ຄະນະເສດຖະສາດການເມືອງ ແລະ ຄຸ້ມຄອງເສດຖະກິດ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ຈັດການຝຶກອົບຮົມຫົວຂໍ້ສະເພາະໃນຂົງເຂດເສດຖະກິດ ພາຍໃຕ້ຫົວຂໍ້: “ເສດຖະກິດເອກະລາດ ເປັນເຈົ້າຕົນເອງ (ສອຈ)” ເຊິ່ງໄດ້ດຳເນີນມາເປັນເວລາ 5 ວັນ ຢ່າງມີເນື້ອໃນຄວາມໝາຍເລິກເຊິ່ງ ແຕ່ວັນທີ 9-13 ກຸມພາ 2026 ທີ່ຜ່ານມາ, ທີ່ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຈຳປາສັກ. ການຝຶກອົບຮົມຄັ້ງນີ້ ໄດ້ຮັບກຽດເຂົ້າຮ່ວມພາຍໃຕ້ການເປັນປະທານຮ່ວມ ຂອງ ທ່ານ ປທ ນາງ ຄໍາຫຼ້າ ແກ້ວອຸ່ນຄໍາ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ທ່ານ ປອ ອິນທະວົງ ໂຄດປັນຍາ, ຫົວໜ້າຄະນະເສດຖະສາດການເມືອງ ແລະ ຄຸ້ມຄອງເສດຖະກິດ (ສມປຊ). ພ້ອມດຽວກັນນັ້ນ, ກໍມີ ທ່ານ ທອງຄູນ ເຮືອງວົງສາ, ກໍາມະການພັກແຂວງ, ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຈໍາປາສັກ ໃຫ້ກຽດເຂົ້າຮ່ວມ ພ້ອມດ້ວຍບັນດາຄູ-ອາຈານ, ນັກວິທະຍາກອນ ແລະ ສຳມະນາກອນ ທີ່ມາຈາກ ສມປຊ ແລະ ໂຮງຮຽນການເມືອງ-ການປົກຄອງທ້ອງຖິ່ນ ທັງພາກກາງ ແລະ ພາກໃຕ້ ເຂົ້າຮ່ວມຢ່າງພ້ອມພຽງ. ການຝຶກອົບຮົມໃນຄັ້ງນີ້ ບໍ່ພຽງແຕ່ເປັນການຍົກລະດັບວິຊາສະເພາະທົ່ວໄປ, ແຕ່ເປັນບາດກ້າວສຳຄັນທາງການເມືອງ ໃນການເຊື່ອມຊຶມ ແລະ ກຳແໜ້ນທິດທາງຍຸດທະສາດ ຂອງພັກ ເພື່ອສ້າງຄວາມເປັນເອກະພາບທາງດ້ານທິດສະດີ ແລະ ພຶດຕິກໍາ ໃນຂອບເຂດທົ່ວປະເທດ. ຈຸດປະສົງຫຼັກ ແມ່ນເພື່ອສ້າງໃຫ້ພະນັກງານ, ຄູ-ອາຈານ ໄດ້ຮັບຮູ້ ແລະ ຜັນຂະຫຍາຍ ມະຕິເລກທີ 04/ກມສພ, ລົງວັນທີ 11 ເມສາ 2024 ວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່. ນີ້ແມ່ນແນວທາງພື້ນຖານ ຂອງພັກເຮົາ ພັດທະນາ

, ຮັບປະກັນການເຕີບໂຕ ຂອງເສດຖະກິດ ດ້ວຍຈັງຫວະທີ່ໝັ້ນທ່ຽງ, ຕໍ່ເນື່ອງ ແລະ ຍືນຍົງ. ໃນວາລະກ່າວເປີດ, ປະທານໄດ້ເນັ້ນໜັກເຖິງບົດບາດຂອງ “ຄູການເມືອງ” ວ່າເປັນອາຊີບທີ່ສູງສົ່ງ ແລະ ປະດິດສ້າງທີ່ສຸດ ເພາະເປັນຜູ້ສ້າງຊັບພະຍາກອນມະນຸດ ທີ່ມີພາລະບົດບາດໜັກໜ່ວງ ໃນການຖ່າຍທອດທິດສະດີ ໄປສູ່ການຜະລິດເສດຖະກິດຕົວຈິງ ໃຫ້ມີໝາກມີຜົນ. ການຝຶກອົບຮົມຄັ້ງນີ້ ຈຶ່ງເປັນການຕອບສະໜອງຕໍ່ຄຳເຫັນຊີ້ນຳຂອງການນຳຂັ້ນສູງ ທີ່ຮຽກຮ້ອງໃຫ້ຄູ-ອາຈານ ຕ້ອງຄົ້ນຄວ້າຕົວຈິງ, ສອນໃຫ້ພະນັກງານນຳພາ ສາມາດໄປນຳພາປະຊາຊົນ ສ້າງພື້ນຖານເສດຖະກິດ ໂດຍສະເພາະດ້ານສະບຽງອາຫານ ແລະ ປັດໄຈພື້ນຖານ. ຕະຫຼອດໄລຍະເວລາ 5 ວັນ, ບັນດານັກວິທະຍາກອນ ແລະ ສຳມະນາກອນ ໄດ້ພ້ອມກັນຄົ້ນຄວ້າ, ສົນທະນາ ແລະ ແລກປ່ຽນບົດຮຽນ ຜ່ານ 6 ຫົວຂໍ້ຫຼັກ ທີ່ເປັນເສົາຄ້ຳ ຂອງການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ (ສອຈ) ດັ່ງນີ້:ການພັດທະນາ SMEs ຕາມທິດ ສອຈ: ບັນຍາຍໂດຍ ທ່ານ ປອ ນາງ ໄກສອນ ຈັນສີນາ, ຫົວໜ້າຫ້ອງການ ສມປຊ. ຫົວຂໍ້ນີ້ໄດ້ເນັ້ນໜັກເຖິງການສ້າງຄວາມເຂັ້ມແຂງໃຫ້ວິສາຫະກິດຂະໜາດນ້ອຍ ແລະ ກາງ ເຊິ່ງເປັນກະດູກສັນຫຼັງ ຂອງເສດຖະກິດຊາດ ໃຫ້ສາມາດຢືນຢູ່ບົນຂາ ຂອງຕົນເອງ.ຄວາມຮູ້ທົ່ວໄປ ກ່ຽວກັບເສດຖະກິດເອກະລາດເປັນເຈົ້າຕົນເອງ: ບັນຍາຍໂດຍ ທ່ານ ປອ ອິນທະວົງ ໂຄດປັນຍາ, ນີ້ແມ່ນຫົວໃຈຫຼັກ ຂອງການຝຶກອົບຮົມ ທີ່ປູພື້ນຖານທິດສະດີ ແລະ ຄວາມເຂົ້າໃຈທີ່ຖືກຕ້ອງ ກ່ຽວກັບຄວາມໝາຍ ຂອງການເປັນເຈົ້າຕົນເອງໃນຍຸກໂລກາພິວັດ.ພັດທະນາການທ່ອງທ່ຽວຕາມທິດ ສອຈ: ບັນຍາຍໂດຍ ທ່ານ ປອ ນາງ ຄໍາແພນ ເພັງພັກດີ, ຮອງຫົວໜ້າຄະນະເສດຖະສາດການເມືອງ ແລະ ຄຸ້ມຄອງເສດຖະກິດ. ຫົວຂໍ້ນີ້ສຸມໃສ່ການດຶງດູດທ່າແຮງທາງທຳມະຊາດ ແລະ ວັດທະນະທຳ ມາສ້າງມູນຄ່າເພີ່ມ ໂດຍຫຼຸດຜ່ອນການເພິ່ງພາປັດໄຈພາຍນອກ.ພັດທະນາອຸດສາຫະກຳ ຕາມທິດ ສອຈ: ບັນຍາຍໂດຍ ທ່ານ ປທ ພະສະຫວັດ ເທບສຸວັນ, ຫົວໜ້າພາກເສດຖະສາດພັດທະນາ. ເນັ້ນການສ້າງພື້ນຖານການຜະລິດທີ່ທັນສະໄໝ ແລະ ຍືນຍົງ.ພັດທະນາກະສິກຳ ຕາມທິດ ສອຈ: ບັນຍາຍໂດຍ ທ່ານ ປທ ນາງ ແສງດາວ ອິນທະວົງ, ຮອງພາກຄຸ້ມຄອງເສດຖະກິດ. ເນັ້ນໜັກເລື່ອງຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ການຜະລິດສິນຄ້າກະສິກຳ ທີ່ມີຄຸນນະພາບ.ຄຸ້ມຄອງສິ່ງແວດລ້ອມ ຢູ່ ສປປ ລາວ: ບັນຍາຍໂດຍ ທ່ານ ປທ ສົມເພັດ ອິນເຕັມ, ເຊິ່ງເປັນການຮັບປະກັນວ່າ ການພັດທະນາເສດຖະກິດ ຕ້ອງໄປພ້ອມກັບການຮັກສາຄວາມສົມດຸນ ຂອງທຳມະຊາດ. ຈຸດພິເສດຂອງການຝຶກອົບຮົມຄັ້ງນີ້ ແມ່ນການນຳເອົາທິດສະດີລົງສູ່ການປະຕິບັດຕົວຈິງ. ໃນວັນທີ 11 ກຸມພາ 2026, ຄະນະຮັບຜິດຊອບໄດ້ນຳພາຄູ-ອາຈານ ແລະ ສຳມະນາກອນ ລົງທັດສະນະສຶກສາຢູ່ນອກສະຖານທີ່ ທີ່ເມືອງປາກຊ່ອງ.



