ໃນຕອນເຊົ້້າ
ວັນທີ 11 ເມສາ 2025 ຢູ່ທີ່ ຊັ້ນ 5
ຕຶກສູນຂໍ້ມູນຂ່າວສານການເມືອງ ແລະການປົກຄອງ, ສະຖາບັນການເມືອງ ແລະ
ການປົກຄອງແຫ່ງຊາດ ໄດ້ຈັດພິທີປິດຊຸດເຝິກອົບຮົມພະນັກງານນໍາພາ-ຄຸ້ມຄອງຂັ້ນສູງ
ຊຸດທີ 1, ພາຍໃຕ້ການເປັນປະທານ ໂດຍ: ທ່ານ ນາງ ສີໃສ ລືເດດມູນສອນ, ກຳມະການກົມການເມືອງສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີທ່ານ
ຮສ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ
ການປົກຄອງແຫ່ງຊາດ ຄະນະຮັບຜິດຊອບຊຸດຝຶກອົບຮົມ, ມີການນໍາຂັ້ນສູງທີ່ມາຈາກພາກສ່ວນຕ່າງໆ, ມີຄະນະພັກ-ຄະນະນໍາ ສປມຊ, ຜູ້ຕ່າງໜ້າຄະນະຈັດຕັ້ງສູນກາງພັກ, ບັນດາຫົວໜ້າກົມ, ຄະນະກົມ ແລະແຂກຖືກເຊີນ, ເຂົ້າຮ່ວມທັງໝົດ 70 ກວ່າທ່ານ.
ໃນພິທີທ່ານ ທ່ານ ປອ ດາວສະຫວັນ
ເຄືອມີໄຊ ຄະນະປະຈໍາພັກ, ຮອງຫົວໜ້າ
ສມປຊ ໄດ້ຂຶ້ນຜ່ານບົດສະຫຼຸບປິດຊຸດເຝິກອົບຮົມພະນັກງານນໍາພາ-ຄຸ້ມຄອງຂັ້ນສູງ
ຊຸດທີ 1 ຄື: ຊຸດເຝິກອົບຮົມຄັ້ງນີ້ມີຜູ້ເຂົ້້າຮ່ວມເຝິກທັງໝົດ
43 ທ່ານ, ຍິງ 9 ທ່ານ, ການເຝິກອົບຮົມແມ່ນໄດ້ດໍາເນີນເປັນເວລາ
15 ວັນ
ນັບແຕ່ວັນທີ 24 ມີນາ-11 ເມສາ 2025.
ເນື້ອໃນການຝຶກອົບຮົມ
ປະກອບດ້ວຍ 9
ຫົວຂໍ້ລົງເລີກ ແລະເຊື່ອມຊຶມ, ປະກອບຄໍາເຫັນໃສ່ 4 ເອກະ ສານທີ່ສໍາຄັນ ເປັນຕົ້ນແມ່ນ: ຮ່າງລາຍງານການເມືອງຕໍ່ກອງ
ປະຊຸມໃຫຍ່ຄັ້ງທີ XII ຂອງພັກ, ຮ່າງກົດລະບຽບ ສະ ໄໝທີ XII ຂອງພັກ, ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ
ຄັ້ງທີ X ແລະຮ່າງໂຄງການການເມືອງ
ຂອງພັກ ແລະຄູ-ອາຈານ. ຜູ້ບັນຍາຍປະກອບດ້ວຍບັນດາທ່ານທີ່ມາຈາກກົມການເມືອງສູນກາງພັກ, ກໍາມະການສູນກາງພັກ, ຮອງລັດຖະມົນຕີ
ຜູ້ທີ່ມີປະສົບການສູງໃນພຶດຕິກໍາ, ມີຄວາມຮູ້, ມີຄວາມສາມາດທີ່ແນ່ນອນ
ແລະມີປະສົບການໃນການສົ່ງຄວາມຮູ້ໃຫ້ແກ່ຜູ້ຮຽນໄດ້ເປັນຢ່າງດີ.
