ໃນຕອນບ່າຍຂອງວັນທີ 15 ກັນຍາ 2026, ທີ່ນະຄອນຫຼວງຮ່າໂນ້ຍ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈິມິນ ໄດ້ຈັດພິທີປິດຊຸດອົບຮົມ ວິຊາປັດຊະຍາ ໃຫ້ແກ່ຄະນະພະນັກງານ ແລະ ຄູ-ອາຈານ ຈາກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດລາວ ແລະບັນດາໂຮງຮຽນການເມືອງ-ການປົກຄອງ ບັນດາແຂວງ ຂອງ ສປປ ລາວ.
ພິທີດັ່ງກ່າວໄດ້ຮັບກຽດເຂົ້າຮ່ວມໂດຍ ທ່ານ ຮສ ປອ ຮ່ວາງ ຟຸກ ເລີມ (Hoang Phuc Lam), ຮອງເລຂາຄະນະພັກ, ຮອງຫົວໜ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈິມິນ; ທ່ານ ລັດຕະນາ ສີຫາລາດ, ຮອງເອກອັກຄະລັດຖະທູດ ສປປ ລາວ ປະຈຳ ສສ ຫວຽດນາມ, ພ້ອມດ້ວຍຄະນະຮັບຜິດຊອບ “ໂຄງການ 621” ແລະ ສຳມະນາກອນ ທັງ 15 ທ່ານ, ຍິງ 7 ທ່ານ.



ຊຸດຝຶກອົບຮົມຄັ້ງນີ້ (ເລີ່ມແຕ່ວັນທີ 08-15 ກັນຍາ 2026) ໄດ້ຖືກຈັດຕັ້ງປະຕິບັດພາຍໃຕ້ “ໂຄງການ 621” ເຊິ່ງເປັນໂຄງການຍຸດທະສາດ ວ່າດ້ວຍການປ່ຽນແປງໃໝ່ ແລະ ເພີ່ມທະວີວຽກງານກໍ່ສ້າງ, ບຳລຸງພະນັກງານ ໃຫ້ແກ່ ສປປ ລາວ ທີ່ສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ. ຫຼັກສູດໄດ້ລວມເອົາ 8 ຫົວຂໍ້ສະເພາະ ທາງດ້ານການຄົ້ນຄວ້າ ແລະ ການສິດສອນປັດຊະຍາ, ໂດຍໄດ້ມີການປັບປຸງເນື້ອໃນອັນໃໝ່ ໃຫ້ສອດຄ່ອງກັບມະຕິກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ. ການເຊື່ອມໂຍງເນື້ອໃນຂອງກອງປະຊຸມໃຫຍ່ຂອງທັງສອງພັກ ເຂົ້າໃນການຮຽນການສອນ ສະແດງໃຫ້ເຫັນເຖິງຄວາມເປັນເອກະພາບທາງດ້ານທັດສະນະ, ເສັ້ນທາງກ້າວເດີນ ແລະ ການແລກປ່ຽນບົດຮຽນໃນການນຳພາປະເທດຊາດໃນໄລຍະໃໝ່.
ນອກຈາກການສຶກສາພາກທິດສະດີແລ້ວ, ສຳມະນາກອນຍັງໄດ້ລົງຄົ້ນຄວ້າພຶດຕິກຳຕົວຈິງ ຢູ່ແຂວງກວາງນິງ (Quang Ninh) ເພື່ອຖອດຖອນບົດຮຽນໃນການພັດທະນາເສດຖະກິດ-ສັງຄົມ. ສິ່ງນີ້ແມ່ນການຢັ້ງຢືນເຖິງຫຼັກການຂອງມາກ-ເລນິນ ທີ່ວ່າ: “ທິດສະດີຕ້ອງຕິດພັນກັບພຶດຕິກຳ”, ຊ່ວຍໃຫ້ພະນັກງານລາວ ສາມາດນຳເອົາບົດຮຽນຈາກຫວຽດນາມ ໄປໝູນໃຊ້ເຂົ້າໃນສະພາບຄວາມເປັນຈິງ ຂອງການພັດທະນາປະເທດຊາດຕົນ.
