ໃນຕອນເຊົ້າ ຂອງວັນທີ 19 ມີນາ 2026, ວິທະຍຸໂທລະພາບສູນກາງຈີນ ປະຈຳລາວ ໄດ້ມີການຈັດເວທີສົນທະນາລະດັບຊາດຂຶ້ນຢ່າງຄຶກຄື້ນ ແລະມີຄວາມໝາຍຄວາມສຳຄັນທາງດ້ານການເມືອງ ພາຍໃຕ້ຫົວຂໍ້: “ຈີນລະດູບານໃໝ່”: ຮ່ວມກັນເປີດໜ້າໃໝ່ ແຫ່ງການສ້າງສາຄູ່ຮ່ວມຊາຕາກຳລາວ-ຈີນ” ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ). ໃນເວທີດັ່ງກ່າວ ໄດ້ຮັບກຽດເຂົ້າຮ່ວມ ແລະ ເປັນປະທານຮ່ວມໂດຍ ທ່ານ ຮສ ປອ ດາວສະຫວັນ ເຄືອມີໄຊ, ກຳມະການສຳຮອງສູນກາງພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ທ່ານ ນາງ ຟາງ ຫົງ, ເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ , ພ້ອມດ້ວຍບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ຄະນະນຳຈາກພາກສ່ວນຕ່າງໆ ແລະ ຊ່ຽວຊານຈາກ ສປ ຈີນ ເຂົ້າຮ່ວມຢ່າງພ້ອມພຽງ.





ເວທີສົນທະນາຄັ້ງນີ້ ຈັດຂຶ້ນໃນຈັງຫວະເວລາທີ່ສຳຄັນຍິ່ງທາງປະຫວັດສາດການເມືອງ ຂອງທັງສອງປະເທດ ເນື່ອງຈາກປີ 2026 ແມ່ນປີທີ່ ສປປ ລາວ ແລະ ສປ ຈີນ ສະເຫຼີມສະຫຼອງການສ້າງຕັ້ງສາຍພົວພັນການທູດຄົບຮອບ 65 ປີ. ພ້ອມດຽວກັນນັ້ນ, ຍັງເປັນປີທີ່ຈຸດປະກາຍການເລີ່ມຕົ້ນຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 15 ຂອງ ສປ ຈີນ ແລະ ເປັນໄລຍະກະກຽມກ້າວເຂົ້າສູ່ ແຜນພັດທະນາ 5 ປີ ຄັ້ງທີ 10 ຂອງ ສປປ ລາວ, ເຊິ່ງເປັນການເປີດໂອກາດອັນດີເລີດໃນການແລກປ່ຽນບົດຮຽນການປົກຄອງລັດ ແລະການເຊື່ອມໂຍງຍຸດທະສາດການພັດທະນາຂອງສອງພັກ-ສອງລັດ.

ໃນພິທີກ່າວເປີດ, ທ່ານ ຮສ ປອ ດາວສະຫວັນ ເຄືອມີໄຊ ໄດ້ຍົກໃຫ້ເຫັນເຖິງໄລຍະທາງການເມືອງ ຂອງຄຳວ່າ: “ຈີນໃນລະດູບານໃໝ່” ໝາຍເຖິງ “ຍຸກສະໄໝໃໝ່” ຂອງການພັດທະນາທີ່ມີຄຸນນະພາບສູງ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສ ຂອງພັກກອມມູນິດຈີນ. ທ່ານໄດ້ຕີລາຄາສູງຕໍ່ຜົນສຳເລັດ ຂອງຄູ່ຮ່ວມຊາຕາກຳລາວ-ຈີນ ໃນໄລຍະຜ່ານມາ ທີ່ໄດ້ປ່ຽນແປງໂສມໜ້າການພັດທະນາ ຂອງລາວ ຢ່າງສິ້ນເຊີງ ເປັນຕົ້ນແມ່ນ: ເສັ້ນທາງລົດໄຟ ລາວ-ຈີນ ທີ່ເປັນເສັ້ນເລືອດໃຫຍ່ໃນການເຊື່ອມໂຍງພາກພື້ນ, ການຮ່ວມມືດ້ານພະລັງງານ ແລະ ການຊ່ວຍເຫຼືອດ້ານສັງຄົມ. ສຳລັບທິດທາງໃນຕໍ່ໜ້າ, ທ່ານໄດ້ສະເໜີໃຫ້ສ້າງມາດຕະຖານໃໝ່ ໂດຍຫັນສູ່ໜ້າໃໝ່ ຂອງການຮ່ວມມືແບບອັດສະລິຍະ (ການນຳໃຊ້ AI ແລະ 5G), ການເຊື່ອມໂຍງຈິດໃຈປະຊາຊົນ ແລະ ແລວທາງເສດຖະກິດສີຂຽວທີ່ຍືນຍົງ.

