ກອງປະຊຸມສຳມະນາວິທະຍາສາດ 6 ແຂວງພາກໃຕ້ ພາຍໃຕ້ຫົວຂໍ້: “ເພີ່ມທະວີບົດບາດການນໍາພາ-ຊີ້ນໍາ ຂອງອົງຄະນະພັກຂັ້ນເທິງ ຕໍ່ໂຮງຮຽນການເມືອງ ແລະ ການປົກຄອງ 6 ແຂວງພາກໃຕ້”
ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງເຊກອງ ໄດ້ເປີດກອງປະຊຸມສຳມະນາວິທະຍາສາດ ພາຍໃຕ້ຫົວຂໍ້: “ເພີ່ມທະວີບົດບາດການນໍາພາ-ຊີ້ນໍາ ຂອງອົງຄະນະພັກຂັ້ນເທິງ ຕໍ່ໂຮງຮຽນການເມືອງ ແລະ ການປົກຄອງ 6 ແຂວງພາກໃຕ້” ໃນວັນທີ 26 ສິງຫາ 2026.ກອງປະຊຸມຄັ້ງນີ້ ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ວົງເດືອນ ຈັນທະບຸດຊຽງ ຄະນະປະຈຳພັກແຂວງເຊກອງ, ຫົວໜ້າຄະນະຈັດຕັ້ງແຂວງ, ທ່ານ ຮສ ປອ ດາວສະຫວັນ ເຄືອມີໄຊ ກຳມະການສຳຮອງສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ,…
