ສະຖາບັນລາວ-ອົດສະຕາລີ ຊຸກຍູ້ ແລະປະກອບສ່ວນ ປື້ມຕຳລາຮຽນພາສາຕ່າງປະເທດ ຢູ່ ສມປຊ
ໃນວັນທີ 28 ກໍລະກົດ 2023 ເວລາ 9:30 ໂມງ ຢູ່ທີ່ຫ້ອງຮັບແຂກຕຶກຫ້ອງການ ຂອງສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ໄດ້ຮັບປື້ມຕໍາລາການຮຽນ-ການສອນພາສາຕ່າງປະເທດ ຈາກສະຖາບັນລາວ-ອົດສະຕາລີ ໃຫ້ແກ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະກ່າວຮັບໂດຍ: ທ່ານ ປທ ຄົມວິກິດ ສິມມະລີວົງ ຮັກສາການຫົວໜ້າຫ້ອງການ ສມປຊ ພ້ອມດ້ວຍຄະນະໄດ້ໃຫ້ການຕ້ອນຮັບການມອບ-ຮັບປື້ມຕຳລາພາສາອັງກິດເພື່ອຊຸກຍູ້ ແລະປະກອບສ່ວນເຂົ້າໃນການຮຽນ-ການສອນພາສາອັງກິດ, ການເຝິກອົບຮົມໃຫ້ພະນັກງານ ແລະຄູ-ອາຈານ. ເປັນກຽດໃນການກ່າວມອບໃນຄັ້ງນີ້ມີ: ທ່ານ ນ.…
ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງບໍ່ແກ້ວ ຈັດພິທີຜ່ານບົດເກັບກ່ຽວ ວິຊາ ປັດຊະຍາ ມາກ-ເລນິນ ໂຄງການຫຼັກສູດທິດສະດີການເມືອງຂັ້ນກາງ ຮຸ່ນທີ II
ວັນທີ 25 ກໍລະກົດ 2023 ນີ້ ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງບໍ່ແກ້ວ ໄດ້ຈັດພິທີຜ່ານບົດເກັບກ່ຽວວິຊາ: ປັດຊະຍາມາກ-ເລນິນ ໂຄງການຫຼັກສູດຂັ້ນກາງຮຸ່ນທີ II. ເຂົ້າຮ່ວມມີ ທ່ານ ນາງ ມະລິ ສຸພັນທະວົງ ຮອງຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງບໍ່ແກ້ວ, ມີບັນດາຄະນະກຳມະການ, ຄູ-ອາຈານ ແລະ ນັກສຶກສາ ທິດສະດີການເມືອງຂັ້ນກາງ ຮຸ່ນທີ II ຈຳນວນ 58…
ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ມອບໃບປະກາສະນີຍະບັດ ໃຫ້ຜູ້ທີ່ສຳເລັດຮຽນທິດສະດີການເມືອງ-ການປົກຄອງ
ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ຈັດພິທີປິດຊຸດຮຽນ ແລະມອບໃບປະກາສະນີຍະບັດໃຫ້ນັກສຶກສາທິດສະດີການເມືອງ ແລະການປົກຄອງ ປະລິນຍາຕີ ຮຸ່ນທີ XXV ມີນັກສຶກສາຈໍານວນ 119 ທ່ານ, ຍິງ 29 ທ່ານ ແລະນັກສຶກສາປະລິນຍາໂທ ຮຸ່ນທີ XVII ຈໍານວນ 1 ຄົນ (ຜູ້ທີ່ສຳເລັດການປ້ອງກັນ ແລະຄົບມາດຖານເງື່ອນໄຂໃນການຮັບໃບປະກາສະນີຍະບັດ). ໃນຕອນເຊົ້າຂອງວັນທີ 21 ກໍລະກົດ 2023 ໃຫ້ກຽດ ເປັນປະທານໂດຍ: ທ່ານ…
ນັກຄົ້ນຄວ້າປະລິນຍາໂທ ຮຸ່ນທີ XVIII ສາຂາ ການປົກຄອງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ທັດສະນະສຶກສາ ຢູ່ຫໍສະພາແຫ່ງຊາດ
ໃນວັນທີ 17-18 ກໍລະກົດ 2023 ທີ່ຜ່ານມາ, ນັກຄົ້ນຄວ້າປະລິນຍາໂທ ຮຸ່ນທີ XVIII ສາຂາ ການປົກຄອງ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈໍານວນ 25 ທ່ານ, ຍິງ 7 ທ່ານ ໄດ້ໄປທັດສະນະສຶກສາຢູ່ຫໍສະພາແຫ່ງຊາດ ນໍາພາໂດຍ: ອາຈານ ປທ. ສັນຍາລັກ ແກ້ວຄໍາຮຸ່ງ ຜູ້ຊ່ວຍຄູປະຈໍາຫ້ອງ. ທ່ານ ທອງແກ້ວ ສິດທິພົງ…
