ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຈັດພິທີປາຖະກະຖາ ເລົ່າມູນເຊື້ອ ວັນສ້າງຕັ້ງພັກ ຄົບຮອບ 71 ປີ ແລະ ວັນນັກຮົບເສຍອົງຄະ ແລະ ເສຍຊີວິດ ຄົບຮອບ 80 ປີ
ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ຈັດພິທີປາຖະກະຖາ ເພື່ອຫວນຄືນມູນເຊື້ອ ແລະລະນຶກເຖິງເຫດການສໍາຄັນທາງດ້ານປະຫວັດສາດ, ພິທີດັ່ງກ່າວໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 20 ມີນາ 2026 ທີ່ສະໂມສອນໃຫຍ່ ສມປຊ ໂດຍເນື້ອໃນເອກະສານທີ່ນໍາມາເຜີຍແຜ່ ປະກອບມີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 71 ປີ (22 ມີນາ 1955 – 22 ມີນາ 2026) ແລະ ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດ…
