ໃນວັນທີ 12 ກຸມພາ ປີ 2026 ທີຜ່ານມານີ້ ຢູ່ທີ່ໂຮງຮຽນທິດສະດີການເມືອງ ແລະ ການປົກຄອງ ແຂວງໄຊຍະບູລີ ໄດ້ມີພິທີປິດຊຸດຮຽນມອບໃບປະກາດໃຫ້ນັກສຶກສາຮຽນທິດສະດີການເມືອງຂັ້ນກາງ ຮຸ່ນທີ IV ໃນພິທີດັ່ງກ່າວ ກໍໄດ້ຮັບກຽດເປັນປະທານໂດຍ ທ່ານ ປທ ນາງ ບຸນມີ ຈຸນລະຈັກ ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ທ່ານ ປອ ສີສອນພັນ ບຸນສີ ຮອງເລຂາຄະນະບໍລິຫານພັກແຂວງ ຜູ້ຊີ້ນຳວຽກງານແນວຄິດຂັ້ນແຂວງ ແລະໃນພິທີດັ່ງກ່າວ ທ່ານ ນາງ ນຸດຈິລາ ພົນຈະເລີນ ກໍາມະການພັກແຂວງ ຫົວໜ້າໂຮງຮຽນການເມືອງແລະການປົກຄອງແຂວງ ໄດ້ຜ່ານບົດສະຫຼຸບຜົນສຳເລັດ ຂອງການສຶກສາໃຫ້ແຂກທີຖືກເຊີນຮັບຊາບວ່າ: ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງໄຊຍະບູລີ ໄດ້ສຸມໃສຈັດຕັ້ງປະຕິບັດໂຄງການຫຼັກສູດທີ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ກຳນົດອອກຢ່າງເຂັ້ມງວດ ແລະ ໄດ້ເລີມດຳເນີນການຮຽນ-ການສອນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ IV ແຕ່ວັນທີ 25 ສິງຫາ 2025 ຫາ ວັນທີ 13 ກຸມພາ 2026 ຊຸດຮຽນນີ້ມີນັກສຶກສາທັງໝົດຈຳນວນ 51 ສະຫາຍ, ຍິງ 12 ສະຫາຍ, ໃນນັ້ນ ມາຈາກພະແນກການ, ກົມກອງອ້ອມຂ້າງແຂວງ 31 ສະຫາຍ, ຍິງ 6 ສະຫາຍ. ມາຈາກເມືອງໃນທົ່ວແຂວງ 20 ສະຫາຍ, ຍິງ 6 ສະຫາຍ. ລະດັບວິຊາສະເພາະຕ່ຳສຸດ ຊັ້ນຕົ້ນ 4 ສະຫາຍ; ຊັ້ນກາງ 2 ສະຫາຍ; ຍິງ 1 ສະຫາຍ; ຊັ້ນສູງ 12 ສະຫາຍ, ຍິງ 5 ສະຫາຍ; ປະລິນຍາຕີ 32 ສະຫາຍ, ຍິງ 6 ສະຫາຍ; ປະລິນຍາໂທ 1 ສະຫາຍ. ອາຍຸກະສຽນສູງສຸດ 54 ປີ, ອາຍຸກະສຽນຕ່ຳສຸດ 27 ປີ, ອາຍຸສະເລ່ຍ 40 ປີ.ເພື່ອໃຫ້ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການ ຂອງວຽກງານກໍ່ສ້າງພັກ, ສ້າງພະນັກງານ ຢູ່ພາຍໃນແຂວງໄຊຍະບູລີ, ໂຮງຮຽນການເມືອງ ແລະ ການປົກຄອງແຂວງ ໄດ້ຕັ້ງໜ້າກໍ່ສ້າງ-ບຳລຸງ, ຍົກສູງລະດັບຄວາມຮູ້ດ້ານທິດສະດີການເມືອງຂັ້ນກາງ 6 