

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ຈັດພິທີປາຖະກະຖາ ເພື່ອຫວນຄືນມູນເຊື້ອ ແລະລະນຶກເຖິງເຫດການສໍາຄັນທາງດ້ານປະຫວັດສາດ, ພິທີດັ່ງກ່າວໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 20 ມີນາ 2026 ທີ່ສະໂມສອນໃຫຍ່ ສມປຊ ໂດຍເນື້ອໃນເອກະສານທີ່ນໍາມາເຜີຍແຜ່ ປະກອບມີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 71 ປີ (22 ມີນາ 1955 – 22 ມີນາ 2026) ແລະ ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດ ເພື່ອປະເທດຊາດ ຄົບຮອບ 80 ປີ (21 ມີນາ 1946 – 21 ມີນາ 2026).
ໃນພິທີດັ່ງກ່າວ ໂດຍການໃຫ້ກຽດເປັນປະທານ ແລະ ປາຖະກະຖາ ຂອງທ່ານ ປອ ອານຸພາບ ຕຸນາລົມ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ; ມີບັນດາຄະນະພັກ, ຄະນະນຳ ສມປຊ ພ້ອມດ້ວຍພະນັກງານ, ຄູ-ອາຈານ ແລະ ນັກສຶກສາ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ, ທ່ານ ປອ ອານຸພາບ ຕຸນາລົມ ໄດ້ຂຶ້ນປາຖະກະຖາ ໂດຍຍົກໃຫ້ເຫັນເຖິງມູນເຊື້ອອັນພິລະອາດຫານຂອງກອງທັບ ແລະ ປະຊາຊົນລາວ ໃນບັ້ນຮົບປ້ອງກັນຕົວເມືອງທ່າແຂກ ເມື່ອວັນທີ 21 ມີນາ 1946. ທ່ານໄດ້ເລົ່າຄືນເຖິງເຫດການທີ່ພວກລ່າເມືອງຂຶ້ນຝຣັ່ງ ໄດ້ນໍາໃຊ້ກຳລັງທະຫານ ແລະລູກແຫຼ່ງຕີນມືຂອງພວກເຂົາຢ່າງຫຼວງຫຼາຍ ບຸກໂຈມຕີເຂົ້າຕົວເມືອງທ່າແຂກ ແລະ ສ້າງໂທດກຳອັນໂຫດຫ້ຽມປ່າເຖື່ອນ ເຊິ່ງເຮັດໃຫ້ປະຊາຊົນຜູ້ບໍລິສຸດ ຈຳນວນ 3,000 ກວ່າຄົນ ຖືກຂ້າຕາຍ.

ພ້ອມດຽວກັນນັ້ນ, ທ່ານຍັງໄດ້ເຊີດຊູການນຳພາ-ບັນຊາສູ້ຮົບອັນສະຫຼາດສ່ອງໃສ ແລະ ເດັດດ່ຽວໜຽວແໜ້ນ ຂອງຄະນະກອງບັນຊາການກໍາລັງປະກອບອາວຸດ ໂດຍມີ ປະທານ ສຸພານຸວົງ ເປັນຜູ້ນຳໜ້າ. ບັ້ນຮົບດັ່ງກ່າວໄດ້ກາຍເປັນເຫດການປະຫວັດສາດແຫ່ງການຕໍ່ສູ້ພິລະອາດຫານ ແລະ ເປັນກະແສຟອງໃຫ້ແກ່ການປະຕິວັດຊາດ ປະຊາທິປະໄຕ ກ້າວໄປສູ່ການປົດປ່ອຍຊາດຢ່າງສົມບູນ.
ຕໍ່ມາ, ທ່ານປະທານ ຍັງໄດ້ປາຖະກະຖາຫວນຄືນມູນເຊື້ອ ແລະ ໄຊຊະນະອັນຍິ່ງໃຫຍ່ ຂອງການປະຕິວັດ ພາຍໃຕ້ການນໍາພາ-ຊີ້ນໍາ ຂອງພັກປະຊາຊົນປະຕິວັດລາວ ຕະຫຼອດໄລຍະ 71 ປີ ທີ່ຜ່ານມາ. ການປາຖະກະຖາຄັ້ງນີ້ ແມ່ນແນໃສ່ໂຄສະນາ-ສຶກສາອົບຮົມໃຫ້ພະນັກງານ, ສະມາຊິກພັກ, ນັກສຶກສາ ໄດ້ຮັບຮູ້, ເຂົ້າໃຈ ແລະ ສາມາດເສີມຂະຫຍາຍມູນເຊື້ອປະຕິວັດ ຂອງພັກ ແລະ ຂອງຊາດລາວເຮົາ.
ໃນຕອນທ້າຍຂອງພິທີ, ທ່ານ ປອ ອານຸພາບ ຕຸນາລົມ ໄດ້ມີຄຳເຫັນໂອ້ລົມ ແລະ ຊີ້ນໍາຕື່ມອີກ ຊຶ່ງທ່ານໄດ້ຮຽກຮ້ອງໃຫ້ບັນດາພະນັກງານ, ຄູ-ອາຈານ ແລະ ນັກສຶກສາ ທຸກສະຫາຍ ສືບຕໍ່ເສີມຂະຫຍາຍມູນເຊື້ອຮັກຊາດ, ຮັກລະບອບປະຊາທິປະໄຕປະຊາຊົນ, ສ້າງຄວາມສາມັກຄີເປັນປຶກແຜ່ນ ແລະ ມີສະຕິລະວັງຕົວຕໍ່ກົນອຸບາຍທໍາລາຍມ້າງເພຂອງອິດທິກຳລັງປໍລະປັກ. ພ້ອມທັງເນັ້ນໜັກໃຫ້ທຸກພາກສ່ວນ ເປັນເຈົ້າການເຂົ້າຮ່ວມໃນການປະຕິບັດແນວທາງປ່ຽນແປງໃໝ່ຢ່າງຮອບດ້ານ ເພື່ອປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ຂ່າວ/ພາບ: ປທ ຕາອັອດ ແສນທະວີສຸກ
ບັນນາທິການ: ປທ ວຽງສະຫວັນ ຈັນທະວິໄຊ
