ໃນວັນທີ 28 ກໍລະກົດ 2023 ເວລາ 9:30 ໂມງ ຢູ່ທີ່ຫ້ອງຮັບແຂກຕຶກຫ້ອງການ ຂອງສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ໄດ້ຮັບປື້ມຕໍາລາການຮຽນ-ການສອນພາສາຕ່າງປະເທດ ຈາກສະຖາບັນລາວ-ອົດສະຕາລີ ໃຫ້ແກ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະກ່າວຮັບໂດຍ: ທ່ານ ປທ ຄົມວິກິດ ສິມມະລີວົງ ຮັກສາການຫົວໜ້າຫ້ອງການ ສມປຊ ພ້ອມດ້ວຍຄະນະໄດ້ໃຫ້ການຕ້ອນຮັບການມອບ-ຮັບປື້ມຕຳລາພາສາອັງກິດເພື່ອຊຸກຍູ້ ແລະປະກອບສ່ວນເຂົ້າໃນການຮຽນ-ການສອນພາສາອັງກິດ, ການເຝິກອົບຮົມໃຫ້ພະນັກງານ ແລະຄູ-ອາຈານ.

         ເປັນກຽດໃນການກ່າວມອບໃນຄັ້ງນີ້ມີ: ທ່ານ ນ. ເມລານີ ເລດດາເວ ຫົວໜ້າຝ່າຍປະຕິບັດງານ, ຮອງຫົວໜ້າສະຖາບັນລາວ-ອົດສະຕາລີ ແລະທ່ານ ດຣ ນ. ເທຼຊີດອນຮິວ ຊ່ຽວຊານຜູ້ອອກແບບ ແລະປັບປຸງປື້ມພາສາອັງກິດ(English for Lao Government Official) ເຫຼັ້ມ 1 ມີທັງໝົດ 30ຫົວ, ປື້ມຄູ່ມືການສອນ 11ຫົວ.  ຕໍ່ຈາກນັ້ນທ່ານ ປທ ຄົມວິກິດ ສິມມະລິວົງ ຮັກສາການຫົວໜ້າຫ້ອງການ ສມປຊ ກໍ່ໃຫ້ກຽດກ່າວມອບໃບຊົມເຊີຍໃຫ້ແກ່ບັນດາທ່ານທີ່ໄດ້ປະກອບສ່ວນຊຸກຍູ້ວຽກງານການພັດທະນາຊັບພະຍາກອນມະນຸດ ຢູ່ ສມປຊ.

ຂ່າວ/ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ບຸນປັນ ສຸມຸນທອງ

ຂ່າວອື່ນໆ