ໃນວັນທີ 9 ກໍລະກົດ 2020 ທີ່ຫ້ອງຮັບແຂກຕຶກຫ້ອງການ, ນັກຄົ້ນຄວ້າປະລິນຍາໂທ ຮຸ່ນທີ XIV ເຂົ້າມອບຕູ້ນ້ຳເຢັນ ຈຳນວນ 1 ເຄື່ອງ ມູນຄ່າ 900.000 ກີບ ແລະ ເງິນສົດຈຳນວນ 5.000.000 ກີບ ເພື່ອຈັດຊື່ເຄື່ອງຕັດຫຍ້າ ແລະ 650.000 ກີບເພື່ອປະກອບສ່ວນຊຸກຍູ້ກອງປະຊຸມໃຫຍ່ຂອງອົງຄະນະພັກ ສມປຊ ຄັ້ງທີ V ທີ່ຈະມາເຖິງໃນໝໍ່ໆນີ້.
ພິທີມອບ-ຮັບ ໄດ້ເປັນກຽດກ່າວມອບຂອງ ທ່ານ ວິໄລພອນ ພົມມະຫາໄຊ ຫົວໜ້າຫ້ອງຮຽນ ພ້ອມດ້ວຍຄະນະ ແລະ ເປັນກຽດຂຶ້ນກ່າວຮັບຂອງ ທ່ານ ປທ ຄົມວິກິດ ສິມມະລີວົງ ຮອງຫົວໜ້າຫ້ອງການ ພ້ອມດ້ວຍຕາງໜ້າ ໃຫ້ ສມປຊ ກ່າວມອບ ໃບຊົມເຊີຍ ເພື່ອເປັນການສະແດງຄວາມຂອບອົກຂອບໃຈນຳ ນັກຄົ້ນຄວ້າ ປະລິນຍາໂທ ຮຸ່ນທີ XIV ທີ່ອຸປະຖຳເຄື່ອງ ແລະ ເງິນສົດໃນຄັ້ງນີ້.

ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ຄອນສະຫວັນ ແສນຍານຸພາບ