ການລົງພື້ນທີ່ຢ້ຽມຊົມ “ສວນອາໂກຼຟາມ” ແລະ ແຫຼ່ງທ່ອງທ່ຽວທຳມະຊາດ “ຕາດເຍືອງ” ໄດ້ເຮັດໃຫ້ຜູ້ເຂົ້າຮ່ວມເຫັນປະຈັກຕາເຖິງການພັດທະນາກະສິກຳ ແລະ ການທ່ອງທ່ຽວ ທີ່ເປັນຮູບທຳ, ສາມາດຖອດຖອນບົດຮຽນຈາກຜູ້ປະກອບການຕົວຈິງ ເພື່ອນຳມາປັບປຸງເນື້ອໃນການສິດສອນໃຫ້ມີຊີວິດຊີວາ. ໃນພິທີປິດການຝຶກອົບຮົມ ວັນທີ 13 ກຸມພາ 2026, ທ່ານ ປອ ອິນທະວົງ ໂຄດປັນຍາ ໄດ້ໃຫ້ກຽດຂຶ້ນກ່າວສະຫຼຸບ ແລະ ມອບໃບຢັ້ງຢືນໃຫ້ແກ່ສຳມະນາກອນ. ທ່ານໄດ້ຕີລາຄາສູງຕໍ່ຜົນສຳເລັດ ຂອງການຝຶກອົບຮົມຄັ້ງນີ້ ວ່າເປັນການສ້າງຂີດໝາຍໃໝ່ໃຫ້ແກ່ວຽກງານກໍ່ສ້າງພະນັກງານ-ຄູອາຈານ ຂອງໂຮງຮຽນການເມືອງ-ການປົກຄອງ. ບັນດາຫົວຂໍ້ທີ່ໄດ້ຮຽນຮູ້ ລ້ວນແຕ່ມີຄວາມໝາຍສຳຄັນຕິດພັນກັບການເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິພັກ ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ. ຜ່ານການຝຶກອົບຮົມ, ບັນດາຄູ-ອາຈານ ຈາກພາກກາງ ແລະ ພາກໃຕ້ ໄດ້ຮັບການປະກອບອາວຸດທາງດ້ານທິດສະດີ ແລະ ພຶດຕິກຳໃໝ່ໆ, ເກີດມີການແລກປ່ຽນບົດຮຽນ ແລະ ປະສົບການລະຫວ່າງສູນກາງ ແລະ ທ້ອງຖິ່ນ. ສິ່ງນີ້ຈະກາຍເປັນພື້ນຖານອັນແຂງແກ່ນ ໃຫ້ນັກວິທະຍາກອນເຫຼົ່ານີ້ ນຳໄປຖ່າຍທອດຕໍ່ໃຫ້ແກ່ພະນັກງານການນຳ-ຄຸ້ມຄອງ ໃນຂອບເຂດຄວາມຮັບຜິດຊອບ ຂອງຕົນ, ປຸກລະດົມຂະບວນການສ້າງເສດຖະກິດ ຂອງຊາດ ໃຫ້ມີຄວາມເຂັ້ມແຂງ, ຫຼຸດຜ່ອນການເພິ່ງພາ ແລະ ກ້າວໄປສູ່ການເປັນເຈົ້າຕົນເອງຢ່າງແທ້ຈິງ ຕາມທິດຊີ້ນຳ ຂອງພັກ ແລະ ລັດຖະບານ ວາງອອກ.
