ເພື່ອເປັນການຜັນຂະຫຍາຍແນວທາງການປ່ຽນແປງໃໝ່ຂອງພັກ ເຂົ້າສູ່ວຽກງານຕົວຈິງ ແລະຍົກສູງຄຸນນະ ພາບການກໍ່ສ້າງພັກ-ພະນັກງານ ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ, ກົມກວດກາ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ສຳເລັດການຈັດຊຸດຝຶກອົບຮົມພາຍໃຕ້ຫົວຂໍ້ “ວຽກງານກວດກາແບບໃໝ່”ປະຈຳປີ 2025 ຢ່າງຈົບງາມ, ເຊິ່ງໄດ້ດຳເນີນເປັນເວລາ 3 ວັນເຕັມ ລະຫວ່າງວັນທີ 2-4 ກຸມພາ 2026 ທີ່ ລີສອດ ນາປ່າກວາງ, ແຂວງວຽງຈັນ.

ການຝຶກອົບຮົມຄັ້ງນີ້ ໄດ້ຮັບກຽດເຂົ້າຮ່ວມ ແລະເປັນປະທານໂດຍ: ທ່ານ ປທ ນາງ ບຸນມີ ຈຸນລະຈັກ, ຮອງຫົວໜ້າ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ພ້ອມທັງໃຫ້ກຽດເປັນວິທະຍາກອນບັນຍາຍ. ນອກຈາກນີ້ ຍັງມີ ທ່ານ ປອ ຄຳຫຼ້າ ລໍວານໄຊ, ຫົວໜ້າກົມກວດກາ ສມປຊ ແລະຄະນະຮັບຜິດຊອບ, ມີສໍາມະນາກອນເຂົ້າຮ່ວມຝຶກອົບຮົມ ຈໍານວນ 36 ທ່ານ, ຍິງ 17 ທ່ານ. ລວມທັງໝົດຈໍານວນ 40 ທ່ານ. ຜູ້ເຂົ້າຮ່ວມລ້ວນແຕ່ແມ່ນພະນັກງານຫຼັກແຫຼ່ງທີ່ມາຈາກບັນດາກົມ, ຫ້ອງການ, ຄະນະຕ່າງໆວິຊາ ແລະສູນພາຍໃນ ສມປຊ, ປະກອບມີຂັ້ນຫົວໜ້າກົມ, ຮອງກົມ, ຫົວໜ້າ-ຮອງຫົວໜ້າພະແນກ ແລະວິຊາການທີ່ເຮັດວຽກງານກວດກາຊ່ວຍໜ່ວຍພັກ. ການຝຶກອົບຮົມຄັ້ງນີ້ ບໍ່ພຽງແຕ່ເປັນການຮຽນຮູ້ທິດສະດີທົ່ວໄປ, ແຕ່ເປັນການເຈາະຈີ້ມລົງເລິກເຖິງ “ວຽກງານກວດກາແບບໃໝ່” ທີ່ມີລັກສະນະວິທະຍາສາດ ແລະທັນສະໄໝ, ສອດຄ່ອງກັບສະພາບການຂອງໂລກ ແລະພາກພື້ນ ທີ່ພວມຜັນແປຢ່າງໄວວາ. ໃນມູມມອງທາງການເມືອງ, ການກວດກາຖືກຍົກຂຶ້ນເປັນບັນຫາ “ຄວາມເປັນຄວາມຕາຍ” ຂອງລະບອບ, ເປັນເຄື່ອງມືອັນຄົມກ້າໃນການປົກປ້ອງແນວທາງ, ປົກປ້ອງການຈັດຕັ້ງ ແລະປົກປ້ອງຄວາມບໍລິສຸດຂອງພະນັກງານ.

