ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງເຊກອງ ໄດ້ເປີດກອງປະຊຸມສຳມະນາວິທະຍາສາດ ພາຍໃຕ້ຫົວຂໍ້: “ເພີ່ມທະວີບົດບາດການນໍາພາ-ຊີ້ນໍາ ຂອງອົງຄະນະພັກຂັ້ນເທິງ ຕໍ່ໂຮງຮຽນການເມືອງ ແລະ ການປົກຄອງ 6 ແຂວງພາກໃຕ້” ໃນວັນທີ 26 ສິງຫາ 2026.
ກອງປະຊຸມຄັ້ງນີ້ ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ວົງເດືອນ ຈັນທະບຸດຊຽງ ຄະນະປະຈຳພັກແຂວງເຊກອງ, ຫົວໜ້າຄະນະຈັດຕັ້ງແຂວງ, ທ່ານ ຮສ ປອ ດາວສະຫວັນ ເຄືອມີໄຊ ກຳມະການສຳຮອງສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ທ່ານ ໃຈເພັດ ພັນທະວົງ ກຳມະການພັກແຂວງ ແລະ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງເຊກອງ, ໂດຍມີບັນດາການນຳແຂວງ, ຄະນະອຳນວຍການ, ຄູ-ອາຈານ ຈາກ 6 ໂຮງຮຽນການເມືອງ ແລະ ການປົກຄອງ ພາກໃຕ້ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມຄັ້ງນີ້ ດຳເນີນໄປໃນທ່າມກາງສະພາບການທີ່ທົ່ວພັກ, ທົ່ວລັດ ພວມສຸມໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X. ທ່ານ ຮສ ປອ ດາວສະຫວັນ ເຄືອມີໄຊ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການ ໂດຍເນັ້ນໜັກວ່າ ລະບົບໂຮງຮຽນພັກ ຕ້ອງໄດ້ປ່ຽນແປງໃໝ່ຢ່າງແຂງແຮງ ໂດຍຫັນປ່ຽນຈາກການຮຽນເພື່ອຮູ້ ມາເປັນການຮຽນເພື່ອປະຕິບັດ, ສ້າງຖັນແຖວນັກຄົ້ນຄວ້າ ແລະ ນັກວິໄຈການເມືອງ-ການປົກຄອງ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່. ພ້ອມດຽວກັນນັ້ນ, ໂຮງຮຽນການເມືອງ ຍັງເປັນເບົ້າຫຼໍ່ທິດສະດີມາກ-ເລນິນ ແລະ ແນວຄິດໄກສອນ ພົມວິຫານ ທີ່ສຳຄັນ ໃນການບຳລຸງສ້າງພະນັກງານນຳພາ-ຄຸ້ມຄອງ ໃຫ້ມີຄວາມ ໜັກແໜ້ນທາງດ້ານການເມືອງ ແລະ ມີຄວາມສາມາດທາງດ້ານວິຊາສະເພາະ.



ໃນພາກສຳມະນາວິທະຍາສາດ, ບັນດາຜູ້ແທນໄດ້ຮັບຟັງການລາຍງານ 6 ຫົວຂໍ້ສຳຄັນ ຄື: ສຶກສາຄົ້ນຄວ້າ ກຳນົດເປົ້າໝາຍເຂົ້າຮຽນທິດສະດີການເມືອງ ຢູ່ແຂວງເຊກອງ; ເພີ່ມທະວີການຄຸ້ມຄອງນຳໃຊ້ພະນັກງານທີ່ສຳເລັດການຮຽນທິດສະດີການເມືອງ ຢູ່ແຂວງຈຳປາສັກ; ຍົກສູງບົດບາດການນໍາພາຊີ້ນໍາ ຂອງຄະນະພັກແຂວງ ຕໍ່ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງອັດຕະປື, ຍົກສູງບົດບາດການນໍາພາຊີ້ນໍາ ຂອງຄະນະພັກແຂວງ ຕໍ່ໂຮງຮຽນການເມືອງ ແລະ ການປົກຄອງ ຢູ່ແຂວງສາລະວັນ, ເພີ່ມທະວີການນໍາພາຊີ້ນໍາ ຂອງຄະນະພັກ ິດຕໍ່ການບຳລຸງສ້າງທິດສະດີການເມືອງ ຢູ່ໂຮງຮຽນການເມືອງການປົກຄອງ ແຂວງສະຫວັນນະເຂດ, ເພີ່ມທະວີຕິດຕາມກວດກາ ແລະ ປະເມີນຜົນສຳເລັດ ຂອງນັກສຶກສາທີ່ຮຽນຈົບທິດສະດີການເມືອງ ຢູ່ແຂວງຄຳມ່ວນ. ບົດຄົ້ນຄວ້າເຫຼົ່ານີ້ ໄດ້ສະທ້ອນໃຫ້ເຫັນທັງພຶດຕິກຳຕົວຈິງ ແລະ ທິດສະດີ ໃນການຍົກສູງຄຸນນະພາບການສຶກສາ.

ຕອນທ້າຍຂອງກອງປະຊຸມ, ບັນດານັກວິທະຍາສາດ ແລະ ຜູ້ແທນ ໄດ້ຮ່ວມກັນປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ. ຜົນສຳເລັດຂອງກອງປະຊຸມຄັ້ງນີ້ ເປັນການຢັ້ງຢືນເຖິງຄວາມເອົາໃຈໃສ່ຂອງຄະນະພັກແຕ່ລະຂັ້ນ ຕໍ່ວຽກງານກໍ່ສ້າງພະນັກງານ, ແນໃສ່ເຮັດໃຫ້ຂະບວນການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນ ມີປະສິດທິຜົນສູງ ແລະ ສາມາດນຳເອົາຄວາມຮູ້ໄປໝູນໃຊ້ເຂົ້າໃນວຽກງານຕົວຈິງ. ຫຼັງຈາກນັ້ນ, ໄດ້ມີພິທີມອບໝາຍໜ້າທີ່ໃຫ້ແກ່ເຈົ້າພາບກອງປະຊຸມສຳມະນາວິທະຍາສາດໃນຄັ້ງຕໍ່ໄປ ແລະ ກ່າວປິດກອງປະຊຸມຢ່າງເປັນທາງການດ້ວຍໝາກຜົນອັນຈົບງາມ.
——————
ຂ່າວ ຕາອັອດ ແສນທະວີສຸກ
ຮູບພາບ ນາງ ວົງຕາວັນ ວົງກິແກ້ວ
ບັນນາທິການ: ວຽງສະຫວັນ ຈັນທະວິໄຊ
