ຫ້ອງການ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດກອງປະຊຸມເຊື່ອມຊຶມ ແລະຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ຂື້ນໃນວັນທີ 21 ມີນາ 2022 ໂດຍການເປັນປະທານຂອງ ສະຫາຍ ປທ ນ. ຄຳຫຼ້າ ແກ້ວອຸ່ນຄຳ ກຳມະການຄະນະພັກ, ຫົວໜ້າຫ້ອງການ ພ້ອມດ້ວຍຄະນະ, ສະມາຊິກພັກ ແລະພະນັກງານ-ລັດຖະກອນ ທົ່ວຫ້ອງການ.

ຈຸດປະສົງ ເພື່ອສືບຕໍ່ຈັດຕັ້ງປະຕິບັດຕາມແຜນດໍາເນີນງານ ແລະການປະຕິບັດບັນດາຄາດໝາຍສູ້ຊົນ ທີ່ພັກວາງອອກໃຫ້ສໍາເລັດຜົນເປັນກ້າວໆ, ກອງປະຊຸມຄັ້ງນີ້ ແມ່ນເຊື່ອມຊຶມ ແລະກໍາແໜ້ນບັນດາເນື້ອໃນຈິດໃຈຂອງມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ, ພ້ອມທັງຄຳຂວັນຂອງກອງປະຊຸມ ແລະແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ເຜີຍແຜ່ໃຫ້ພະນັກງານ, ຄູ-ອາຈານ ໃຫ້ເຂົ້າໃຈເລິກເຊິ່ງເຖິງຖອງ ແລະເຂົ້າສູ່ຊີວິດຕົວຈິງ ເພື່ອຈະນໍາໄປຈັດຕັ້ງປະຕິບັດ ແລະຈັດຕັ້ງຜັນຂະຫຍາຍ, ກໍາແໜ້ນແນວທາງຂອງພັກ-ລັດ ແລະໜ້າທີ່ຕົ້ນຕໍຂອງທິດທາງວຽກງານຈຸດສຸມຂອງຫ້ອງການແຕ່ໄລຍະ.

ໂອກາດດັ່ງກ່າວ ສະຫາຍ ປທ ນ. ຄຳຫຼ້າ ແກ້ວອຸ່ນຄຳ ໄດ້ໃຫ້ການທິດຊີ້ນຳໂດຍໄດ້ເນັ້ນໃຫ້ພະນັກງານ, ຄູ-ອາຈານ ຂອງຫ້ອງການເສີມຂະຫຍາຍຫົວຄິດປະດິດສ້າງຂອງພະນັກງານ, ນຳພາສະມາຊິກໃຫ້ມີຄຸນນະພາບ ແລະມີປະສິດທິຜົນ, ຕ້ອງເພີ່ມທະວີຄວາມເຂັ້ມງວດຂອງສະມາຊິກພັກ ຂອງພັກເຮົາໃນການປະຕິບັດກົດລະບຽບຂອງພັກ ແລະກົດໝາຍຂອງລັດ, ຕ້ອງມີການຫັນປ່ຽນທາງດ້ານແນວຄິດ ແລະຈິນຕະນາການຢ່າງແຂງແຮງ, ຫັນປ່ຽນແນວຄິດໃໝ່, ກ້າຄິດກ້າຮັບຜິດຊອບ ແລະມີຄວາມຮັບຜິດຊອບໃຫ້ຫຼາຍຂຶ້ນ, ປັບປຸງແບບແຜນວິທີເຮັດວຽກ, ມີການຕິດຕາມ-ກວດກາ, ແກ້ໄຂບັນຫາທີ່ຍັງຄ້າງຄາ ແລະຕ້ອງເພີ່ມທະວີວຽກງານກວດກາໃຫ້ມີຄຸນນະພາບ ແລະວຽກງານອຶ່ນໆຢ່າງມີຜົນສຳເລັດ

ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