ຕະຫຼອດໄລຍະເວລາ 3 ວັນ, ບັນດາສຳມະນາກອນໄດ້ເຊື່ອມຊຶມ ແລະຄົ້ນຄວ້າຢ່າງເລິກເຊິ່ງໃນ 3 ຫົວຂໍ້ຍຸດທະສາດສຳຄັນ ຄື:
1. ການກວດກາວຽກງານພັກ-ລັດ ຢ່າງຮອບດ້ານ ແລະ ເຂັ້ມງວດ: ໂດຍເນັ້ນໃສ່ຂະບວນການ ນັບແຕ່ປະຫວັດຄວາມເປັນມາ, ຂັ້ນຕອນການສືບສວນ-ສອບສວນ ໄປຈົນເຖິງມາດຕະການຕໍ່ຜູ້ລະເມີດ. ຈຸດນີ້ເປັນການຢັ້ງຢືນເຖິງຄວາມເດັດຂາດຂອງພັກ ໃນການກຳຈັດພະຍາດອາດຍາສິດ ແລະການເສື່ອມຖອຍທາງດ້ານຄຸນສົມບັດ ໂດຍຖືເອົາການກວດກາເປັນກົນໄກຕົ້ນຕໍໃນການປັບປຸງການຈັດຕັ້ງ.
2. ການປະຍຸກໃຊ້ເຕັກໂນໂລຊີ ແລະປັນຍາປະດິດ (AI) ເຂົ້າໃນການຕ້ານການສໍ້ລາດບັງຫຼວງ:ນີ້ແມ່ນບາດກ້າວບຸກທະລຸໃໝ່ທາງດ້ານແນວຄິດ ແລະ ການກະທຳ.ບົດຮຽນໄດ້ຊີ້ໃຫ້ເຫັນເຖິງຄວາມຈຳເປັນຕ້ອງນຳໃຊ້ຂໍ້ມູນຂ່າວສານທີ່ທັນສະໄໝ ເພື່ອເຮັດໃຫ້ວຽກງານກວດກາມີຄວາມວ່ອງໄວ, ຊັດເຈນ ແລະໂປ່ງໃສ, ສາມາດສະກັດກັ້ນປະກົດການຫຍໍ້ ທໍ້ໄດ້ຢ່າງທັນການ ແລະສອດຄ່ອງກັບທິດຊີ້ນຳຂອງພັກໃນຍຸກດິຈິຕອນ.
3. ຖອດຖອນບົດຮຽນຈາກສາກົນ (ສປ ຈີນ ແລະສສ ຫວຽດນາມ): ການສຶກສາປະສົບການໃນການ “ຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານ”ຈາກປະເທດເພື່ອນມິດໄດ້ຊ່ວຍໃຫ້ເຫັນວິໄສທັດໃນການກຳນົດແຜນຍຸດທະສາດແຕ່ປີ 2026-2030. ບົດຮຽນເຫຼົ່ານີ້ໄດ້ຢັ້ງຢືນວ່າ ການຫັນເປັນທັນສະໄໝໃນການຄຸ້ມຄອງລັດ ແລະສັງຄົມ ແມ່ນທ່າອ່ຽງທີ່ບໍ່ສາມາດປະຕິເສດໄດ້ ເພື່ອຮັບປະກັນສະຖຽນລະພາບທາງດ້ານການເມືອງ ແລະການພັດທະນາເສດຖະກິດ-ສັງຄົມ.


