ຂ່າວຫຼ້າສຸດ

ກອງປະຊຸມຜ່ານໂຄງຮ່າງບົດສໍາມະນາວິທະຍາສາດ ຫົວຂໍ້: 30 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ກອງປະຊຸມແລກປ່ຽນການຈັດຕັ້ງປະຕິບັດຫຼັກສູດປະລິນຍາຕີສາຂາປົກຄອງ ແລະປະລິນຍາຕີສາຂາປົກຄອງຕໍ່ເນື່ອງກັບສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ກອງປະຊຸມໃຫຍ່ຄັ້ງທີ II ຂອງສະຫະພັນແມ່ຍິງຮາກຖານຫ້ອງການ ແລະ ຮາກຖານກົມຈັດຕັ້ງ-ພະນັກງານ ແລະກົມກວດກາ   ກອງປະຊຸມໃຫຍ່ຄັ້ງທີ II ຂອງຊາວໜຸ່ມຮາກຖານກົມຈັດຕັ້ງ-ພະນັກງານ ແລະກົມກວດກາ ທ່ານ ມອນໄຊ ລາວມົວຊົ່ງ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ພ້ອມດ້ວຍຄະນະ ລົງຊຸກຍູ້ວຽກງານ ຢູສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ

ຄະນະພັກ, ຄະນະນຳ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ມອບໃບຊົມເຊີຍ ຫ້ອງຮຽນນັກຄົ້ນຄວ້າ ປະລິນຍາໂທ ຮຸ່ນທີ XIV ທີ່ອຸປະຖຳເຄື່ອງ ແລະ ເງິນສົດ

ໃນວັນທີ 9 ກໍລະກົດ 2020 ທີ່ຫ້ອງຮັບແຂກຕຶກຫ້ອງການ, ນັກຄົ້ນຄວ້າປະລິນຍາໂທ ຮຸ່ນທີ XIV ເຂົ້າມອບຕູ້ນ້ຳເຢັນ ຈຳນວນ 1 ເຄື່ອງ ມູນຄ່າ 900.000 ກີບ ແລະ ເງິນສົດຈຳນວນ 5.000.000 ກີບ ເພື່ອຈັດຊື່ເຄື່ອງຕັດຫຍ້າ ແລະ 650.000 ກີບເພື່ອປະກອບສ່ວນຊຸກຍູ້ກອງປະຊຸມໃຫຍ່ຂອງອົງຄະນະພັກ ສມປຊ ຄັ້ງທີ V ທີ່ຈະມາເຖິງໃນໝໍ່ໆນີ້.ພິທີມອບ-ຮັບ ໄດ້ເປັນກຽດກ່າວມອບຂອງ ທ່ານ ວິໄລພອນ…

ຄະນະຊາວໜຸ່ມຮາກຖານ ໂຮງຮຽນການເມືອງ ແລະການປົກຄອງແຂວງອຸດົມໄຊ ຮັບທຸງໄຊນຳໜ້າ ຂະບວນການແຂ່ງ 4 ບຸກ.

ວັນທີ 2 ກໍລະກົດ 2020 ຢູ່ທີຫ້ອງປະຊຸມຂອງໂຮງຮຽນການເມືອງ ແລະ ການປົກຄອງແຂວງໄດ້ຈັດພິທີມອບ-ຮັບທຸງໄຊນຳໜ້າ 4 ບຸກຂຶ້ນ, ເປັນກຽດເຂົ້າຮ່ວມໂດຍສະຫາຍຄຳແບ່ງ ຈັນມະນີ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ສະຫາຍ ນາງ ສົມໃຈ ພົນທອງສີ ຮອງຫົວໜ້າໂຮງຮຽນການເມືອງການປົກຄອງແຂວງ, ສະຫາຍ ສຸດໃຈ ສຸດແສງເດືອນ ຄະນະປະຈຳຊາວໜຸ່ມແຂວງ, ສະຫາຍ ແກ້ວຄຳ ວົງວິໄລ ຄະນະບໍລິຫານຊາວໜຸ່ມແຂວງ, ສະຫາຍ ອຸ່ນຫຼ້າ ມະນີຈັນທະວົງ ຄະນະບໍລິຫານງານຊາວໜຸ່ມແຂວງ ເລຂາຊາວໜຸ່ມໜ່ວຍຮາກຖານໂຮງຮຽນ…

ຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ຈັດຕັ້ງກອງປະຊຸມສຳມະນາວິທະຍາສາດລະດັບຊາດ ຫົວຂໍ້: ແນວຄິດໄກສອນ ພົມວິຫານ ກ່ຽວກັບການປ່ຽນແປງໃໝ່ ຂົງເຂດວຽກພັກ, ພະນັກງານ, ແນວໂຮມ ແລະອົງການຈັດຕັ້ງມະຫາຊົນ

ເພື່ອເປັນການສະເຫຼີມສະຫຼອງວັນສຳຄັນຕ່າງໆຂອງຊາດ ເປັນຕົ້ນແມ່ນວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 65 ປີ, ຂ່ຳນັບຮັບຕ້ອນວັນສະຖາປະນາສາທາລະນະລັດປະຊາທິປະໄຕປະຊາຊົນລາວຄົບຮອບ 45 ປີ ແລະວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 100 ປີ. ດັ່ງນັ້ນ, ເພື່ອເປັນການສະເຫຼີມສະຫຼອງວັນສໍາຄັນດັ່ງກ່າວຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນ ພົມວິຫານ ຈຶ່ງໄດ້ຈັດຕັ້ງກອງປະຊຸມສຳມະນາວິທະຍາສາດລະດັບຊາດຂຶ້ນ ພາຍໃຕ້ຫົວຂໍ້“ແນວຄິດໄກສອນ ພົມວິຫານກ່ຽວກັບການປ່ຽນແປງໃໝ່ ໃນຂົງເຂດວຽກພັກ, ພະນັກງານ, ແນວໂຮມ ແລະອົງການຈັດຕັ້ງມະຫາຊົນ”, ໃຫ້ກຽດເປັນປະທານເປີດກອງປະຊຸມຂອງ ທ່ານ ສົມສະຫວາດ ເລັ່ງສະຫວັດ ອາດີດກຳມະການກົມການເມືອງສູນກາງພັກ, ທີ່ປຶກສາຄະນະບໍລິຫານງານສູນກາງພັກສະໄໝທີ X, ທີ່ປຶກສາຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນພົມວິຫານ,…

ນັກສຶກສາອະນຸປະລິນຍາຮຸ່ນທີ XVII ເປີດກອງປະຊຸມຜ່ານຮ່າງບົດລາຍງານການເມືອງ ແລະຜ່ານຮ່າງບົດສໍາຫຼວດການນໍາພາລວມ ຂອງຄະນະພັກ ສມປຊ ສະໄໝທີ IV ຕໍ່ກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກ ສມປຊ.

ໃນເວລາ 13 ໂມງ 00 ນາທີ ຂອງວັນ​​ທີ 2-9​ ມີຖຸນາ 2020 ທີ່​ຜ່ານ​ມາ​ນີ້, ຢູ່​ທີ່​ຫ້ອງຮຽນ 209 ນັກ​ສຶກ​ສາ​ຫ້ອງ​ອະ​ນຸ​ປະ​ລິນ​ຍາຮຸ່ນ​ທີ XVII ​​ໄດ້​ເປີດ​ກອງ​ປະຊຸມ ຜ່ານຮ່າງບົດລາຍງານການເມືອງ ແລະຜ່ານຮ່າງບົດສໍາຫຼວດການນໍາພາລວມ ຂອງຄະນະພັກ ສມປຊ ສະໄໝທີ IV ຕໍ່ກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກ ສມປຊ. ໂດຍການເປັນປະທານ ຂອງທ່ານ ນ. ແສງທອງ ຊຽນປັນຍາ…