Month: March 2022

ເຝິກອົບຮົມການຄຸ້ມຄອງ ແລະການນໍາໃຊ້ເຄືອຂ່າຍ G-net ໃຫ້ພະນັກງານ, ຄູ-ອາຈານພາຍໃນ ສມປຊ

ໃນຕອນແລງວັນທີ 31 ມີນາ 2022 ພະແນກຊັບສິນ ແລະໄອທີ ທີ່ຂື້ນກັບ ຫ້ອງການສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດຕັ້ງພິທີເຝິກອົບຮົມການຄຸ້ມຄອງ ແລະການນໍາໃຊ້ເຄືອຂ່າຍ G-net ໃຫ້ພະນັກງານ, ຄູ-ອາຈານ ພາຍໃນ ສມປຊ ໂດຍການເປັນປະທານຂອງທ່ານ ບຸນໜາ ສີຫາລາດ ຫົວໜ້າພະແນກຊັບສິນ ແລະໄອທີ, ມີທ່ານ ສຸກສະໄໝ ທໍາມະວົງ ຫົວໜ້າພະແນກບໍລິການລະບົບບໍລິຫານລັດດີຈີຕອນ ພ້ອມດ້ວຍຄະນະ, ວິທະຍາກອນ ແລະ ສຳມະນາກອນກໍໃຫ້ກຽດເຂົ້າຮ່ວມ.…

ພິທີເຊັນສັນຍາການຮ່ວມມືລະຫວ່າງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ສະຖາບັນດິດ ວິທະຍາສາດສັງຄົມ ຫວຽດນາມໄລຍະ 2022-2026

ເພື່ອເປັນການກ້າວເຂົ້າສູ່ໄລຍະການເຊື່ອມໂຍງພາກພື້ນ ແລະສາກົນ ທີ່ເລິກເຊິ່ງກວ້າງຂວາງ, ຄວາມສາມັກຄີ ລະຫວ່າງ ສອງຊາດລາວ-ຫວຽດນາມ ເວົ້າລວມ. ເວົ້າສະເພາະ, ແມ່ນ ລະຫວ່າງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດຮ່ວມກັບສະຖາບັນດິດ ວິທະຍາສາດສັງຄົມ ຫວຽດນາມ ທີ່ໄດ້ປະກອບສ່ວນບໍ່ໜ້ອຍໃນການຊ່ວຍເຫຼືອໃຫ້ແຕ່ລະປະເທດເຊື່ອມໂຍງເຂົ້າກັບບັນດາກົນໄກການຮ່ວມມື ຢູ່ໃນລະດັບຕ່າງໆ ນັບແຕ່ລະດັບອະນຸພາກພື້ນ ຈົນເຖິງລະດັບສາກົນ. ດັ່ງນັ້ນ, ໃນວັນທີ 28 ມີນາ 2022 ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຮ່ວມກັບສະຖາບັນດິດ ວິທະຍາສາດສັງຄົມ ຫວຽດນາມໄດ້ມາເຕົ້າໂຮມກັນລົງນາມໃນບົດບັນທຶກການຮ່ວມມືໄລຍະ…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເປີດຊຸດຮຽນທິດສະດີການເມືອງ ແລະ ການປົກຄອງ ໃຫ້ກັບນັກສຶກສາ ລະບົບຊັ້ນສູງເລັ່ງລັດ 05 ເດືອນ ຮຸ່ນທີ XXX.

ໃນຕອນແລງຂອງວັນທີ 28 ມີນາ 2022 ໄດ້ເປີດຊຸດຮຽນທິດສະດີການເມືອງ ແລະ ການປົກຄອງ ສໍາລັບນັກສຶກສາລະບົບຊັ້ນສູງເລັ່ງລັດ 05 ເດືອນ ຮຸ່ນທີ XXX, ເຊິ່ງເປັນກຽດເຂົ້າຮ່ວມເປັນປະທານ ໂດຍ ທ່ານ ຮສ ພູວົງອຸ່ນ ຄໍາແສນ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະມີຕາງໜ້າຫ້ອງການ, ກົມ, ຄະນະຕ່າງໆ, ສູນຂໍ້ມູນຂ່າວສານການເມືອງ-ການປົກຄອງ ແລະສູນແນວຄິດ ໄກສອນ ພົມວິຫານເຂົ້້າຮ່ວມຢ່າງພອ້ມພຽງ.…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ​ປາຖະກະຖາວັນ​ສ້າງ​ຕັ້ງພັກ​ປະຊາຊົນ​ປະຕິວັດ​ລາວ ຄົບຮອບ 67 ປີ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ​ໄດ້​ຈັດ​​ວາງກະຕ່າດອກໄມ້ຕໍ່ໜ້າຮູບປັ່ນ ປະທານ ໄກສອນ ພົມວິຫານ ​ເນື່ອງ​ໃນ​ວັນ​ສ້າງ​ຕັ້ງພັກ​ປະຊາຊົນ​ປະຕິວັດ​ລາວ ຄົບຮອບ 67 ປີ (22.3.1955-22.3.2022) ຂຶ້ນໃນຕອນເຊົ້າຂອງ​ວັນ​ທີ 22 ມີນາ 2022 ​ແລະ​ໃນ​ຕອນ​ແລງຂອງວັນດຽວກັນໄດ້ມີພິທີປາຖະກະຖາ ຊຶ່ງໃຫ້ກຽດປາຖະກະຖາໂດຍ: ທ່ານ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ,  ມີພະນັກງານ, ຄູ-ອາຈານ ແລະນັກສຶກສາ…