ໃນເວລາ 13 ໂມງ 00 ນາທີ ຂອງວັນ​​ທີ 2-9​ ມີຖຸນາ 2020 ທີ່​ຜ່ານ​ມາ​ນີ້, ຢູ່​ທີ່​ຫ້ອງຮຽນ 209 ນັກ​ສຶກ​ສາ​ຫ້ອງ​ອະ​ນຸ​ປະ​ລິນ​ຍາຮຸ່ນ​ທີ XVII ​​ໄດ້​ເປີດ​ກອງ​ປະຊຸມ ຜ່ານຮ່າງບົດລາຍງານການເມືອງ ແລະຜ່ານຮ່າງບົດສໍາຫຼວດການນໍາພາລວມ ຂອງຄະນະພັກ ສມປຊ ສະໄໝທີ IV ຕໍ່ກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກ ສມປຊ. ໂດຍການເປັນປະທານ ຂອງທ່ານ ນ. ແສງທອງ ຊຽນປັນຍາ ເລຂາພັກຫ້ອງຫົວໜ້າຫ້ອງອະນຸປະລິນຍາ ຮຸ່ນທີ XVII ມີສະມາຊິກພັກນັກສຶກສາ​ພາຍ​ໃນ​ຫ້ອງ​​ເຂົ້າ​ຮ່ວມ​ທັງ​ໝົດ 58 ສະຫາຍ, ຍິງ 14 ສະຫາຍ.
ຈຸດປະສົງຂອງກອງ​ປະຊຸມດັ່ງກ່າວ​ນີ້​ ແມ່ນເພື່ອປະກອບຄໍາຄິດ-ຄໍາເຫັນຂອງບັນດາສະມາຊິກພັກພາຍໃນໜ່ວຍພັກຮາກຖານຂອງຫ້ອງອະນຸປະລິນຍາ ຮຸ່ນທີ XVII  ໃສ່ຮ່າງບົດລາຍງານການເມືອງ ແລະບົດສໍາຫຼວດການນໍາພາລວມ ຂອງຄະນະພັກ ສມປຊ ສະໄໝທີ IV ຕໍ່ກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກ ສມປຊ ເພື່ອໃຫ້ເນື້ອໃນ ໃນບົດດັ່ງກ່າວມີຄວາມອຸດົມສົມບູນ, ຄົບຖ້ວນ ແລະສ່ອງແສງຕົວຈິງຂຶ້ນຕື່ມ. ພາຍໃນກອງປະຊຸມ ບັນດາສະຫາຍສະມາຊິກພັກໄດ້ສຸມສະຕິປັນຍາ ປະກອບຄໍາຄິດເຫັນຢ່າງກົງໄປ ກົງມາ ໃສ່ເນື້ອໃນບົດດັ່ງກ່າວ ເພື່ອໃຫ້ຜູ້ແທນຂອງສະມາຊິກພັກພາຍໃນຫ້ອງ ນໍາໄປສະເໜີຕໍ່ກອງປະຊຸມຂັ້ນເທິງຕໍ່ໄປ.

ຂ່າວ/ພາບ: ທ່ານ ຕຸ້ຍ ໄຊ​ຍະ​ວົງ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