຄວ້າ​ວິທະຍາສາດໃຫ້​ຫຼາຍຂື້ນ, ​ສະມາຊິກ​ສະພາ​ວິທະຍາສາດ​ຂັ້ນ​ຕ່າງໆ ຕ້ອງ​ໄດ້​ມີ​ຜະລິດ​ຕະພັນ​ອອກ​ມາ​ຮັບ​ໃຊ້​ຢ່າງ​ຕໍ່​ເນື່ອງ.

ຂ່າວ: ຕາອັອດ ແສນທະວີສຸກ
ຮູບພາບ: ປທ ແກ້ວອຸດອນ ພັນດານຸວົງ
ບັນນາທິການ: ປທ ບຸນປັນ ສຸມຸນທອງ