ໃນຕອນເຊົ້າຂອງວັນທີ 19 ມີນາ 2026, ຢູ່ທີ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ມີພິທີ ມອບ-ຮັບ ປຶ້ມການຄົ້ນຄວ້າທິດສະດີ ແລະ ພຶດຕິກຳ ຂອງສະພາທິດສະດີສູນກາງພັກ. ເຫດການດັ່ງກ່າວ, ເປັນຂີດໝາຍສຳຄັນໃນການເພີ່ມທະວີແຫຼ່ງຂໍ້ມູນທາງດ້ານທິດສະດີ, ວິທະຍາສາດການເມືອງ ແລະພຶດຕິກຳແຫ່ງການປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ ໃຫ້ແກ່ສະຖາບັນການສຶກສາຊັ້ນສູງຂອງພັກ.

         ພິທີທີ່ມີຄວາມໝາຍຄວາມສຳຄັນນີ້ ໄດ້ຮັບກຽດກ່າວມອບໂດຍ ທ່ານ ປອ ຄຳມອນ ຈັນທະຈິດ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງຫົວໜ້າສະພາທິດສະດີສູນກາງພັກ ແລະໃຫ້ກຽດກ່າວຮັບໂດຍ ທ່ານ ຮສ ປອ ດາວສະຫວັນ ເຄືອມີໄຊ ກຳມະການສຳຮອງສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າ ສມປຊ, ໂດຍມີພະນັກງານ, ຄູ-ອາຈານ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

         ປຶ້ມທີ່ນຳມາມອບໃນຄັ້ງນີ້ ລ້ວນແຕ່ເປັນຜົນງານການຄົ້ນຄວ້າລະດັບຊາດ ແລະ ສາກົນ ທີ່ຕົກພຶກຈາກພຶດຕິກຳຕົວຈິງໃນການນຳພາຂອງພັກ ເຊິ່ງປະກອບມີທັງໝົດ 10 ລາຍການ, ລວມຈຳນວນ 190 ຫົວ, ຄິດເປັນມູນຄ່າທັງໝົດ 16,000,000 ກີບ ໂດຍມີລາຍລະອຽດດັ່ງນີ້:

  1. ປຶ້ມ ສະຫຼຸບທິດສະດີ ແລະ ພຶດຕິກຳ ສ້າງປະຖົມປັດໄຈ ຕາມເສັ້ນທາງກ້າວຂຶ້ນສັງຄົມນິຍົມ (ຈຳນວນ 10 ຫົວ).
  2. ປຶ້ມ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ ຢູ່ ສປປ ລາວ (ຈຳນວນ 10 ຫົວ).
  3. ປຶ້ມ ສະຫຼຸບ 40 ປີ ແຫ່ງການປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານ ມີໄຊ ຂອງພັກ ຢູ່ ສປປ ລາວ (ຈຳນວນ 100 ຫົວ) ເຊິ່ງເປັນເອກະສານພື້ນຖານສຳຄັນທີ່ສຸດໃນໄລຍະປັດຈຸບັນ.
  4. ປຶ້ມ ສຳມະນາທິດສະດີສອງພັກ ລາວ-ກູບາ, ຄັ້ງທີ 1 (ຈຳນວນ 10 ຫົວ).
  5. ປຶ້ມ ສຳມະນາທິດສະດີສອງພັກ ລາວ-ຫວຽດນາມ, ຄັ້ງທີ 9 (ຈຳນວນ 10 ຫົວ).
  6. ປຶ້ມ ສຳມະນາທິດສະດີສອງພັກ ລາວ-ຫວຽດນາມ, ຄັ້ງທີ 8 (ຈຳນວນ 10 ຫົວ).
  7. ປຶ້ມ ສຳມະນາທິດສະດີສອງພັກ ລາວ-ຈີນ, ຄັ້ງທີ 9 (ຈຳນວນ 10 ຫົວ).
  8. ປຶ້ມ ສຳມະນາທິດສະດີສອງພັກ ລາວ-ຈີນ, ຄັ້ງທີ 10 (ຈຳນວນ 10 ຫົວ).
  9. ປຶ້ມ 60 ປີ ສ້າງຕັ້ງສາຍພົວພັນການທູດ, 45 ປີ ວັນເຊັນສັນຍາມິດຕະພາບ ແລະການຮ່ວມມື ລາວ-ຫວຽດນາມ (ຈຳນວນ 10 ຫົວ).
  10. ປຶ້ມ ການກໍ່ສ້າງພັກປະຊາຊົນປະຕິວັດລາວ ໃນເງື່ອນໄຂພັກດຽວກຳອຳນາດຢູ່ລາວ (ຈຳນວນ 10 ຫົວ).

