ໃນວັນທີ 10 ມິຖຸນາ 2025 ໜ່ວຍພັກຮາກຖານໂຮງຮຽນການເມືອງ ແລະ ການປົກຄອງແຂວງອັດຕະປື ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນ ຕິດພັນກັບການປະກອບຄຳຄິດຄຳເຫັນໃສ່ຮ່າງເນື້ອໃນກອງປະຊຸມໃຫ່ຍ ຂອງໜ່ວຍພັກຮາກຖານໂຮງຮຽນການເມືອງ ແລະ ການປົກຄອງ ແຂວງອັດຕະປື ຄັ້ງທີ VI ຮອບທີ 1, ກອງປະຊຸມຈັດຂຶ້ນຢູ່ຫ້ອງປະຊຸມນ້ອຍຊັ້ນ 2 ຂອງໂຮງຮຽນການເມືອງ ແລະການປົກຄອງແຂວງອັດຕະປື ໂດຍການເປັນປະທານຂອງ ສະຫາຍ ປທ ກົງຈັກ ສີສະຫວາດ ເລຂາໜ່ວຍພັກຮາກຖານໂຮງຮຽນການເມືອງ ແລະ ການປົກຄອງ ແຂວງອັດຕະປື, ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ແສງໄພລິນ ຈັນທະວີສຸກ ຮອງຄະນະຈັດຕັ້ງແຂວງ, ມີຄະນະກຳມະການບຸກຄະລາກອນຂັ້ນແຂວງ, ຄະນະໜ່ວຍພັກ ແລະ ສະມາຊິກພັກເຂົ້າຮ່ວມ.

    ໃນກອງປະຊຸມ ສະຫາຍ ປທ ກົງຈັກ ສີສະຫວາດ ເລຂາໜ່ວຍພັກຮາກຖານໂຮງຮຽນການເມືອງ ແລະ ການປົກຄອງ ແຂວງອັດຕະປື, ໄດ້ຜ່ານບົດລາຍງານການເມືອງ ຕໍ່ກອງປະຊຸມໃຫຍ່ຄັ້ງທີ VI ຂອງໜ່ວຍພັກ ທີ່ມີຫົວຂໍ້ວ່າ: “ບຳລຸງ-ກໍ່ສ້າງພະນັກງານນໍາພາ-ຄຸ້ມຄອງຕິດພັນກັບການສ້າງໂຮງຮຽນພັດທະນາທີ່ມີຄຸນນະພາບ”, ພາຍຫຼັງສຳເລັດກອງປະຊຸມໃຫຍ່ ຄັ້ງທີ V ຂອງໜ່ວຍພັກໂຮງຮຽນການເມືອງ ແລະ ການປົກຄອງ, ຄະນະພັກໄດ້ມີຄວາມເປັນເອກະພາບແບ່ງຄວາມຄວາມຮັບຜິດຊອບນໍາພາຈັດຕັ້ງເຊື່ອມຊຶມເອກະສານ ຂອງກອງປະຊຸມໃຫຍ່ຂອງຕົນ, ເປົ້າໝາຍການເຂົ້າຮ່ວມເຊື່ອມຊຶມ ແມ່ນພະນັກງານ-ຄູອາຈານ ແລະນັກສຶກສາທຸກລະບົບຮຽນ. ພາຍຫຼັງສຳເລັດການເຊື່ອມຊຶມແລ້ວ ແມ່ນລາຍງານໃຫ້ຄະນະປະຈຳພັກແຂວງ ແລະພາກສ່ວນກ່ຽວຂ້ອງຮັບຊາບຢ່າງເປັນທາງການ, ຄະນະໜ່ວຍພັກໄດ້ເອົາມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງແຂວງ ມາຈັດຕັ້ງການເຊື່ອມຊຶມໃຫ້ພະນັກງານ-ຄູອາຈານ ແລະນັກສຶກສາທຸກລະບົບ ໄດ້ຮັບຮູ້ເຂົ້າໃຈເນື້ອໃນຈິດໃຈດັ່ງກ່າວ, ໂດຍແມ່ນເລຂາໜ່ວຍພັກເປັນປະທານກອງປະຊຸມ ແລະປາຖະກະຖາ, ພາຍຫຼັງສຳເລັດ ແມ່ນໄດ້ລາຍງານໃຫ້ຄະນະປະຈຳພັກແຂວງ ແລະຄະນະໂຄສະນາອົບຮົມແຂວງ ຊາບຢ່າງເປັນທາງການ, ຄະນະໜ່ວຍພັກໄດ້ນໍາພາ-ຊີ້ນໍາ ມອບໝາຍໃຫ້ຄະນະໜ່ວຍພັກແຕ່ລະສະຫາຍໃນຄະນະພັກ ຮັບຜິດຊອບໜ້າທີ່ຕາມການມອບໝາຍ, ຫັນມະຕິກອງປະຊຸມດັ່ງກ່າວໄປນຳພາ-ຊີ້ນຳ ໃນແຕ່ລະຂົງເຂດທີ່ຕົນຮັບຜິດຊອບ ເຂົ້າສູ່ວຽກງານວິຊາສະເພາະຕົວຈິງ ໂດຍມີການມອບໝາຍໃຫ້ຫົວໜ້າຂະແໜງ ສາຍລັດ,ຫັນແນວທາງ ຂອງພັກ ເຂົ້າສູ່ວຽກງານວິຊາສະເພາະ ໃຫ້ມີຜົນສຳເລັດຕາມລະດັບຄາດໝາຍ, ຄະນະໜ່ວຍພັກ ໄດ້ຫັນມະຕິກອງປະຊຸມໃຫຍ່ຂອງໜ່ວຍພັກ, ມະຕິກອງປະຊຸມໃຫຍ່ຂອງແຂວງ ມາເປັນທິດທາງແຜນການໃນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ເປັນແຜນການຂອງໜ່ວຍພັກ ປະຈຳເດືອນ ແລະມີການມອບ   ໝາຍໃຫ້ຄະນະໜ່ວຍພັກແຕ່ລະສະຫາຍຮັບຜິດຊອບໂດຍກົງ, ຈາກນັ້ນ ຄະນະພັກໄດ້ຫັນວຽກງານດັ່ງກ່າວເປັນອັນລະອຽດ ແລະມອບໝາຍໃຫ້ຫົວໜ້າ, ຮອງຫົວໜ້າຂະແໜງ, ສະມາຊິກພັກ-ພະນັກງານ ຫັນເປັນແຜນວຽກງານຂອງຕົນໃນແຕ່ລະຂະແໜງການ ແລະຈັດຕັ້ງປະຕິບັດ ມີຜົນສຳເລັດຕາມລະດັບຄາດໝໝາຍ, ຄະນະໜ່ວຍພັກ ໄດ້ນໍາພາ-ຊີ້ນໍາບັນດາອົງການຈັດຕັ້ງມະຫາຊົນໃຫ້ເປັນເຈົ້າການປະຕິບັດພາລະບົດບາດ ຂອງຕົນ ແລະຫັນເອົາແນວທາງຂອງພັກມາເປັນວຽກງານມະຫາຊົນ ເພື່ອເຄື່ອນໄຫວເຂົ້າໃນການປະຕິບັດຂໍ້ແຂງຂັນ ຂອງຕົນ ແລະຈັດຕັ້ງປະຕິບັດມີຜົນສຳເລັດຕາມລະດັບຄາດໝາຍ, ຄະນະໜ່ວຍພັກ ໄດ້ມີການນໍາພາ-ຊີ້ນໍາວຽກງານຕິດຕາມ-ກວດກາວຽກງານໃນແຕ່ລະຄະນະຮັບຜິດຊອບ ຊອກໃຫ້ເຫັນດ້ານຕັ້ງໜ້າ ແລະ ດ້ານຫຍໍ້ທໍ້ ຫຼື ຈຸດອ່ອນ, ຂໍ້ຄົງຄ້າງຕ່າງໆ, ຈາກນັ້ນ, ເມື່ອພວກເຮົາພໍ້ບັນຫາທີ່ກ່າວມານັ້ນ ຄະນະພັກກໍພ້ອມກັນແກ້ໄຂ ແລະ ຊອກທາງອອກຢ່າງທັນການ.

