ຕອນບ່າຍວັນທີ 18 ມີນາ 2026 ນີ້ ໜ່ວຍພັກຮາກຖານ ນັກສຶກສາ ປະລິນຍາຕີຕໍ່ເນື່ອງ ຮຸ່ນທີ XV ໄດ້ຈັດກອງປະຊຸມໃຫຍ່ໜ່ວຍພັກຂອງຕົນຂຶ້ນ ຢູ່ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ. ໂດຍເປັນກຽດເຂົ້າຮ່ວມ ຂອງສະຫາຍ ຮສ ປອ ດາວສະຫວັນ ເຄືອມີໄຊ ກຳມະການສຳຮອງສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເປັນປະທານກອງປະຊຸມ, ມີສະຫາຍ ປອ ນ. ຈັນທະໜອມ ບັນດາວົງ ຮອງຫົວໜ້າກົມຈັດຕັ້ງ, ມີບັນດາແຂກເຊີນຈາກກົມຈັດຕັ້ງ, ຈາກກົມກວດກາ, ກົມຄຸ້ມຄອງການຮຽນ ແລະ ການສອນ, ອາຈານປະຈຳຫ້ອງ, ແຂກຖືກເຊີນຈາກສາຍຮຽນແຕ່ລະສາຍ ແລະ ສະມາຊິກພັກ ນັກສຶກສາປະລິນຍາຕີຕໍ່ເນື່ອງ ຮຸ່ນທີ XV ເຂົ້າຮ່ວມທັງໝົດ 42 ສະຫາຍ, ຍິງ 14 ສະຫາຍ.

         ໃນກອງປະຊຸມໄດ້ຜ່ານມະຕິຕົກລົງວ່າດ້ວຍການອະນຸມັດໄຂກອງປະຊຸມ, ຈາກນັ້ນ, ສະຫາຍ ນາງ ພັດທະສອນ ສີຫາປັນຍາ ເລຂາໜ່ວຍພັກຮາກຖານ, ຫົວໜ້າຫ້ອງນັກສຶກສາປະລິນຍາຕີ ຕໍ່ເນື່ອງ ຮຸ່ນທີ XV ຂຶ້ນຜ່ານບົດສະຫຼຸບລາຍງານການເຄື່ອນໄຫວນຳພາ-ຊີ້ນຳໃນຕະຫຼອດໄລຍະຜ່ານມາ ໂດຍໄດ້ເຄື່ອນໄຫວປະກອບສ່ວນຕາມພາລະບົດບາດ, ສິດ ແລະ ໜ້າທີ່, ເຄົາລົບລະບຽບຂອງພັກ-ກົດໝາຍ ຂອງລັດ ເວົ້າສະເພາະກໍຄືຂໍ້ກຳນົດ, ກົດລະບຽບການຕ່າງໆ ຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດວ່າງອອກ ນັກສຶກສາປະລິນຍາຕີຕໍ່ເນື່ອງ ຮຸ່ນທີ XV ປະກອບມີ 30 ສະຫາຍ, ຍິງ 11 ສະຫາຍ, ມາຈາກຂັ້ນທ້ອງຖິ່ນ 20 ສະຫາຍ, ຍິງ 9 ສະຫາຍ ແລະ ຂັ້ນສູນກາງ 11 ສະຫາຍ, ຍິງ 2 ສະຫາຍ ແລະພ້ອມທັງຜ່ານທິດທາງແຜນການໃນຕໍ່ໜ້າ.

         ຈາກນັ້ນ, ກອງປະຊຸມຍັງໄດ້ຜ່ານຮ່າງບົດສຳຫຼວດການນຳພາ-ຊີ້ນໍາ ຂອງໜ່ວຍພັກນັກສຶກສາປະລິນຍາຕີຕໍ່ເນື່ອງ, ຈາກນັ້ນ, ສະຫາຍ ປອ ນ. ຈັນທະໜອມ ບັນດາວົງ ຮອງຫົວໜ້າກົມຈັດຕັ້ງ ຂຶ້ນຜ່ານມາດຖານ ແລະ ເງື່ອນໄຂ ຂອງຜູ້ມີສິດອອກສະໝັກ ແລະຜ່ານມະຕິຮັບຮອງລາຍຊື່ຜູ້ສະໝັກ ມີຜູ້ອອກສະໝັກທັງໝົດ 7 ສະຫາຍ, ຍິງ 1 ສະຫາຍ ແລະຜູ້ແທນກອງປະຊຸມແຕ່ລະສະຫາຍໄດ້ໃຊ້ສິດປະຊາທິປະໄຕຂອງຕົນບ່ອນບັດຄັດເລືອກເອົາຄະນະພັກ-ຄະນະຫ້ອງຊຸດໃໝ່ ໄດ້ເອກະສັນກັນເລືອກເອົາຄະນະພັກ-ຄະນະຫ້ອງຈຳນວນ 5 ສະຫາຍ, ຍິງ 1 ສະຫາຍ, ເລືອກເອົາສະຫາຍ ເຢັ່ງລໍ ເຈຍກົວ ເປັນເລຂາ, ສະຫາຍ ສົມເພັດ ບຸນພອນ ເປັນຮອງເລຂາໜ່ວຍພັກ, ສະຫາຍ ນ. ອົງ ປາດົວວື ເປັນກຳມະການພັກ, ສະຫາຍ ພັດທະນາ ແກ້ວສູນທອນ ແລະ ສະຫາຍ ລັງ ສີສະເກດ ເປັນຄະນະຫ້ອງນັກສຶກສາປະລິນຍາຕີຕໍ່ເນື່ອງ ຮຸ່ນທີ XV ຊຸດໃໝ່.

         ຕອນທ້າຍກອງປະຊຸມສະຫາຍ ຮສ ປອ ດາວສະຫວັນ ເຄຶອມີໄຊ ທັງເປັນປະທານກອງປະຊຸມ ໄດ້ມີຄຳຄິດຄຳເຫັນໂອ້ລົມ ເຊິ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະພັກ, ຄະນະຫ້ອງຊຸດເກົ່າທີ່ໄດ້ເຄື່ອນໄຫວນຳພາ-ຊີ້ນຳ ຈັດຕັ້ງປະຕິບັດ ທຸ້ມເທເຫື່ອແຮງສະຕິປັນຍາເຂົ້າໃນທຸກໜ້າທີ່ວຽກງານທີ່ກຳນົດໄວ້ ເວົ້າລວມ, ເວົ້າສະເພາະ ກໍຄືທິດນຳ ຂອງເລຂາຄະນະພັກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ວາງອອກ ແລະໃຫ້ຄະນະພັກ-ຄະນະຫ້ອງຊຸດ ໃໝ່ສຶບຕໍ່ນຳພາ-ຊີ້ນຳ ສະມາຊິກພັກ ນັກສຶກສາປະລິນຍາຕີຕໍ່ເນື່ອງ ຮຸ່ນທີ XV ນີ້ໃຫ້ບັນລຸຕາມການມອບໝາຍ ແລະມີຜົນສໍາເລັດໃນຕໍ່ໜ້າ.

                                             ຂ່າວ: ຈັນເພັງ ແກ້ວບົວທອງ.
ຮູບພາບ: ນັດດາ ສີລິລັກ

                                             ບັນນາທິການ: ປທ ວຽງສະຫວັນ ຈັນທະວິໄຊ