ທາງດ້ານ ທ່ານ ນາງ ຟ່າງ ຫົງ ເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ ໄດ້ຂຶ້ນປາຖະກະຖາ ໂດຍໄດ້ນຳສະເໜີເນື້ອໃນຈິດໃຈ ຂອງກອງປະຊຸມສອງສະພາຂອງຈີນ ຜ່ານ 4 ຄຳສັບຫຼັກ ຄື: ການວາງແຜນ, ການປະຕິຮູບ, ປະຊາຊົນ ແລະ ການເປີດປະຕູ. ທ່ານທູດໄດ້ເນັ້ນໜັກວ່າ: ແຜນ 5 ປີຄັ້ງທີ 15 ຂອງຈີນ ເປັນຄຳໝັ້ນສັນຍາ ຂອງພັກ ທີ່ມີຕໍ່ປະຊາຊົນ ໂດຍວາງເປົ້າໝາຍໃຫ້ຈີນກາຍເປັນປະເທດພັດທະນາລະດັບປານກາງໃນປີ 2035. ທ່ານຍັງໄດ້ແບ່ງປັນບົດຮຽນອັນລ້ຳຄ່າ ຂອງພັກກອມມູນິດຈີນ ໃນການລຶບລ້າງຄວາມທຸກຍາກ ໂດຍຖືເອົາປະຊາຊົນເປັນໃຈກາງ, ເຊິ່ງສອດ ຄ່ອງກັບເປົ້າໝາຍການແກ້ໄຂຄວາມທຸກຍາກ ຂອງພັກປະຊາຊົນປະຕິວັດລາວ. ນອກຈາກນີ້, ທ່ານຍັງຊີ້ໃຫ້ເຫັນວ່າ: ການເປີດປະຕູສູ່ພາຍນອກໃນລະດັບສູງຂອງຈີນ ຈະຊ່ວຍຂະຫຍາຍຊ່ອງທາງທຸລະກິດ, ເຮັດໃຫ້ເສັ້ນທາງລົດໄຟ ລາວ-ຈີນ ກວ້າງຂວາງຂຶ້ນ ແລະ ນຳເອົາສິນຄ້າກະສິກຳ ຂອງລາວ ເຂົ້າສູ່ຕະຫຼາດຈີນໄດ້ຫຼາຍຂຶ້ນ.
ເວທີສົນທະນາຍັງໄດ້ລົງເລິກໃນຫຼາຍຫົວຂໍ້ສະເພາະກິດ ໂດຍມີການປະກອບຄຳເຫັນຈາກການນຳຂັ້ນສູງ ຂອງລາວຫຼາຍພາກສ່ວນ ເຊິ່ງລ້ວນແຕ່ສ່ອງແສງໃຫ້ເຫັນທິດທາງນະໂຍບາຍທີ່ເປັນເອກະພາບກັນ:
- ດ້ານໂຄງລ່າງພື້ນຖານ: ທ່ານ ເຫຼັກໄຫຼ ສີວິໄລ, ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ຊີ້ແຈງວ່າ: ເສັ້ນທາງລົດໄຟ ລາວ-ຈີນ ໄດ້ຂະຫຍາຍຕົວຈາກໂຄງການຮ່ວມມື ກາຍມາເປັນ “ເສັ້ນເລືອດແຫ່ງຊາດ” ທີ່ຕອບສະໜອງນະໂຍບາຍຫັນປະເທດຈາກ Land-locked ເປັນ Land-linked, ສົ່ງເສີມການຜະລິດ, ການທ່ອງ ທ່ຽວ ແລະ ຍົກບົດບາດ ຂອງລາວໃນເວທີສາກົນ.

- ດ້ານອຸດົມການ ແລະປະຊາຊົນ: ທ່ານ ປອ ຄຳມອນ ຈັນທະຈິດ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ນຳສະເໜີໃນຫົວຂໍ້: “ຖືປະຊາຊົນເປັນສິ່ງສຳຄັນກວ່າໝູ່” ໂດຍເນັ້ນວ່າ: ທັດສະນະການພັດທະນາຂອງຈີນ ເປັນບົດຮຽນອັນລ້ຳຄ່າໃຫ້ແກ່ລາວ ໃນການແກ້ໄຂຄວາມທຸກຍາກໃຫ້ຖືກເປົ້າໝາຍ ແລະຮັບປະກັນວ່າໝາກຜົນແຫ່ງການພັດທະນາ ຕ້ອງຕົກທອດເຖິງມືປະຊາຊົນຢ່າງແທ້ຈິງ.

- ດ້ານເຕັກໂນໂລຊີ: ທ່ານ ໄຊຊະນະ ສິດທິພອນ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ສ້າງຄວາມສົນໃຈໃນຫົວຂໍ້: ການກ້າວຈາກ “ການເຊື່ອມຕໍ່ດ້ານໂຄງລ່າງ” ສູ່ “ການເຊື່ອມຕໍ່ດ້ານອັດສະລິຍະ” ໂດຍຍົກຕົວຢ່າງການນຳໃຊ້ປັນຍາປະດິດ (AI) ເຂົ້າໃນການແປພາສາ, ກະສິກຳອັດສະລິຍະ ແລະການກວດກາສິນຄ້າຜ່ານແດນ ເພື່ອຍົກລະດັບປະສິດທິພາບການຮ່ວມມື.

