ກອງປະຊຸມໃຫຍ່ ຂອງໜ່ວຍພັກຮາກຖານ ນັກຄົ້ນຄວ້າປະລິນຍາໂທ ຮຸ່ນທີ XXI ຫ້ອງ ກ ຄັ້ງທີ I ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າ ຂອງວັນທີ 03 ກຸມພາ 2026 ທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ເຂົ້າຮ່ວມກອງປະຊຸມຄັ້ງນີ້ ມີຜູ້ເຂົ້າຮ່ວມທັງໝົດ 86 ສະຫາຍ, ຍິງ 20 ສະຫາຍ. ໃນນັ້ນ, ມີສະມາຊິກພັກສົມບູນ ຈໍານວນ 75 ສະຫາຍ, ຍິງ 16 ສະຫາຍ ແລະມີແຂກຖືກເຊີນເຂົ້າຮ່ວມ ຈໍານວນ 11 ສະຫາຍ, ຍິງ 4 ສະຫາຍ.

ກອງປະຊຸມໃຫຍ່ ໄດ້ດໍາເນີນພາຍໃຕ້ບັນຍາກາດແຫ່ງຄວາມສາມັກຄີ, ຄວາມເປັນເອກະພາບ ແລະ ຄວາມຮັບຜິດຊອບສູງ. ກອງປະຊຸມໃຫຍ່ ໄດ້ພ້ອມກັນຄົ້ນຄວ້າ, ຕົກລົງບັນຫາສໍາຄັນ ຂອງໜ່ວຍພັກຮາກຖານ ດ້ວຍຄວາມເອກະພາບສູງ ແລະ ໄດ້ຜົນສໍາເລັດຢ່າງຈົບງາມ.
ກອງປະຊຸມໃຫຍ່ ສະມາຊິກໜ່ວຍພັກຮາກຖານ ນັກຄົ້ນປະລິນຍາໂທ ຮຸ່ນທີ XXI ຫ້ອງ ກໍ ໄດ້ເຫັນດີລົງປະຊາມະຕິເປັນເອກະສັນຮັບຮອງເອົາບັນດາເນື້ອໃນສຳຄັນ ຄື:
1. ພິຈາລະນາ ແລະ ຮັບຮອງເອົາບົດສະຫຼຸບ ການເຄື່ອນໄຫວນໍາພາ-ຊີ້ນໍາ ໃນໄລຍະ 3 ເດືອນ ແລະ ທິດທາງແຜນການໃນຕໍ່ໜ້າ ຂອງໜ່ວຍພັກຮາກຖານ ນັກຄົ້ນປະລິນຍາໂທ ຮຸ່ນທີ XXI ຫ້ອງ ກ ຢ່າງຖືກຕ້ອງ, ເລິກເຊິ່ງ ທັງທາງດ້ານຜົນງານ, ຂໍ້ຄົງຄ້າງ ແລະ ບາງບົດຮຽນທີ່ຖອດຖອນໄດ້ໃນໄລຍະຜ່ານມາ. ພ້ອມນີ້, ກອງປະຊຸມເຫັນດີຮັບຮອງເອົາທິດທາງລວມ, ແຜນການເຄື່ອນໄຫວ 3 ເດືອນ ລວມທັງມາດຕະການ, ໜ້າທີ່ຕົ້ນຕໍ, ນະໂຍບາຍ, ກົນໄກ ແລະ ບັນດາຄາດໝາຍໃຫຍ່ໃນຕໍ່ໜ້າ ຂອງໜ່ວຍພັກຮາກຖານ ນັກຄົ້ນປະລິນຍາໂທ ຮຸ່ນທີ XXI ຫ້ອງ ກໍ ສອດຄ່ອງກັບແນວທາງນະໂຍບາຍ ຂອງພັກ.




