ນັກສຶກສາທິດສະດີການເມືອງຂັ້ນສູງ ຮຸ່ນທີ I ຈຳນວນ 60 ທ່ານ, ຍິງ 12 ທ່ານ ເປັນນັກສຶກສາຮຸ່ນທຳອິດຂອງ ສມປຊ ຕໍ່ກັບຫຼັກສູດທິດສະດີຂັ້ນສູງທີ່ໄດ້ເປີດແຕ່ເດືອນ 12 ປີ 2022 ຈົນມາເຖິງເດືອນສິງຫາ 2023 ແມ່ນຄົບຕາມໂຄງການຫຼັກສູດການຮຽນ-ການສອນຂອງລະບົບຮຽນ 9 ເດືອນ ໃນ 5 ກຸ່ມວິຊາຄື: ກຸ່ມວິຊາ ປັດຊະຍາ, ກຸ່ມວິຊາ ລັດທິສັງຄົມນິຍົມວິທະຍາສາດ, ກຸ່ມວິຊາ ກໍ່ສ້າງພັກ ແລະປະຫວັດສາດພັກ, ກຸ່ມວິຊາ ເສດຖະສາດການເມືອງ ແລະຄຸ້ມຄອງເສດຖະກິດ ແລະກຸ່ມວິຊາ ການປົກຄອງ ລວມທັງໝົດມີ 1.113 ຊົ່ວໂມງ.

ໃນວັນທີ 15 ສິງຫາ 2023 ເພື່ອເປັນການປະເມີນຄວາມຮັບຮູ້ ແລະເຂົ້າໃຈກ່ຽວກັບທິດສະດີການເມືອງທີ່ໄດ້ຜ່ານການຮໍ່າຮຽນມາ ໃນແຕ່ລະວິຊາທີ່ໄດ້ກໍານົດໄວ້ ສະນັ້ນ, ສມປຊ ຈຶ່ງໄດ້ເປີດພິທີປ້ອງກັນບົດຈົບຂັ້ນຊຸດຮຽນດັ່ງກ່າວຂຶ້ນ, ພິທີປ້ອງກັນບົດໃນຄັ້ງນີ້ເຊິ່ງແຕ່ລະກຸ່ມວິຊາ ໄດ້ພ້ອມກັນເອົາໃຈໃສ່ສຸມທຸກສະຕິປັນຍາໃນການຄົ້ນຄວ້າຕໍ່ບົດທີ່ນໍາມາປ້ອງກັນ ແລະຄະນະກຳມະການ ໄດ້ປະກອບຄໍາຄິດເຫັນໃສ່ແຕ່ລະບົດທີ່ຂຶ້ນມານໍາສະເໜີ ພ້ອມທັງຕັ້ງຄໍາຖາມແລກປ່ຽນຢ່າງກົງໄປກົງມາ.

ພິທີປ້ອງກັນບົດຈົບຂັ້ນດັ່ງກ່າວ, ແມ່ນໄດ້ສຳເລັດລົງໃນຕອນແລງຂອງວັນດຽວກັນ ແລະມີຜົນສຳເລັດຕາມຄາດໝາຍຂອງຄະນະກຳມະການທີ່ໄດ້ກໍານົດໄວ້, ສິ່ງສໍາຄັນຜົນສຳເລັດໃນຄັ້ງນີ້ ນັກສຶກສາໄດ້ພິສູດຕົນເອງ ຕໍ່ການປະເມີນຄວາມຮັບຮູ້ເຂົ້າໃຈກ່ຽວກັບທິດສະດີການເມືອງຂັ້ນສູງຕະຫຼອດໄລຍະ 9 ເດືອນ ທີ່ໄດ້ຮຽນມາ ເພື່ອນຳໄປຈັດຕັ້ງປະຕິບັດໃຫ້ສອດຄ່ອງກັບໜ້າວຽກງານຂອງຕົນຢູ່ກົມກອງ, ມີທັດສະນະຫຼັກໝັ້ນການເມືອງ, ຖືເອົາທິດສະດີການເມືອງເປັນພື້ນຖານໃນການເສີມຂະຫຍາຍທັດສະນະປະຕິວັດໃຫ້ໜັກແໜ້ນຂຶ້ນຕື່ມ, ຍົກສູງຄວາມສາມາດໃນການວິເຄາະບັນຫາຢ່າງມີວິທະຍາສາດ ແລະເຝິກຝົນຫຼໍ່ຫຼອມຕົນເອງ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງຂອງຕົນໃນໄລຍະໃໝ່.

ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ

ຂ່າວອື່ນໆ