         ການມອບ-ຮັບເອກະສານຄົ້ນຄວ້າທິດສະດີໃນຄັ້ງນີ້ ເປັນການປະກອບ “ອາວຸດທາງດ້ານແນວຄິດ-ທິດສະດີ” ທີ່ແຫຼມຄົມ ໃຫ້ແກ່ ສມປຊ ເຊິ່ງເປັນກົມກອງເສນາທິການທາງດ້ານການເມືອງທີ່ສຳຄັນຂອງພັກ. ບັນດາປຶ້ມເຫຼົ່ານີ້ ແມ່ນສ່ອງແສງໃຫ້ເຫັນເຖິງການສະຫຼຸບຕີລາຄາພຶດຕິກຳ 40 ປີ ແຫ່ງການປ່ຽນແປງໃໝ່, ການຖອດຖອນບົດຮຽນທາງດ້ານທິດສະດີຈາກບັນດາປະເທດເພື່ອນມິດຍຸດທະສາດສັງຄົມນິຍົມ (ຫວຽດນາມ, ຈີນ, ກູບາ) ແລະ ການຢືນຢັນເຖິງຄວາມຈຳເປັນພາວະວິໄສ ໃນການຍົກສູງຄວາມສາມາດນຳພາຂອງພັກ ໃນເງື່ອນໄຂພັກດຽວກຳອຳນາດ. ເອກະສານທັງໝົດນີ້ ຈະກາຍເປັນບ່ອນອີງອັນໜັກແໜ້ນທາງດ້ານທິດສະດີ ໃຫ້ແກ່ຄູ-ອາຈານ, ນັກຄົ້ນຄວ້າ ແລະ ນັກສຶກສາ ໃນການຄົ້ນຄວ້າ, ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງພັກ ເຂົ້າສູ່ລວງເລິກ, ພ້ອມທັງເປັນການຕ້ານຄືນກົນອຸບາຍຫັນປ່ຽນໂດຍສັນຕິ ຂອງກຳລັງປໍລະປັກ.

         ໃນໂອກາດດັ່ງກ່າວ, ທ່ານ ຮສ ປອ ດາວສະຫວັນ ເຄືອມີໄຊ ໄດ້ຕາງໜ້າຄະນະພັກ, ຄະນະນຳ ກ່າວສະແດງຄວາມຂອບໃຈຢ່າງເລິກເຊິ່ງມາຍັງ ຫ້ອງການສະພາທິດສະດີສູນກາງພັກ ທີ່ຍາມໃດກໍໃຫ້ຄວາມສຳຄັນ ແລະຕິດຕາມຊຸກຍູ້ວຽກງານກໍ່ສ້າງພະນັກງານນຳພາ-ຄຸ້ມຄອງ. ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະນຳເອົາບັນດາປຶ້ມ ແລະເອກະສານທິດສະດີອັນລ້ຳຄ່າເຫຼົ່ານີ້ ໄປຄຸ້ມຄອງ, ປົກປັກຮັກສາ ແລະ ນຳໃຊ້ເຂົ້າໃນວຽກງານການຮຽນ-ການສອນ, ການຄົ້ນຄວ້າວິທະຍາສາດ ໃຫ້ເກີດປະໂຫຍດສູງສຸດ ເພື່ອສ້າງຖັນແຖວພະນັກງານໃຫ້ມີຫຼັກໝັ້ນການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ ແລະມີຄວາມສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງໃນໄລຍະ ໃໝ່ຢ່າງແທ້ຈິງ.

                                    ຂ່າວ/ພາບ: ປທ ຕາອັອດ ແສນທະວີສຸກ

                                    ບັນນາທິການ: ປທ ວຽງສະຫວັນ ຈັນທະວິໄຊ