ເດືອນໃຫ້ພະນັກງານຫຼັກແຫຼ່ງຂອງແຂວງ ແລະ ເມືອງ ໃນທົ່ວແຂວງ, ແນໃສປະຕິບັດຄາດໝາຍຍຸດທະສາດການສ້າງຊັບພະຍາກອນມະນຸດ ປະກອບບຸກຄະລາກອນທີ່ມີຄຸນນະພາບ, ມີຄວາມພ້ອມທາງດ້ານຄວາມຮູ້, ມີຄວາມສາມາດບັນຈຸສັບຊ້ອນໃຫ້ແກ່ກົງຈັກການຈັດຕັ້ງ ຂອງພັກ ຂອງລັດ ແລະ ອົງການຈັດຕັ້ງມະຫາຊົນຂັ້ນຕ່າງໆໃນທົ່ວແຂວງ, ເຮັດໃຫ້ພະນັກງານວິຊາການ, ພະນັກງານສືບທອດປ່ຽນແທນ ພາຍຫຼັງສຳເລັດການສຶກສາ ນຳເອົາບັນດາຄວາມຮູ້ທາງດ້ານທິດສະດີການເມືອງ, ແລະແນວທາງນະໂຍບາຍຂອງພັກການຄຸ້ມຄອງ ຂອງລັດໄປໝູນໃຊ້ເຂົ້າໃນວຽກງານຕົວຈີງ ຂອງກົມກອງ, ພ້ອມທັງຍົກສູງຄຸນທາດການເມືອງໜັກແໜ້ນຍົກສູງຄວາມສາມາດໃນການນຳພາ-ຄຸ້ມຄອງ ແລະຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍ ຂອງພັກສ້າງບາດກ້າວຫັນປ່ຽນໃໝ່ໃນວຽກງານ ຂອງຕົນໃຫ້ມີຄຸນນະພາບ ແລະມີສິດທິຜົນສູງຂຶ້ນ.ຊຸດຮຽນທິດສະດີຂັ້ນກາງ ຮຸ່ນທີ IV ໄດ້ໃຊ້ເວລາຮຽນ 6 ເດືອນ, ມີວິຊາຮຽນທັງໝົດ 14 ວິຊາ, ແບ່ງອອກເປັນ 7 ກຸ່ມວິຊາຮຽນ ຄື: ກຸ່ມວິຊາ ປັດຊະຍາ ມາກ-ເລນິນ ແລະ ວັດທະນະທຳ; ກຸ່ມວິຊາ ເສດຖະສາດການເມືອງ ມາກ-ເລນິນ; ກຸ່ມວິຊາ ລັດທິສັງຄົມນິຍົມວິທະຍາ, ພົວພັນສາກົນ, ສັງຄົມສາດ, ປ້ອງກັນຊາດ ແລະປ້ອງກັນຄວາມສະຫງົບ, ກຸ່ມວິຊາ ແນວຄິດໄກສອນ ພົມວິຫານ; ກຸ່ມວິຊາ ພື້ນຖານການຄຸ້ມຄອງບໍລິຫານລັດ, ທິດສະດີ ແລະ ກົດໝາຍ, ການບໍລິຫານອົງການ; ກຸ່ມວິຊາ ປະຫວັດສາດພັກ ແລະ ກໍ່ສ້າງພັກ ແລະ ກຸ່ມວິຊາພາກບັງຄັບ. ຊື່ງໄດ້ໃຊ້ເວລາຮຽນຕົວຈີງ 536 ຊົ່ວໂມງ: ຂຶ້ນຫ້ອງບັນຍາຍ 291 ຊົ່ວໂມງ: ກຽມສຳມະນາ 15 ຊົ່ວໂມງ: ສຳມະນາ 63 ຊົ່ວໂມງ ແກ້ຂໍ້ຂ້ອງໃຈ 35 ຊົ່ວໂມງ, ທວນເສັງ 10 ຊົ່ວໂມງ, ສອບເສັງຂຽນ ແລະ ຂຽນບົດລາຍງານ 41 ຊົ່ວໂມງ, ສອບເສັງປາກເປົ່າ 28 ຊົ່ວໂມງ; ລາຍງາຍເພີ່ມ 15 ຊົ່ວໂມງ; ລົງສະໜາມ 7 ຊົ່ວໂມງທັດສະນະສຶກສາ 14 ຊົ່ວໂມງ, ຂຽນບົດເກັບກ່ຽວ 7 ຊົ່ວໂມງ, ປ້ອງກັນໂຄງຮ່າງ 7 ຊົ່ວໂມງ, ແນະນຳການຂຽນບົດ 3 ຊົ່ວໂມງ.