Month: February 2026

ກອງປະຊຸມໃຫຍ່ ຂອງໜ່ວຍພັກຮາກຖານ ນັກຄົ້ນຄວ້າປະລິນຍາໂທ ຮຸ່ນທີ XXI ຫ້ອງ ກ

ກອງປະຊຸມໃຫຍ່ ຂອງໜ່ວຍພັກຮາກຖານ ນັກຄົ້ນຄວ້າປະລິນຍາໂທ ຮຸ່ນທີ XXI ຫ້ອງ ກ ຄັ້ງທີ I ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າ ຂອງວັນທີ 03 ກຸມພາ 2026 ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ເຂົ້າຮ່ວມກອງປະຊຸມຄັ້ງນີ້ ມີຜູ້ເຂົ້າຮ່ວມທັງໝົດ 86 ສະຫາຍ, ຍິງ 20 ສະຫາຍ. ໃນນັ້ນ, ມີສະມາຊິກພັກສົມບູນ ຈໍານວນ 75 ສະຫາຍ,…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດຈັດຝຶກອົບຮົມ “ວຽກງານກວດກາແບບໃໝ່”ຢ່າງເລິກເຊິ່ງ ມຸ່ງເນັ້ນການຫັນເປັນທັນສະໄໝ, ເດັດຂາດ, ວິທະຍາສາດ ເພື່ອຄວາມປອດໃສຂອງພັກ ແລະ ຄວາມເຂັ້ມແຂງຂອງລັດ

ເພື່ອເປັນການຜັນຂະຫຍາຍແນວທາງການປ່ຽນແປງໃໝ່ຂອງພັກ ເຂົ້າສູ່ວຽກງານຕົວຈິງ ແລະຍົກສູງຄຸນນະ ພາບການກໍ່ສ້າງພັກ-ພະນັກງານ ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ, ກົມກວດກາ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ສຳເລັດການຈັດຊຸດຝຶກອົບຮົມພາຍໃຕ້ຫົວຂໍ້ “ວຽກງານກວດກາແບບໃໝ່”ປະຈຳປີ 2025 ຢ່າງຈົບງາມ, ເຊິ່ງໄດ້ດຳເນີນເປັນເວລາ 3 ວັນເຕັມ ລະຫວ່າງວັນທີ 2-4 ກຸມພາ 2026 ທີ່ ລີສອດ ນາປ່າກວາງ, ແຂວງວຽງຈັນ.          ການຝຶກອົບຮົມຄັ້ງນີ້ ໄດ້ຮັບກຽດເຂົ້າຮ່ວມ ແລະເປັນປະທານໂດຍ: ທ່ານ…

ຊົມເຊີຍຄະນະໜ່ວຍພັກ ຊຸດໃໝ່ ຂອງຮາກຖານນັກຄົ້ນຄວ້າປະລິນຍາໂທ ຮຸ່ນທີ XXI (ຫ້ອງ ຂ)

ທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວພວມແຂ່ງຂັນກັນສ້າງຜົນງານຂໍ່ານັບຮັບຕ້ອນວັນສຳຄັນຕ່າງໆ ຂອງຊາດ ແລະ ຂອງພັກ, ຢູ່ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ), ໜ່ວຍພັກຮາກຖານນັກຄົ້ນຄວ້າປະລິນຍາໂທ ຮຸ່ນທີ XXI (ຫ້ອງ ຂ) ໄດ້ໄຂກອງປະຊຸມໃຫຍ່ຂອງຕົນຂຶ້ນຢ່າງສະຫງ່າຜ່າເຜີຍ ໃນຕອນເຊົ້າຂອງວັນທີ 4 ກຸມພາ 2026. ກອງປະຊຸມດັ່ງກ່າວ ມີຄວາມໝາຍສຳຄັນ ເພື່ອຕີລາຄາຄືນຜົນການຈັດຕັ້ງປະຕິບັດວຽກງານຮອບດ້ານໃນໄລຍະຜ່ານມາ ແລະ ວາງທິດທາງແຜນການໃນຕໍ່ໜ້າ, ພ້ອມທັງເລືອກຕັ້ງເອົາຄະນະ ໜ່ວຍພັກຊຸດໃໝ່ ເພື່ອສືບຕໍ່ນຳພາ-ຊີ້ນຳ ວຽກງານການເມືອງ-ແນວຄິດ…

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ເຂົ້າອວຍພອນ ສະຖານທູດຫວຽດນາມ ເນື່ອງໃນໂອກາດວັນສ້າງຕັ້ງພັກກອມມູນິດຫວຽດນາມ ຄົບຮອບ 96 ປີ ແລະ ຊົມເຊີຍຜົນສຳເລັດ ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ

ໃນທ່າມກາງບັນຍາກາດແຫ່ງຄວາມປິຕິຊົມຊື່ນ ທີ່ທົ່ວພັກ, ທົ່ວລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ພວມສ້າງຂະບວນການຢ່າງຟົດຟື້ນ ເພື່ອສະເຫຼີມສະຫຼອງວັນປະຫວັດສາດສຳຄັນຂອງຊາດ. ໃນຕອນເຊົ້າ ຂອງວັນທີ 3 ກຸມພາ 2026 ນີ້, ຢູ່ທີ່ສະຖານທູດ ແຫ່ງ ສສ.ຫວຽດນາມ ປະຈໍາ ສປປ ລາວ; ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ນໍາໂດຍ ທ່ານ ຮສ ປອ ດາວສະຫວັນ ເຄືອມີໄຊ,…