ໃນຕອນເຊົ້າ ຂອງ​ວັນ​ທີ 15 ມີນາ 2022, ກະຊວງກະສິກຳ ແລະ ປ່າໄມ້ ຮ່ວມກັບ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ​ໄດ້​ຈັດ​ພິທີ​ເປີດ ຊຸດຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງ ລະບົບ 45 ວັນ, ຊຸດທີ XX ໃຫ້ແກ່ສະມາຊິກພັກ, ພະນັກງານຫຼັກແຫຼ່ງ ພາຍໃນ​ກະຊວງ ​ໃນພິທີໃຫ້ກຽດເປັນປະທານໂດຍ: ທ່ານ ກິແກ້ວ ສິງນາວົງ ຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີກະຊວງກະສິກຳ ແລະປ່າໄມ້ ພ້ອມດ້ວຍ ທ່ານ ປທ ນ. ບຸນມີ ຈຸນລະຈັກ ຮອງເລຂາຄະນະບໍລິຫານງານພັກ, ປະທານກວດກາ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີບັນດາ​ຕາງໜ້າຄູ-ອາຈານ ຈາກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະບັນດາ​ທ່ານ​ຜູ້ຕາງໜ້າຈາກກົມ​ຕ່າງໆ ພາຍໃນກະຊວງ​​.

ທ່ານ ບຸນທະວີ ໄຊຍະເພັດ ຫົວໜ້າກົມຈັດຕັ້ງ-ພະນັກງານ, ກະຊວງກະສິກຳ ແລະ ປ່າໄມ້ ໄດ້​ຂື້ນລາຍ​ງານແຜນການຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງ ລະບົບ 45 ວັນ, ຊຸດທີ XX ໃຫ້ແກ່ສະມາຊິກພັກ, ພະນັກງານຫຼັກແຫຼ່ງ ພາຍໃນກະຊວງ ຈໍານວນ 50 ທ່ານ, ຍິງ 15 ທ່ານ ​ຊຶ່ງ​ຕະ​ຫຼອດ​ໄລ​ຍະ​ເວ​ລາ​ດັ່ງ​ກ່າວ ຜູ້ເຂົ້າຮ່ວມຝຶກອົບຮົມຈະໄດ້ຍົກລະດັບຄວາມຮູ້ພື້ນຖານທາງດ້ານທິດສະດີການເມືອງ ແລະ ການປົກຄອງ, ຄົ້ນຄ້ວາຮ່ຳຮຽນທິດສະດີມາກ-ເລນິນ,ແນວທາງການປ່ຽນແປງໃໝ່ຂອງພັກ ໃນແຕ່ລະໄລຍະ, ການ​ຝຶກ​ອົບ​ຮົມຄັ້ງ​ນີ້ ແມ່ນແນ່​ໃສ່ເພື່ອໃຫ້ພະນັກງານນຳພາ-ຄຸ້ມຄອງ, ພະນັກງານສືບທອດ ກໍຄືສະມາຊິກພັກ, ພະນັກງານຫຼັກແຫຼ່ງ ມີວິທີການເຮັດວຽກທີ່ຖືກຕ້ອງ ແລະ ຮູ້ໝູນໃຊ້ ບັນດາບົດຮຽນດັ່ງກ່າວເຂົ້າໃນໜ້າທີ່ວຽກງານຂອງຕົນ.

ໃນ​ພິທີ​ດັ່ງກ່າວ, ທ່ານ ກິແກ້ວ ສິງນາວົງ ໄດ້​​ໃຫ້​ຄຳ​ໂອ​້ລົມ ແລະໃຫ້ທິດ​ຊີ້​ນຳ ໂດຍ​ໄດ້​ຍົກ​ໃຫ້​ເຫັນ​ເຖິງ​ຄວາມ​ສຳ​ຄັນຂອງການຝຶກອົບຮົມເທື່ອນີ້ ເປັນການຝຶກອົບຮົມໄລຍະສັ້ນ, ມັນອາດຈະມີຄວາມຈຳກັດໃນຫຼາຍດ້ານໃຫ້ແກ່ຄູ-ອາຈານ ແລະ ຜູ້ເຂົ້າຝຶກອົບຮົມຂອງພວກເຮົາ. ແຕ່ເຖິງຢ່າງໃດກໍ່ຕາມ ຂໍໃຫ້ບັນດາສະຫາຍນັກຝຶກອົບຮົມ ຈົ່ງພ້ອມກັນສຸມຈິດສຸມໃຈເຂົ້າໃນການຝຶກອົບຮົມຄັ້ງນີ້ ໃຫ້ສຳເລັດຜົນເປັນຢ່າງດີ. ພ້ອມກັນນັ້ນ, ກໍຂໍສະແດງຄວາມຂອບໃຈມາຍັງ ຄະນະພັກ, ຄະນະນໍາ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຊຶ່ງຍາມ ໃດກໍໄດ້ເອົາໃຈໃສ່ໃນການປະກອບສ່ວນສ້າງພະນັກງານ ໃນຂະແໜງກະສິກຳ, ປ່າໄມ້ ແລະ ພັດທະນາໃຫ້ມີຄວາມຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບພື້ນຖານທິດສະດີມາກ-ເລນິນ ເພື່ອເຮັດໃຫ້ສະມາຊິກພັກ, ພະນັກງານນໍາພາຫຼັກແຫຼ່ງ ສາມາດກຳໄດ້ພື້ນຖານທາງດ້ານທິດສະດີ, ຮູ້ໝູນໃຊ້ທິດສະດີ ເຂົ້າໃນການຊີ້ນຳ-ນຳພາວຽກງານຂອງຕົນພາຍໃນກະຊວງ.

ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