ໃນຕອນເຊົ້າຂອງວັນທີ 21 ສິງຫາ 2026, ຢູ່ທີ່ຫ້ອງປະຊຸມ 302 ຕຶກ H, ໜ່ວຍພັກຮາກຖານສູນຂໍ້ມູນຂ່າວສານການເມືອງ-ການປົກຄອງ ແລະ ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ ໄດ້ຈັດພິທີຮັບມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ແລະ ເລື່ອນສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນ.

ພິທີດັ່ງກ່າວ ໄດ້ຮັບກຽດເຂົ້າຮ່ວມເປັນປະທານໂດຍ ສະຫາຍ ຮສ ປອ ດາວສະຫວັນ ເຄືອມີໄຊ ກຳມະການສຳຮອງສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ. ພ້ອມນີ້, ຍັງມີ ສະຫາຍ ນາງ ພອນໄຊ ລາດຊະວົງ ຄະນະບໍລິຫານງານພັກ, ຫົວໜ້າກົມຈັດຕັ້ງ; ສະຫາຍ ຮສ ປອ ນາງ ລຳພູນ ດວນສຸວັນ ຄະນະບໍລິຫານງານພັກ, ຫົວໜ້າສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ; ມີບັນດາຜູ້ຕາງໜ້າຄະນະໜ່ວຍພັກພາຍໃນ ສມປຊ ພ້ອມດ້ວຍສະມາຊິກພັກສົມບູນ ແລະ ສຳຮອງ ເຂົ້າຮ່ວມຢ່າງພ້ອມພຽງ.

ໂດຍປະຕິບັດຕາມກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XII ແລະ ປະຕິບັດຕາມທິດຊີ້ນຳຂອງອົງຄະນະພັກ ສມປຊ ກ່ຽວກັບວຽກງານຂະຫຍາຍພັກ ເຊິ່ງເປັນວຽກງານບູລິມະສິດໃນການປັບປຸງກົງຈັກການຈັດຕັ້ງໃຫ້ມີຄວາມໜັກແໜ້ນ ແລະ ເຂັ້ມແຂງ. ໃນພິທີອັນສະຫງ່າລາສີນີ້, ໄດ້ຜ່ານມະຕິຕົກລົງອະນຸມັດຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ຈຳນວນ 1 ສະຫາຍ ຄື: ສະຫາຍ ໄຊປັນຍາ ຈຸນລາຊາ ຊຶ່ງເປັນພະນັກງານວິຊາການສັງກັດຢູ່ສູນຄົ້ນຄວ້າແນວຄິດໄກສອນ ພົມວິຫານ ແລະ ມະຕິຕົກລົງເລື່ອນສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນ ຈຳນວນ 1 ສະຫາຍ ຄື: ສະຫາຍ ນາງ ມຸກມະນີ ສຸວັນນະລາ ຊຶ່ງເປັນພະນັກງານວິຊາການ ສັງກັດຢູ່ສູນຂໍ້ມູນຂ່າວສານການເມືອງ ແລະ ການປົກຄອງ.

ການຂະຫຍາຍພັກໃນຄັ້ງນີ້ ເປັນການຍົກລະດັບຄຸນນະພາບທາງດ້ານການເມືອງ-ແນວຄິດ ແລະ ການຈັດຕັ້ງ ຂອງພະນັກງານພາຍໃນສະຖາບັນ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການປັບປຸງລະບົບການບໍລິຫານລັດ ໃຫ້ມີຄວາມຄ່ອງຕົວ ແລະ ຫັນເປັນທັນສະໄໝເປັນກ້າວໆ.
ໃນຕອນທ້າຍຂອງພິທີ, ສະຫາຍ ຮສ ປອ ດາວສະຫວັນ ເຄືອມີໄຊ ໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນຳອັນລ້ຳຄ່າ ແກ່ສະມາຊິກພັກໃໝ່ ແລະ ສະມາຊິກພັກສົມບູນ ໂດຍໄດ້ເນັ້ນໜັກໃຫ້ສືບຕໍ່ຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ, ພ້ອມທັງເປັນແບບຢ່າງນຳໜ້າໃນການສຶກສາຄົ້ນຄວ້າ ເພື່ອປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງສາພັດທະນາ ສມປຊ ໃຫ້ກາຍເປັນສູນກາງຄົ້ນຄວ້າ ແລະ ກໍ່ສ້າງພະນັກງານນຳພາ-ຄຸ້ມຄອງ ທີ່ເຂັ້ມແຂງ ແລະ ທັນສະໄໝຢ່າງບໍ່ຢຸດຢັ້ງ.

ຂ່າວ, ພາບ: ຕາອັອດ ແສນທະວີສຸກ
ບັນນາທິການ: ວຽງສະຫວັນ ຈັນທະວິໄຊ

ຂ່າວອື່ນໆ