ໃນວັນທີ 20 ສິງຫາ 2026 ທີ່ໂຮງຮຽນການເມືອງ ແລະ ການປົກຄອງແຂວງອຸດົມໄຊ ໄດ້ຈັດພິທີປິດຊຸດຮຽນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ VII ແລະ ເປີດຊຸດຮຽນໃໝ່ໃຫ້ແກ່ ຊຸດຮຽນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ VIII ແລະ ຊຸດຮຽນທິດສະດີການເມືອງ ຂັ້ນຕົ້ນ ຮຸ່ນທີ X ຂຶ້ນຢ່າງເປັນທາງການ.
ພິທີດັ່ງກ່າວໄດ້ດຳເນີນໄປພາຍໃຕ້ການເປັນປະທານຮ່ວມ ຂອງ ທ່ານ ຮສ ປອ ດາວສະຫວັນ ເຄືອມີໄຊ ກຳມະການສຳຮອງສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ທ່ານ ຄໍາດີ ວົງລ້ອມ, ຮອງເລຂາຄະນະບໍລິຫານພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ; ພ້ອມກັນນີ້, ຍັງມີ ທ່ານ ນາງ ມະນີຈັນ ວິໄລຈິດ ຫົວໜ້າໂຄສະນາອົບຮົມແຂວງອຸດົມໄຊ, ທ່ານ ຄໍາຟອງ ພັດທະມາວົງ ກຳມະການພັກແຂວງ, ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງ ແຂວງອຸດົມໄຊ, ພ້ອມດ້ວຍແຂກຖືກເຊີນ, ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ, ທ່ານ ຄໍາຟອງ ພັດທະມາວົງ ໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດການຮຽນ-ການສອນຊຸດຮຽນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ 7 ເຊິ່ງໄດ້ດຳເນີນມາເປັນເວລາ 6 ເດືອນ ຊຶ່ງມີນັກສຶກສາທັງໝົດ ຈຳນວນ 52 ສະຫາຍ, ຍິງ 11 ສະຫາຍ ທີ່ມາຈາກບັນດາພະແນກການ, ອົງການອ້ອມຂ້າງແຂວງ ແລະ ບັນດາເມືອງ ລວມເຖິງກຳລັງ ປກຊ-ປກສ ທີ່ສາມາດຍາດໄດ້ສຳເລັດການສຶກສາຄັ້ງນຄເດ້ວຍຜົນງານອັນພົ້ນເດັ່ນ. ດ້ານການເມືອງ-ແນວຄິດ, ນັກສຶກສາທຸກສະຫາຍໄດ້ຮັບການຍົກລະດັບທັດສະນະຫຼັກໝັ້ນການເມືອງຢ່າງໜັກແໜ້ນ.

ພ້ອມດຽວກັນນັ້ນ, ທ່ານ ຄໍາຟອງ ພັດທະມາວົງ ຍັງໄດ້ຜ່ານແຜນການຮຽນ-ການສອນ ສຳລັບຊຸດໃໝ່ ປະຈຳປີ 2026 ເຊິ່ງປະກອບມີ: ຊຸດຮຽນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ VIII (ລະບົບ 4 ເດືອນ) ມີນັກສຶກສາ 39 ສະຫາຍ, ແລະ ຊຸດຮຽນທິດສະດີການເມືອງ ຂັ້ນຕົ້ນ ຮຸ່ນທີ X (ລະບົບ 2 ເດືອນ) ມີນັກສຶກສາ 52 ສະຫາຍ. ຈຸດປະສົງຫຼັກຂອງສອງຊຸດຮຽນໃໝ່ນີ້ ແມ່ນເພື່ອແນໃສ່ບຳລຸງທິດສະດີການເມືອງໃຫ້ພະນັກງານນຳພາ-ຄຸ້ມຄອງ ປະເພດ 4 ເຖິງ 8, ໂດຍຈະເນັ້ນໃສ່ການຍົກລະດັບຄວາມຮູ້ທາງດ້ານທິດສະດີ ມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ ແລະ ແນວທາງນະໂຍບາຍ ຂອງພັກ-ລັດ. ການກໍ່ສ້າງພະນັກງານທິດສະດີການເມືອງ ແມ່ນການຕິດອາວຸດທາງດ້ານແນວຄິດ ເພື່ອເຮັດໃຫ້ພະນັກງານຫຼັກແຫຼ່ງມີຄວາມໜັກແໜ້ນທາງດ້ານຊົນຊັ້ນກຳມະກອນ, ມີຄວາມສາມາດໃນການຕີລາຄາ, ວິເຄາະບັນຫາ ແລະ ເປັນເສນາທິການທີ່ດີໃຫ້ແກ່ການນຳແຕ່ລະຂັ້ນ ພ້ອມທັງຕ້ານແນວຄິດໂລບມາກໂລພາ, ສໍ້ລາດບັງຫຼວງ ແລະ ພະຍາດອາດຍາສິດ ທີ່ຫ່າງເຫີນມະຫາຊົນ.


ໃນຕອນທ້າຍຂອງພິທີ, ປະທານຮ່ວມໄດ້ມີຄຳເຫັນໂອ້ລົມຢ່າງເລິກເຊິ່ງ ແລະ ໃຫ້ທິດຊີ້ນຳອັນລ້ຳຄ່າ ແກ່ຄະນະໂຮງຮຽນ, ຄູ-ອາຈານ ແລະ ນັກສຶກສາ. ທ່ານໄດ້ເນັ້ນໜັກໃຫ້ທຸກພາກສ່ວນ ຈົ່ງສືບຕໍ່ເອົາໃຈໃສ່ເຊື່ອມຊຶມ ແລະ ໝູນໃຊ້ທິດສະດີທີ່ໄດ້ຮຽນມາເຂົ້າໃນພຶດຕິກຳຕົວຈິງຂອງຂົງເຂດວຽກງານທີ່ຕົນຮັບຜິດຊອບຢ່າງມີຫົວຄິດປະດິດສ້າງ, ພ້ອມທັງຮຽກຮ້ອງໃຫ້ຜູ້ເຂົ້າຮຽນຊຸດໃໝ່ ຈົ່ງຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງ, ປັບປຸງຄຸນສົມບັດສິນທຳປະຕິວັດ, ຮັກສາໄດ້ມູນເຊື້ອຄວາມສາມັກຄີ, ແລະ ຍົກສູງຄວາມຮັບຜິດຊອບ ເພື່ອເຮັດສຳເລັດໜ້າທີ່ການເມືອງທີ່ພັກ ແລະ ປະຊາຊົນມອບໝາຍໃຫ້.
——————————
ຂ່າວ ຕາອັອດ ແສນທະວີສຸກ
ຮູບພາບ ສົມລີ ໂຮງຮຽນການເມືອງ ແລະ ການປົກຄອງແຂວງອຸດົມໄຊ
ບັນນາທິການ: ວຽງສະຫວັນ ຈັນທະວິໄຊ

ຂ່າວອື່ນໆ