    ໃນ 5 ປີຜ່ານມາມີຄະນະໜ່ວຍພັກ 3 ສະຫາຍ, ຍິງ 0 ສະຫາຍ, ມີສະມາຊິກພັກຄູອາຈານທັງໝົດ 19 ສະຫາຍ, ຍິງ 8 ສະຫາຍ, ສະມາຊິກພັກສໍາຮອງເລື່ອນຂຶ້ນເປັນສະມາຊິກພັກສົມບູນມີ 2 ສະຫາຍ, ຍິງ 1 ສະຫາຍ, ໄປຮຽນຕໍ່ 2 ສະຫາຍ, ປະຈຳການປະຈຸບັນ 17 ສະຫາຍ, ຍິງ 8 ສະຫາຍ. ປະກອບມີ 1 ຈຸພັກ. ພ້ອມກັນນັ້ນ, ໄດ້ມອບບັດໃຫ້ສະມາຊິກພັກສົມບູນ 1 ຄັ້ງ, ມີ 2 ສະຫາຍ, ຍິງ 1 ສະຫາຍ.

ກອງປະຊຸມ ໄດ້ຜ່ານມາດຖານເງື່ອນໄຂ ຂອງຜູ້ຮັບສະໝັກເລືອກຕັ້ງເຂົ້າໃນຄະນະໜ່ວຍພັກຮາກຖານໂຮງ ຮຽນການເມືອງ ແລະ ການປົກຄອງແຂວງ ໂດຍອີງໃສ່ 5 ມາດຖານ ຂອງພັກວາງອອກ.

ພ້ອມນີ້, ສະຫາຍ ປະທານ ຍັງໄດ້ເນັ້ນໜັກໃຫ້ຜູ້ແທນກອງປະຊຸມ ເອົາໃຈໃສ່ກ່ຽວກັບການຄັດເລືອກບຸກຄະລາກອນທີ່ຮັບສະໝັກເລືອກຕັ້ງ ໃຫ້ຖືກຕ້ອງຕາມກົດລະບຽບ ຂອງພັກປະຊາຊົນປະຕິວັດລາວວາງອອກຢ່າງເລິກເຊິ່ງ ເພື່ອໃຫ້ໄດ້ຕາມມາດຖານ ຂອງວຽກງານຕົວຈິງຢ່າງຄ່ອງແຄ່ວ.

ຂ່າວ/ພາບ: ມະນີສັກ 

ບັນນາທິການ: ປທ ວຽງສະຫວັນ ຈັນທະວີໄຊ