ບັນຍາກາດໃນການຝຶກອົບຮົມເຕັມໄປດ້ວຍຄວາມຟົດຟື້ນ ແລະສ້າງສັນ. ວິທະຍາກອນໄດ້ຖ່າຍທອດຄວາມຮູ້ໄດ້ຢ່າງເລິກເຊິ່ງມີການຍົກຕົວຢ່າງພຶດຕິກຳຕົວຈິງ ຂອງການສໍ້ລາດບັງຫຼວງເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ວິເຄາະ, ປຽບທຽບໃສ່ທິດສະດີ. ສິ່ງສຳຄັນແມ່ນການເປີດກວ້າງ ປະຊາທິປະໄຕ ໂດຍນັກສຳມະນາກອນໄດ້ກ້າສະແດງທັດສະນະ, ແລກປ່ຽນ ຄຳຄິດເຫັນຢ່າງກົງໄປກົງມາ ແລະເລິກເຊິ່ງຕໍ່ກັບບັນຫາທີ່ຕັ້ງຂຶ້ນ, ສະແດງໃຫ້ເຫັນເຖິງຄວາມເປັນເຈົ້າການ ແລະຄວາມຮັບຜິດຊອບສູງຂອງພະນັກງານ ສມປຊ ເຖິງຢ່າງໃດກໍຕາມ, ບົດສະຫຼຸບຍັງໄດ້ຊີ້ໃຫ້ເຫັນບາງຂໍ້ຄົງຄ້າງທີ່ຕ້ອງໄດ້ຮັບການປັບປຸງ ໂດຍສະເພາະແມ່ນການຈັດສັນເວລາຂອງເປົ້າໝາຍເຂົ້າຮ່ວມ ບາງຄັ້ງຍັງຕິດຂັດກັບວຽກງານວິຊາສະເພາະທີ່ຮີບດ່ວນ, ລວມທັງຄວາມຈຳກັດທາງດ້ານງົບປະມານບາງດ້ານ. ແຕ່ສິ່ງເຫຼົ່ານີ້ກໍໄດ້ກາຍເປັນບົດຮຽນສຳຄັນໃຫ້ແກ່ຄະນະຈັດຕັ້ງ ໃນການຍົກສູງບົດບາດເສນາທິການ ແລະການບໍລິຫານຄຸ້ມຄອງໃຫ້ມີປະສິດທິຜົນກວ່າເກົ່າໃນຄັ້ງຕໍ່ໄປ.
ຜ່ານການຝຶກອົບຮົມຄັ້ງນີ້, ສາມາດຢັ້ງຢືນໄດ້ວ່າວຽກງານກວດກາແບບໃໝ່ ບໍ່ແມ່ນພຽງແຕ່ໜ້າທີ່ຂອງກົມກວດກາເທົ່ານັ້ນ, ແຕ່ແມ່ນພັນທະຂອງທົ່ວພັກ. ການກວດກາແມ່ນປັດໄຈຕັດສິນໃນການຕໍ່ສູ້ຕ້ານກົນອຸບາຍຫັນປ່ຽນໂດຍສັນຕິຂອງອິດທິກຳລັງປໍລະປັກ ແລະເປັນການກັ່ນຕອງພະນັກງານໃຫ້ມີຄວາມບໍລິສຸດຜຸດຜ່ອງ.
ໃນຕອນທ້າຍ ປະທານພິທີ ໄດ້ເຫັນດີເປັນເອກະພາບວ່າ: ການຝຶກອົບຮົມລັກສະນະນີ້ ຄວນໄດ້ຮັບການຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງ ແລະເປັນປົກກະຕິ ໂດຍເປີດກວ້າງເປົ້າໝາຍໄປຍັງຄະນະພັກ ແລະພະນັກງານທີ່ຕິດພັນກັບວຽກງານເສດຖະກິດໃຫ້ຫຼາຍຂຶ້ນ. ຜົນສຳເລັດໃນຄັ້ງນີ້ຈະເປັນພື້ນຖານອັນໜັກແໜ້ນໃຫ້ແກ່ ສມປຊ ໃນການນຳເອົາບົດຮຽນໄປໝູນໃຊ້ເຂົ້າໃນການນຳພາ-ຊີ້ນຳ ແລະຈັດຕັ້ງປະຕິບັດວຽກງານກວດກາ ໃຫ້ມີປະສິດທິພາບ, ປະສິດທິຜົນ, ທັນກັບສະ ພາບການ, ປະກອບສ່ວນເຂົ້າໃນການສ້າງສາພັດທະນາສະຖາບັນກໍຄືປະເທດຊາດໃຫ້ຈະເລີນຮຸ່ງເຮືອງຂຶ້ນໄປເລື້ອຍໆ.
ຂ່າວ: ປທ ຕາອັອດ ແສນທະວີສຸກ
ຮູບພາບ: ກົມກວດກາ ສມປຊ
ບັນນາທິການ: ປທ ບຸນປັນ ສຸມຸນທອງ