ໃນກ່າວປາໄສປິດຊຸດອົບຮົມ, ທ່ານ ຮສປອ ຮ່ວາງ ຟຸກ ເລີມ ໄດ້ເນັ້ນໜັກເຖິງຄວາມສຳຄັນທາງດ້ານການເມືອງວ່າ: ສະຖາບັນການເມືອງແຫ່ງຊາດ ໂຮ່ຈິມິນ ຍາມໃດກໍຖືເອົາການຮ່ວມມືໃນການກໍ່ສ້າງ-ບຳລຸງພະນັກ ງານ ໃຫ້ແກ່ພັກ ແລະ ລັດຖະບານລາວ ເປັນໜ້າທີ່ສຳຄັນຍິ່ງ. ການຈັດຕັ້ງຊຸດອົບຮົມນີ້ ບໍ່ພຽງແຕ່ເພື່ອຍົກລະດັບຄວາມສາມາດ ຂອງພະນັກງານລາວເທົ່ານັ້ນ, ແຕ່ຍັງເປັນການສະແດງອອກຢ່າງມີຊີວິດຊີວາ ເຖິງຄວາມສາມັກຄີພິເສດ, ສາຍພົວພັນທີ່ບໍລິສຸດຜຸດຜ່ອງ ແລະ ຄວາມຜູກພັນອັນແໜ້ນແຟ້ນ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ. ພ້ອມນັ້ນ, ທ່ານໄດ້ຮຽກຮ້ອງໃຫ້ບັນດາສຳມະນາກອນ ເມື່ອສຳເລັດການສຶກສາແລ້ວ ຈົ່ງນຳເອົາຄວາມຮູ້ທີ່ໄດ້ຮັບໄປໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ການເມືອງຕົວຈິງ ຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ກໍຄືໂຮງຮຽນການເມືອງຂັ້ນແຂວງ ເພື່ອ “ປ່ຽນທິດສະດີ ໃຫ້ກາຍເປັນການກະທຳ”, ປະກອບສ່ວນໂດຍກົງເຂົ້າໃນການຍົກລະດັບຄຸນນະພາບການກໍ່ສ້າງພະນັກງານນຳພາ-ຄຸ້ມຄອງ ຂອງ ສປປ ລາວ.
ຜົນສຳເລັດຂອງຊຸດອົບຮົມຄັ້ງນີ້ ໄດ້ຢັ້ງຢືນຄືນອີກຄັ້ງໜຶ່ງເຖິງຄວາມໝາຍໝັ້ນທາງການເມືອງຂອງທັງສອງປະເທດ ໃນການປົກປັກຮັກສາ ແລະ ເສີມຂະຫຍາຍອຸດົມການສັງຄົມນິຍົມຮ່ວມກັນ. ຜ່ານການກໍ່ສ້າງຊັບພະຍາ ກອນມະນຸດທາງດ້ານທິດສະດີການເມືອງທີ່ເຂັ້ມແຂງ, ຫວຽດນາມ ແລະ ລາວ ກຳລັງຮ່ວມກັນສ້າງພື້ນຖານອັນ ໜັກແໜ້ນ ເພື່ອປົກປ້ອງລະບອບ, ຮັບປະກັນສະຖຽນລະພາບທາງການເມືອງ ແລະ ຊຸກຍູ້ການພັດທະນາປະເທດຊາດ ບົນຈິດໃຈແຫ່ງການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ຄວາມສາມັກຄີພິເສດ ທີ່ບໍ່ມີວັນເສື່ອມຄາຍ.
————-
ຂ່າວ ຕາອັອດ ແສນທະວີສຸກ
ຮູບພາບ ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ສສ ຫວຽດນາມ
ບັນນາທິການ: ວຽງສະຫວັນ ຈັນທະວິໄຊ
