ອະດີດການນຳຂັ້ນສູງແຂວງສະຫວັນນະເຂດ ມອບປື້ມເຂົ້າ ຫໍສະໝຸດ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ
ໃນວັນທີ 5 ເມສາ 2022 ທ່ານ ປອ ຄໍາເຜີຍ ຜັນທະຈອນ ອະດີດຮອງເລຂາພັກແຂວງ, ອະດີດຮອງເຈົ້າແຂວງ ແລະ ອະດີດປະທານສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ I, ໄດ້ມອບປື້ມ ໃຫ້ກັບຫໍສະໝຸດ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ໂດຍການກ່າວຮັບຂອງທ່ານ ປທ ບຸນປັນ ສຸມຸນທອງ ຮອງຫົວໜ້າ ສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ. ປຶ້ມທີ່ນໍາມາມອບໃນຄັ້ງນີ້ແມ່ນປຶ້ມປະຫວັດນາເງືອກ ຫຼື ທົ່ງມັງກອນ…
ກົມກວດກາ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດສະຫຼຸບຖອດຖອນບົດຮຽນ ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະໜັກແໜ້ນ
ວຽກງານກວດກາເປັນວຽກງານໜຶ່ງ ທີ່ສຳຄັນປາສະຈາກບໍ່ໄດ້ ຈະຕ້ອງໄດ້ຈັດຕັ້ງປະຕິບັດໃຫ້ເປັນປົກກະຕິນັ້ນກໍຄື ຂັ້ນຕອນການສະຫຼຸບຖອດຖອນບົດຮຽນ ເພື່ອຢັ້ງຢືນໃຫ້ເຫັນດ້ານດີສືບຕໍ່ເສີມຂະຫຍາຍ ແລະປັບປຸງແກ້ໄຂດ້ານອ່ອນ ຂໍ້ຄົງຄ້າງໃຫ້ດີຂຶ້ນເປັນກ້າວໆ. ສະນັ້ນ, ໃນວັນທີ 5 ເມສາ ກົມກວດກາ ສມປຊ ໄດ້ຈັດກອງປະຊຸມສະຫຼຸບຕີລາຄາຖອດຖອນບົດຮຽນ ປີ 2021 ແລະທິດທາງ ໃນການດໍາເນີນວຽກງານຕິດຕາມ-ກວດກາ ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປີ 2022; ພາຍໃຕ້ເປັນປະທານ ສະຫາຍ ປທ ນ. ບຸນມີ ຈຸນລະຈັກ ຮອງເລຂາຄະນະບໍລິຫານງານພັກ,…
ກອງປະຊຸມສຳມະນາວິທະຍາສາດຮ່ວມ 4 ສະຖາບັນການສຶກສາຊັ້ນສູງ ຄັ້ງທີ IV ໃນຫົວຂໍ້: “ຄວາມເປັນລະບຽບຮຽບຮ້ອຍ, ປອດໄພຂອງສັງຄົມ ແມ່ນໜ້າທີ່ພື້ນຖານໃຫ້ແກ່ການພັດທະນາປະເທດຊາດໃນເງື່ອນໄຂໃໝ່”
ກອງປະຊຸມຄັ້ງນີ້; ແມ່ນກອງປະຊຸມສໍາມະນາວິທະຍາສາດທີ່ ໄດ້ຄົ້ນຄວ້າລົງເລິກ, ສ້າງຄວາມກະຈ່າງແຈ້ງທາງດ້ານວິທະຍາສາດ ກ່ຽວກັບຫົວຂໍ້: ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃນສະພາບການໃໝ່ ເພື່ອຕອບສະໜອງໃຫ້ແກ່ຄວາມຮຽກຮ້ອງຕ້ອງການ ຂອງວຽກງານການຄົ້ນຄ້ວາວິທະຍາສາດ ແລະເຕັກໂນໂລຊີຂອງຍຸກສະໄໝປັດຈຸບັນ, ເຊື່ອມໂຍງແລະການປະຕິວັດອຸດສາຫະກຳ 4.0 (ປະຕິວັດອຸດສາຫະກຳຄັ້ງທີ IV), ແນໃສ່ປົກປັກຮັກສາຄວາມສະຫງົບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ກໍ່ສ້າງພະນັກງານຕິດພັນກັບການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດກ້າວໄປສູ່ຄວາມຮັ່ງມີ, ເຂັ້ມແຂງ, ໂປ່ງໃສ, ຍຸຕິທຳ ແລະທີ່ສຳຄັນກອງປະຊຸມຄັ້ງນີ້ເປັນຄັ້ງທີ IV ທີ່ 4 ສະຖາບັນຮ່ວມກັນຈັດຂຶ້ນເພື່ອຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ປະຊາຊົນປະຕິວັດລາວ, ມະຕິກອງປະຊຸມໃຫຍ່ຄັ້ງທີ V…
ເຝິກອົບຮົມການຄຸ້ມຄອງ ແລະການນໍາໃຊ້ເຄືອຂ່າຍ G-net ໃຫ້ພະນັກງານ, ຄູ-ອາຈານພາຍໃນ ສມປຊ
ໃນຕອນແລງວັນທີ 31 ມີນາ 2022 ພະແນກຊັບສິນ ແລະໄອທີ ທີ່ຂື້ນກັບ ຫ້ອງການສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດຕັ້ງພິທີເຝິກອົບຮົມການຄຸ້ມຄອງ ແລະການນໍາໃຊ້ເຄືອຂ່າຍ G-net ໃຫ້ພະນັກງານ, ຄູ-ອາຈານ ພາຍໃນ ສມປຊ ໂດຍການເປັນປະທານຂອງທ່ານ ບຸນໜາ ສີຫາລາດ ຫົວໜ້າພະແນກຊັບສິນ ແລະໄອທີ, ມີທ່ານ ສຸກສະໄໝ ທໍາມະວົງ ຫົວໜ້າພະແນກບໍລິການລະບົບບໍລິຫານລັດດີຈີຕອນ ພ້ອມດ້ວຍຄະນະ, ວິທະຍາກອນ ແລະ ສຳມະນາກອນກໍໃຫ້ກຽດເຂົ້າຮ່ວມ.…

