ວັນທີ 2 ກໍລະກົດ 2020 ຢູ່ທີຫ້ອງປະຊຸມຂອງໂຮງຮຽນການເມືອງ ແລະ ການປົກຄອງແຂວງໄດ້ຈັດພິທີມອບ-ຮັບທຸງໄຊນຳໜ້າ 4 ບຸກຂຶ້ນ, ເປັນກຽດເຂົ້າຮ່ວມໂດຍສະຫາຍຄຳແບ່ງ ຈັນມະນີ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ສະຫາຍ ນາງ ສົມໃຈ ພົນທອງສີ ຮອງຫົວໜ້າໂຮງຮຽນການເມືອງການປົກຄອງແຂວງ, ສະຫາຍ ສຸດໃຈ ສຸດແສງເດືອນ ຄະນະປະຈຳຊາວໜຸ່ມແຂວງ, ສະຫາຍ ແກ້ວຄຳ ວົງວິໄລ ຄະນະບໍລິຫານຊາວໜຸ່ມແຂວງ, ສະຫາຍ ອຸ່ນຫຼ້າ ມະນີຈັນທະວົງ ຄະນະບໍລິຫານງານຊາວໜຸ່ມແຂວງ ເລຂາຊາວໜຸ່ມໜ່ວຍຮາກຖານໂຮງຮຽນ ການເມືອງການປົກຄອງແຂວງ ມີສະມາຊິກພາຍໃນໜ່ວຍເຂົ້າຮ່ວມຢ່າງພ້ອມພຽງ.

ສະຫາຍ ອຸ່ນຫຼ້າ ມະນີຈັນທະວົງ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ໄລຍະ 3 ປີ ຜ່ານມາ ແຕ່ປີ 2017-2019 ທີ່ຄະນະຊາວໜຸ່ມຮາກຖານ ໂຮງຮຽນການເມືອງຍາດມາໄດ້ ພ້ອມກັບທິດທາງແຜນການໃນຕໍ່ໜ້າ. ໃນພິທີໄດ້ມີການມອບໃບຍ້ອງຍໍໃຫ້ແກ່ສະມາຊິກຊາວໜຸ່ມທີ່ມີຜົນງານດີເດັ່ນ.ນອກນັ້ນຍັງໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ຄຳແບ່ງ ຈັນມະນີ ຮອງເລຂາຄະນະບໍຫານງານຊາວໜຸ່ມແຂວງອຸດົມໄຊ ສະຫາຍ ກໍ່ໄດ້ຍ້ອງຍໍຊົມເຊີຍຕໍ່ກັບຜົນງານທີ່ຄະນະໜ່ວຍ ແລະ ສະມະຊິກຍາດມາໄດ້ຫລາຍດ້ານທີ່ພົ້ນເດັ່ນ, ໃນນັ້ນສະຫາຍໄດ້ແນະ ນໍາວິທີການໃນການຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນວຽກງານ 4 ບຸກ, ໜັ້ນໜັກເຖິງ ການຈັດຕັ້ງປະຕິບັດ ວຽກງານຂອງ ຊາວໜຸ່ມໃຫ້ໄດ້ຕາມມາດຖານເງື່ນໄຂ ແລະ ມີປະສິດທິພາບສູງ ໂດຍສະເພາະກໍ່ແມ່ນການກະຕຸກຊຸກ ຍູ້ໃນວຽກງານ 4 ບຸກໂດຍສະເພາະແມ່ນ: ບຸກທາງດ້ານແນວຄິດ, ບຸກທາງດ້ານການຝຶກຝົນຫຼໍ່ຫຼອມສຶກສາຮ່ຳຮຽນ, ບຸກທາງດ້ານການຈັດຕັ້ງ ແລະ ບຸກທາງດ້ານວິຊາອາຊີບ-ສ້າງວຽກເຮັດງານທໍາ ໃຫ້ແກ່ບັນດາສະມາສະຊິກຊາວໜຸ່ມ ແລະ ສະຫາຍຍັງໄດ້ຮຽກຮ້ອງມາຍັງບັນດາສະມາຊິກຊາວໜຸ່ມ-ໄວໜຸ່ມທຸກສະຫາຍຈົ່ງເອົາໃຈໃສ່ຊ່ວຍກັນຕີຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຂອງສັງຄົມໃຫ້ນັບມື້ນັບຫຼຸດໜອ້ຍຖອຍລົງໂດຍສະເພາະກໍ່ແມ່ນບັນຫາຢາເສບຕິດ, ການຫຼິ້ນກິນຟຸມເຟືອຍ, ການນໍາໃຊ້ສື່ສັງຄົມອອນລາຍໄປໃນທາງທີ່ຜິດ, ຂີ້ລັກງັດແງະ ແລະ ການລະບາດຂອງພະຍາດໂຄວິດ 19 ເຊິ່ງບັນຫາທັງໝົດນີ້ແມ່ນມັກຈະເກີດຂຶ້ນ ໃນກຸ່ມຊາວໜຸ່ມ-ໄວໜຸ່ມຈໍານວນໜຶ່ງທີ່ຍັງຮູ້ເທົ່າບໍ່ເຖິງການ, ຊາວໜຸ່ມຫວ່າງງານ ແລະ ອື່ນໆ

ຂ່າວໂດຍ: ບຸນໄຊລູວີນາ
ພາບໂດຍ: ວາຍຸລາ ຢາຈົງວາ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