2. ຮັບຮອງເອົາບົດສຳຫຼວດການນຳພາລວມ ຂອງຄະນະໜ່ວຍພັກຊຸດເກົ່າ, ຊຶ່ງໃນນັ້ນໄດ້ຕີລາຄາສາເຫດທີ່ພາ ໃຫ້ມີດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ຈາກການນຳພາ-ຊີ້ນຳ ແລະ ຈັດຕັ້ງປະຕິບັດວຽກງານໃນໄລຍະ 3 ເດືອນທີ່ຜ່ານມາ.
3. ກອງປະຊຸມໄດ້ຮັບຟັງການປະກອບຄຳເຫັນຈາກຜູ້ເຂົ້າຮ່ວມກອງປະຊຸມ ຊຶ່ງສະແດງໃຫ້ເຫັນເຖິງຄວາມເປັນເອກະພາບຕໍ່ບົດສະຫຼຸບ, ທິດທາງແຜນການ ແລະ ວຽກງານຮອບດ້ານຕໍ່ກອງປະຊຸມ ຊຶ່ງເຮັດໃຫ້ກອງປະຊຸມມີເນື້ອໃນອຸດົມສົມບູນຂຶ້ນຕື່ມ.
4. ຜູ້ແທນກອງປະຊຸມ ໄດ້ໃຊ້ສິດປະຊາທິປະໄຕ ຂອງຕົນ ຢ່າງເຕັມສ່ວນ ປ່ອນບັດເລືອກເອົາຄະນະໜ່ວຍພັກຮາກຖານ ນັກຄົ້ນປະລິນຍາໂທ ຮຸ່ນທີ XXI ຫ້ອງ ກ ຢ່າງຖືກຕ້ອງ ສອດຄ່ອງຕາມມາດຖານເງື່ອນໄຂ ແລະ ກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XI ໄດ້ກຳນົດໄວ້, ຊຶ່ງມີຜູ້ອອກຮັບສະໝັກເລືອກຕັ້ງທັງໝົດ 07 ສະຫາຍ (ຍິງ 3 ສະຫາຍ) ແລະ ເລືອກໄດ້ 05 ສະຫາຍ (ຍິງ 2 ສະຫາຍ) ດັ່ງນີ້:
1. ສະຫາຍ ສົມລັດ ສົມສະຫວັດ
2. ສະຫາຍ ສະເຫຼີມ ພົນທິສານ
3. ສະຫາຍ ນ. ສຸກສາຄອນ ຈັນຍາລາດ
4. ສະຫາຍ ນ. ວາດສະໜາ ກິນອາພອນ
5. ສະຫາຍ ພຸດທະສອນ ເມກສຸວັນ
5. ກອງປະຊຸມຄັ້ງປະຖົມມະລຶກ ຂອງໜ່ວຍພັກຮາກຖານ ນັກຄົ້ນປະລິນຍາໂທ ຮຸ່ນທີ XXI ຫ້ອງ ກ ຊຸດໃໝ່ ໄດ້ເຫັນດີເປັນເອກະສັນເລືອກເອົາເລຂາໜ່ວຍພັກ, ຮອງເລຂາໜ່ວຍພັກ, ກໍາມະການ ແລະ ຜູ້ກວດກາໜ່ວຍພັກຮາກຖານ ດັ່ງນີ້:
1. ສະຫາຍ ສົມລັດ ສົມສະຫວັດ ເປັນເລຂາໜ່ວຍພັກຮາກຖານ;
2. ສະຫາຍ ສະເຫຼີມ ພົນທິສານ ເປັນຮອງເລຂາໜ່ວຍພັກຮາກຖານ;
3. ສະຫາຍ ນ. ສຸກສາຄອນ ຈັນຍາລາດ ເປັນກໍາມະການພັກ ແລະເຮັດວຽກງານກດດກາ;
4. ສະຫາຍ ນ. ວາດສະໜາ ກິນອາພອນ ເປັນກໍາມະການພັກ;
5. ສະຫາຍ ພຸດທະສອນ ເມກສຸວັນ ເປັນກໍາມະການພັກ.
6. ກອງປະຊຸມໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ປທ ນ ພອນໄຊ ລາດຊະວົງ, ຄະນະບໍລິຫານງານພັກ, ຫົວໜ້າກົມຈັດຕັ້ງ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຊຶ່ງເປັນປະທານກອງປະຊຸມດັ່ງກ່າວ ທີ່ໄດ້ສະແດງຄວາມຊົມເຊີຍ ຕໍ່ບັນດາໝາກຜົນຄວາມສຳເລັດ ທີ່ຄະນະພັກໜ່ວຍພັກຮາກຖານ ນັກຄົ້ນປະລິນຍາໂທ ຮຸ່ນທີ XXI ຫ້ອງ ກໍ ກໍຄືບັນດາສະມາຊິກພັກ ໜ່ວຍພັກຮາກຖານ ນັກຄົ້ນປະລິນຍາໂທ ຮຸ່ນທີ XXI ຫ້ອງ ກ ຍາດມາໄດ້ໃນໄລຍະ 03 ເດືອນຜ່ານມາ, ພ້ອມກັນນັ້ນ ສະຫາຍ ກໍໄດ້ມີຄວາມເຫັນຊີ້ທິດເຍືອງທາງ ສໍາລັບການຈັດຕັ້ງປະຕິບັດໜ້າທີ່ການເມືອງ ແລະ ໜ້າທີ່ໃນຄົ້ນຄ້ວາຮໍ່າຮຽນ ຂອງນັກຄົ້ນປະລິນຍາໂທ ຮຸ່ນທີ XXI ຫ້ອງ ກ, ເປັນຕົ້ນແມ່ນການສືບຕໍ່ແກ້ໄຂບັນດາຈຸດອ່ອນຂໍ້ຄົງຄ້າງຕ່າງໆ ແລະ ເພີ່ມທະວີປະຕິບັດໜ້າທີ່ການເມືອງ, ຄາດໝາຍສູ້ຊົນ ແລະ ວຽກງານຈຸດສຸມໃນແຕ່ລະດ້ານ ຕາມທີ່ໄດ້ກໍານົດໄວ້ໃນບົດສະຫຼຸບ ຂອງກອງປະຊຸມໃຫ່ຍໜ່ວຍພັກຄັ້ງນີ້.


ກອງປະຊຸມໄດ້ຮຽກຮ້ອງໃຫ້ຄະນະໜ່ວຍພັກ, ສະມາຊິກພັກ ຂອງໜ່ວຍພັກຮາກຖານ ນັກຄົ້ນປະລິນຍາໂທ ຮຸ່ນທີ XXI ຫ້ອງ ກ ທັງໝົດເຊີດຊູສະຕິໃນການຈັດຕັ້ງປະຕິບັດສິດ, ໜ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນ ເພື່ອນໍາເອົາເນື້ອໃນຈິດໃຈ ຂອງມະຕິກອງປະຊຸມຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍ ແນໃສ່ຮັບປະກັນໃຫ້ໜ່ວຍພັກຮາກຖານ ນັກຄົ້ນປະລິນຍາໂທ ຮຸ່ນທີ XXI ຫ້ອງ ກ ມີການຫັນປ່ຽນຢ່າງຕັ້ງໜ້າ ແລະ ໄດ້ຮັບນາມມະຍົດໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ.
ຂ່າວ/ພາບ: ນສ ປທ ຮຸ່ນທີ 21 ຫ້ອງ ກ
ບັນນາທິການ: ປທ ວຽງສະຫວັນ ຈັນທະວິໄຊ
