ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຍົກລະດັບຂີດຄວາມສາມາດດ້ານວິທີສິດສອນ ແລະການນຳໃຊ້ AI ເຂົ້າໃນວິຊາ ແນວຄິດ ໄກສອນ ພົມວິຫານ ເພື່ອກ້າວໄປສູ່ຄວາມທັນສະໄໝ
ໃນລະຫວ່າງວັນທີ 11-13 ກຸມພາ 2026, ຢູ່ທີ່ທ່າລາດ ແຂວງວຽງຈັນ, ສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ຈັດກອງປະຊຸມຝຶກອົບຮົມພາຍໃຕ້ຫົວຂໍ້: “ວິທີສິດສອນວິຊາ ແນວຄິດ ໄກສອນ ພົມວິຫານ” ແລະ “ວິທີວິທະຍາການນຳໃຊ້ປັນຍາປະດິດ (AI) ເຂົ້າໃນການສິດສອນວິຊາ ແນວຄິດ ໄກສອນ ພົມວິຫານ”. ກອງປະຊຸມຄັ້ງນີ້ ໄດ້ຮັບກຽດຢ່າງສູງໂດຍການເປັນປະທານ ແລະ ກ່າວເປີດຂອງ…