ຜ່ານການປະເມີນຜົນຄວາມຮັບຮູ້
ຂອງຜູ້ເຂົ້າເຝິກອົບຮົມ ໂດຍອີງໃສ່ 3 ເນື້ອໃນພື້ນຖານ ຄື: 1)
ຄວາມສອດຄ່ອງທາງດ້ານເນື້ອໃນລັກສູດ: 2) ດ້ານສະຖານທີ່, ພິທີການ ຫຼື ສິ່ງອໍານວຍຄວາມສະດວກຕ່າງໆ: ແລະ 3)
ການຈັດກິດຈະກຳໄປທັດສະນະສຶກສາ ເພື່ອສົມທົບລະຫວ່າງທິດສະດີກັບພຶດຕິກຳ ຄະແນນອອກມາແມ່ນ
ດີຫຼາຍ ຄື: ເນື້ອໃນທີ 1 ໄດ້ ຄະແນນສະເລ່ຍ 4,35 ຄະແນນ (ຄະແນນເຕັມ 5); ເນື້ອໃນທີ 2 ໄດ້ 4,66 ຄະນະແນນ (ຄະແນນເຕັມ
5): ແລະ ເນື້ອໃນທີ 3 ໄດ້ 4.41 ຄະແນນ (ຄະແນນເຕັມ 5) ແລະໃນພິທີໃຫ້ກຽດມອບໃບຢັ້ງຢືນໂດຍ
ທ່ານ ຮສ ພູວົງ ອຸ່ນຄໍາແສນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ
ແລະ ການປົກຄອງແຫ່ງຊາດ, ຄະນະຮັບຜິດຊອບຊຸດຝຶກອົບຮົມ.
ໃນຕອນທ້າຍພິທີ ທ່ານປະທານ
ໄດ້ມີຄໍາເຫັນໂອ້ລົມຕໍ່ນັກຝຶກອົບຮົມທັງໝົດ ຊຶ່ງໄດ້ເນັ້ນໜັກບາງເນື້ອໃນສໍາຄັນຄື:
1). ຕ້ອງຮູ້ໝູນໃຊ້ສິ່ງທີ່ໄດ້ຮຽນຮູ້ມາຢ່າງປະດິດສ້າງ
ເຂົ້າໃນວຽກງານຕົວຈິງ
ຊຶ່ງຈະກໍ່ໃຫ້ເກີດຜົນປະໂຫຍດໃຫ້ແກ່ການສ້າງສາພັດທະນາປະເທດຊາດຂອງພວກເຮົາຢ່າງບໍ່ຢຸດຢັ້ງ
ແລະຕ້ອງມີຄວາມກ້າຄິດ, ກ້າຮັບຜິດຊອບ ພ້ອມທັງປັບປຸງຈຸດອ່ອນຂອງຕົນເອງ;
2). ຈົ່ງນໍາເອົາບົດຮຽນທີໄດ້ຮຽນມາ
ໄປທົດສອບໃນການປະຕິບັດວຽກງານໃນຂົງເຂດທີ່ຕົນເອງຮັບຜິດ ຊອບ ແລະມີການປະສານງານຢ່າງກົງໄປກົງມາ;
3).
ສືບຕໍ່ພັດທະນາຕົນເອງໃຫ້ຫຼາຍຂຶ້ນຢ່າງບໍ່ຢຸດຢັ້ງ
ໂດຍສະເພາະແມ່ນຍົກຂໍ້ມູນຂ່າວສານທີ່ເປັນຜົນປະໂຫຍໃນການພັດທະນາຕົນເອງໂດຍບໍ່ຢຸດຢູ່ບ່ອນເກົ່າ
ແລະການສຶກສາຮໍ່າຮຽນຄັ້ງນີ້ ແມ່ນການຕໍ່ຍອດຄວາມຮູ້ ເພື່ອປັບປຸງວຽກງານໃນກົມກອງໃຫ້ດີຂຶ້ນ;
4).
ການເຝິກອົບຮົບຄັ້ງນີ້ ຮຽກຮ້ອງມາຍັງນັກຝຶກອົບຮົມໃຫ້ເອົາໃຈໃສ່ຜັນຂະຫຍາຍໃຫ້ລົງເລິກໃນການປະຕິບັດວຽກງານ
ໃຫ້ບັນລຸຕາມເປົ້າໝາຍ, ຕ້ອງຍົກສູງຄວາມຮັບຜິດຊອບບັນດາແຜນວຽກງານຕ່າງໆ ແລະຕ້ອງມີຄວາມຊື່ສັດບໍລິສຸດ.

ຂ່າວ/ພາບ: ນາງ ທິດດາວອນ ດວງປະເສີດ
ບັນນາທິການ: ປທ ວຽງສະຫວັນ ຈັນທະວີໄຊ