ວັນທີ 25 ກໍລະກົດ 2023 ນີ້ ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງບໍ່ແກ້ວ ໄດ້ຈັດພິທີຜ່ານບົດເກັບກ່ຽວວິຊາ: ປັດຊະຍາມາກ-ເລນິນ ໂຄງການຫຼັກສູດຂັ້ນກາງຮຸ່ນທີ II. ເຂົ້າຮ່ວມມີ ທ່ານ ນາງ ມະລິ ສຸພັນທະວົງ ຮອງຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງບໍ່ແກ້ວ, ມີບັນດາຄະນະກຳມະການ, ຄູ-ອາຈານ ແລະ ນັກສຶກສາ ທິດສະດີການເມືອງຂັ້ນກາງ ຮຸ່ນທີ II ຈຳນວນ 58 ທ່ານ, ຍິງ 09 ທ່ານ ເຂົ້າຮ່ວມ.

ການຜ່ານບົດເກັບກ່ຽວແມ່ນໄດ້ແບ່ງອອກເປັນ 3 ຫ້ອງສຳລັບ ວິຊາ: ປັດຊະຍາ ມາກ-ເລນິນ ປະກອບມີ 7 ບົດຄື: ປັດຊະຍາ ແລະ ບົດບາດຂອງຊີວິດ ແລະ ສັງຄົມ, ວິທີສັດຈະວິພາກວັດຖຸນິຍົມ-ກົດເກນພື້ນຖານ, ບັນດາຄູ່ມາດຕະເກນຂອງວິທີສັດຈະວິພາກວັດຖຸນິຍົມສັດຈະວິພາກ, ທິດສະດີວ່າດ້ວຍຮູບການເສດຖະກິດ-ສັງຄົມ, ຊົນຊັ້ນ ແລະ ການຕໍ່ສູ້ຊົນຊັ້ນ, ບຸກຄົນ ແລະ ມະຫາຊົນໃນປະຫວັດສາດ ລວມມີ 64 ຊົ່ວໂມງ, ບັນລະຍາຍຂອງຄູອາຈານ 34 ຊົ່ວໂມງ ລາຍງານເພີ່ມ 4 ຊົ່ວໂມງ ກຽມສຳມະນາ 8 ຊົ່ວໂມງ, ຜ່ານບົດເກັບກ່ຽວ 7 ຊົ່ວໂມງ.
ການຜ່ານບົດເກັບກ່ຽວພິທີດັ່ງກ່າວ ເພື່ອເປັນການທົດສອບບົດຮຽນຄືນ ຄວາມຮູ້ພື້ນຖານກ່ຽວກັບ ປັດຊະຍາມາກ-ເລນິນ ທັງເປັນການສະແດງຄວາມຮັບຮູ້ຂອງນັກສຶກສາ ເພື່ອຈະນຳໄປໝູນໃຊ້ເຂົ້າໃນວຽກງານຢູ່ກົມກອງ ຍົກສູງຄວາມຮັບຮູ້ພາວະວິໃສ ຕໍ່ກັບແນວທາງການປ່ຽນແປງໃໝ່ຢ່າງຮອບດ້ານ. ເພີ່ມທັກສະໃນການຮຽນຮູ້ໃນທຸກດ້ານທີ່ເປັນພື້ນຖານທິດສະດີ ມາໝູນໃຊ້ເຂົ້າໃນການປະຕິບັດວຽກງານໃນກົມກອງຕົນຮັບຜິດຊອບໃຫ້ມີປະສິດທິພາບ ແລະ ປະສິດທິຜົນຢ່າງແທ້ຈິງ.

ຂ່າວ/ພາບ: ນ. ຈິນດາວັນ ຈັນທະລິດ
ບັນນາທິການ: ປທ ບຸນປັນ ສຸມຸນທອງ

ຂ່າວອື່ນໆ