- ດ້ານການແກ້ໄຂຄວາມທຸກຍາກ: ທ່ານ ນາງ ແສງເດືອນ ໄຊຍະສອນ ຮອງປະທານ ຄະນະກຳມະການຮ່ວມມື ລາວ-ຈີນ ໄດ້ຍົກໃຫ້ເຫັນ ການຖືເອົາຊີວິດການເປັນຢູ່ຂອງປະຊາຊົນມາກ່ອນ ແມ່ນທາດແທ້ ຂອງການຮ່ວມມື ລາວ-ຈີນ. ຕົວຢ່າງການແກ້ໄຂຄວາມທຸກຍາກແບບຖືກຈຸດ ຜ່ານ 8 ໂຄງການໃຫຍ່ ທີ່ຈີນໃຫ້ການຊ່ວຍເຫຼືອ ເຊັ່ນ: ການສ້າງໄຟຟ້າ, ນ້ຳສະອາດ, ສຸກສາລາ ແລະ ໂທລະພາບດາວທຽມໃນ 100 ບ້ານ ຢູ່ເຂດຊົນ ນະບົດ, ເຊິ່ງແມ່ນການຖ່າຍທອດບົດຮຽນຕົວຈິງ ໃຫ້ແກ່ປະຊາຊົນລາວ ເພື່ອສ້າງຄວາມເຂັ້ມແຂງ ແລະ ເອກະລາດທາງດ້ານເສດຖະກິດ.

- ດ້ານພະລັງງານສີຂຽວ: ທ່ານ ວົງສະຫວັນ ໄຊຍະວົງ, ຮອງເລຂາພັກແຂວງອຸດົມໄຊ, ປະທານປົກຄອງ ແຂວງອຸດົມໄຊ ໄດ້ຍົກໃຫ້ເຫັນທ່າແຮງການຮ່ວມມືໃນອຸດສາຫະກຳພະລັງງານແສງຕາເວັນ ທີ່ເປັນມິດກັບສິ່ງແວດລ້ອມ ຢູ່ພາກເໜືອຂອງລາວ ເຊິ່ງຈະເປັນພື້ນຖານສຳຄັນໃນການພັດທະນາເສດຖະກິດ ແລະແກ້ໄຂຄວາມທຸກຍາກຢູ່ຮາກຖານ.

ນອກຈາກນັ້ນ, ຍັງມີການຖ່າຍທອດທັດສະນະຈາກຝ່າຍຈີນ ໂດຍ ທ່ານ ທ່ານ ເຊິ້ນ ໄຫສົງ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກກອມມູນິດຈີນ ແລະປະທານ CMG ທີ່ໄດ້ເນັ້ນເຖິງການນຳໃຊ້ເຕັກໂນໂລຊີສື່ສານທີ່ທັນສະໄໝ ເພື່ອເປັນຂົວຕໍ່ທາງດ້ານວັດທະນະທຳ ແລະແບ່ງປັນໝາກຜົນແຫ່ງການພັດທະນາ ຂອງຈີນ ໃຫ້ແກ່ໂລກ.
ໂດຍລວມແລ້ວ, ເວທີສົນທະນາ “ຈີນລະດູບານໃໝ່” ໃນຄັ້ງນີ້ ເປັນການຢັ້ງຢືນເຖິງຄວາມໜັກແໜ້ນ ຂອງສາຍພົວພັນ ບົນຈິດໃຈ ລະຫວ່າງ ສອງພັກ, ສອງລັດ. ເຖິງແມ່ນວ່າໂລກຈະປະເຊີນກັບຄວາມຜັນແປທີ່ສະຫຼັບສັບຊ້ອນ, ແຕ່ສາຍພົວພັນ ລາວ-ຈີນ ຍັງຄົງໜັກແໜ້ນຄືດັ່ງສາຍພູຫຼວງ ແລະຍືນຍົງຄືດັ່ງສາຍນ້ຳຂອງ. ສອງຊາດຈະສືບຕໍ່ຈັບມືກັນກ້າວເດີນ ເພື່ອເປີດໜ້າປະຫວັດສາດໃໝ່ ແຫ່ງການສ້າງສາຄູ່ຮ່ວມຊາຕາກຳ ທີ່ນຳເອົາສັນຕິພາບ ແລະຄວາມສົມບູນພູນສຸກມາສູ່ປະຊາຊົນຢ່າງແທ້ຈິງ.


ຂ່າວ/ພາບ: ປທ ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ວຽງສະຫວັນ ຈັນທະວິໄຊ
