ໃນຕອນເຊົ້າຂອງວັນທີ 25 ສິງຫາ 2026, ຢູ່ທີ່ຫ້ອງປະຊຸມ ໂຮງແຮມສຸພັດຕາ, ນະຄອນຫຼວງວຽງຈັນ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ຮ່ວມກັບ ແຜນງານການມີສ່ວນຮ່ວມຂອງປະຊາຊົນຕໍ່ວຽກງານການປົກຄອງທີ່ດິນ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ (ໂຄງການ ເຊກ້າ CEGAA) ຈັດກອງປະຊຸມແລກປ່ຽນບົດຮຽນການທົດລອງປະເມີນວຽກງານການສ້າງລັດທີ່ປົກຄອງດ້ວຍກົດໝາຍ ໃນຂົງເຂດປົກຄອງ (ROLPA= Rule of Law in Public Administration) ຢູ່ ສປປ ລາວ. ກອງປະຊຸມໃນຄັ້ງນີ້ ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ອີຣິກ ເຮັກວິສຕ (Erik Hagqvist), ຫົວໜ້າແຜນງານການສ້າງລັດທີ່ປົກຄອງດ້ວຍກົດໝາຍ ແລະ ສິດທິມະນຸດ ຈາກ CEGAA ແລະ ທ່ານ ປທ ນ. ອານົງ ຂັນທະຍົງ, ຮອງຫົວໜ້າຄະນະບໍລິຫານສາດ ສມປຊ, ໂດຍມີບັນດາພະນັກງານ, ຄູ-ອາຈານ ຈາກ ສມປຊ ເຂົ້າຮ່ວມຈຳນວນ 20 ທ່ານ.




ກອງປະຊຸມຄັ້ງນີ້ ມີຄວາມໝາຍຄວາມສຳຄັນຢ່າງຍິ່ງ ເນື່ອງຈາກເປັນການຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ໃນການບູລະນະລັດປະຊາທິປະໄຕ ປະຊາຊົນ ໃຫ້ກາຍເປັນລັດທີ່ຄຸ້ມຄອງດ້ວຍກົດໝາຍຢ່າງໜັກແໜ້ນ ແລະ ຫັນການບໍລິຫານລັດໄປສູ່ຄວາມທັນສະໄໝ. ຈຸດປະສົງຫຼັກຂອງກອງປະຊຸມ ແມ່ນເພື່ອປະເມີນ, ສ້າງຄວາມເຂັ້ມແຂງ ແລະ ເຊື່ອມສານຫຼັກການພື້ນຖານຂອງການສ້າງລັດທີ່ປົກຄອງດ້ວຍກົດໝາຍ (Rule of Law) ເຂົ້າໃນການປະຕິບັດງານປະຈຳວັນ ແລະ ຂະບວນການຕັດສິນບັນຫາ ຂອງບັນດາອົງການບໍລິຫານພາກລັດ.
ຕະຫຼອດໄລຍະການດຳເນີນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ຮັບຟັງການສະເໜີວິທີການປະເມີນ ROLPA ພ້ອມທັງແລກປ່ຽນບົດຮຽນຕົວຈິງ ທີ່ຖອດຖອນໄດ້ຈາກການຈັດຕັ້ງປະຕິບັດທົດລອງ ຢູ່ ສປປ ລາວ. ນອກຈາກນີ້, ຍັງໄດ້ມີການສົມທຽບບົດຮຽນກັບບັນດາປະເທດອື່ນໆ ນໍາພາໂດຍຊ່ຽວຊານ ທ່ານ ເຊນ ຄວິນ (Shane Quinn) ເພື່ອຊອກຫາຊ່ອງທາງໃນການນຳເອົາເຄື່ອງມືດັ່ງກ່າວ ມາໝູນໃຊ້ໃຫ້ສອດຄ່ອງກັບສະພາບຈຸດພິເສດທາງດ້ານການເມືອງ ແລະ ການປົກຄອງ ຂອງ ສປປ ລາວ ໂດຍສະເພາະແມ່ນການນຳໃຊ້ເຂົ້າໃນພາກສ່ວນອົງການບໍລິຫານລັດ ແລະ ບົດບາດ ຂອງ ສມປຊ.
ການລົງເລິກປຶກສາຫາລືໃນຄັ້ງນີ້ ໄດ້ຊີ້ໃຫ້ເຫັນເຖິງບົດບາດຍຸດທະສາດຂອງ ສມປຊ ໃນຖານະທີ່ເປັນສະຖາບັນຫຼັກ ໃນການກໍ່ສ້າງບຸກຄະລາກອນນຳພາ-ຄຸ້ມຄອງ ຂອງພັກ ແລະ ລັດ. ຜົນໄດ້ຮັບຈາກກອງປະຊຸມ ຈະກາຍເປັນຂໍ້ມູນພື້ນຖານອັນສຳຄັນ ໃຫ້ແກ່ຄູ-ອາຈານ ໃນການນຳໄປປັບປຸງເນື້ອໃນຫຼັກສູດການຮຽນ-ການສອນ ແລະ ການຄົ້ນຄວ້າວິທະຍາສາດ, ແນໃສ່ຍົກລະດັບຄວາມອາດສາມາດຂອງພະນັກງານ-ລັດຖະກອນລາວ ໃຫ້ມີຄວາມຮູ້ຄວາມເຂົ້າໃຈເລິກເຊິ່ງຕໍ່ຫຼັກການລັດທີ່ປົກຄອງດ້ວຍກົດໝາຍ, ປະກອບສ່ວນເຂົ້າໃນການປັບປຸງກົງຈັກການຈັດຕັ້ງລັດ ໃຫ້ມີຄວາມໂປ່ງໃສ, ຍຸຕິທຳ ແລະ ຮັບໃຊ້ຜົນປະໂຫຍດຂອງປະຊາຊົນຢ່າງແທ້ຈິງ.
—————————–
ຂ່າວ: ຕາອັອດ ແສນທະວີສຸກ
ຮູບພ້າບ: ເຈມ ຜູ້ຊ່ວຍວຽກ ໂຄງການເຊກ້າ
ບັນນາທິການ: ວຽງສະຫວັນ ຈັນທະວິໄຊ