ການປະເມີນຜົນການຮຽນແບ່ງອອກເປັນ 2 ຮູບການ ຄື: ສອບເສັງ, ຂຽນບົດລາຍງານປ້ອງກັນບົດຈົບຂັ້ນກາງ ປັດຈຸບັນແມ່ນປ້ອງກັນສຳເລັດ 100% ໃນວັນທີ 3 ກຸມພາ 2026 ແລະໄດ້ ຈັດພິທີມອບ-ຮັບໃບຢັ້ງຢືນໃນວັນທີ 12 ກຸມພາ 2026.ການດຳເນີນການຮຽນ-ການສອນ ແມ່ນໄດ້ດຳເນີນຜ່ານຫຼາຍຂອດຮຽນ ແຕ່ປັດໄຈສຳຄັນຕົ້ນຕໍ ຂອງການຮຽນ-ການສອນ ແມ່ນການຂຶ້ນຫ້ອງຮັບຟັງການບັນຍາຍເນື້ອໃນບົດຮຽນຈາກຄູ-ອາຈານເປັນຫຼັກ, ນອກຈາກນັ້ນ ກໍໄດ້ປະຕິບັດຕາມຂອດຮຽນ ເຊັ່ນ: ການກຽມສຳມະນາ

ດ້ວຍຕົນເອງ ຫຼື ແບ່ງເປັນໜ່ວຍຄົ້ນຄວ້າ ການສຳມະນາເປັນຈຸ ຫຼື ສຳມະນາເປັນລວມຫ້ອງ, ການທວນຄືນ, ການແກ້ຂໍ້ຂ້ອງໃຈ, ການກວດກາ ຫຼື ສອບເສັງຈົບວິຊາ, ການເຄື່ອນໄຫວກິດຈະກຳ, ການໄປທັດສະນະສືກສາ ແລະ ການຂຽນບົດປ້ອງກັນຈົບຂັ້ນ.ການຮຽນທິດສະດີການເມືອງ ແມ່ນນຳໃຊ້ອາຈານປະຈຳຢູ່ພາຍໃນໂຮງຮຽນການເມືອງ ແລະ ການປົກຄອງແຂວງເປັນຕົ້ນຕໍ ມີອາຈານຮັບເຊີນຈາກບັນດາພະແນກການອ້ອມຂ້າງ ແລະມີພະນັກງານບຳນານຈຳນວນໜຶ່ງ.ຊຸດຮຽນທິດສະດີຂັ້ນກາງ ໃນສົກຮຽນປີ 2025 ນີ້ໄດ້ນຳໃຊ້ງົບປະມານ ຂອງລັດເປັນເງິນທັງໝົດຈຳນວນ 352.860.000 ກີບ ການໃຊ້ຈ່າຍງົບຕົ້ນຕໍ ແມ່ນຈ່າຍອັດຕາກິນໃຫ້ແກ່ນັກສຶກສາ, ຈ່າຍຄ່າຊົ່ວໂມງສອນ, ຈ່າຍຄ່າແນະນຳບົດ, ຈ່າຍຄ່າບໍລິຫານຮັບໃຊ້ການຮຽນ-ການສອນ, ຈ່າຍໄປລົງຮາກຖານ, ຈ່າຍຮັບໃຊ້ອາຈານມາຈາກສະຖາບັນ ແລະ ອື່ນໆ ທີ່ຈຳເປັນສຳລັບຊຸດຮຽນ. ຕີລາຄາຜົນໄດ້ຮັບ ຂອງຊຸດຮຽນ ໂດຍຜ່ານການຈັດຕັ້ງປະຕິບັດການຮຽນ-ການສອນ ພວກເຮົາສາມາດຕີລາຄາຜົນໄດ້ຮັບ ຂອງຊຸດຮຽນ ແລະບາງບັນຫາທີ່ຈະໄດ້ສືບຕໍ່ແກ້ໄຂປັບປຸງໃນການປະຕິບັດໂຄງການຫຼັກສູດການຮຽນ-ການສອນຊຸດຮຽນນີ້ ນອກຈາກຮຽນຮູ້ບັນດາຫຼັກມູນທິດສະດີ ແລ້ວຍັງໄດ້ການເຊື່ອມຊຶມກຳແໜ້ນແນວທາງນະໂຍບາຍ ຂອງພັກ ແລະກົດໝາຍ ຂອງລັດ ແລະຄວາມຮູ້ວິທະສາດທີ່ພົວພັນເຖິງວຽກງານວິຊາສະເພາະ ຂອງແຕ່ລະຂົງເຂດ.ຜ່ານການຕີລາຄາຜົນ ຂອງການຄົ້ນຄວ້າຮ່ຳຮຽນການສອບເສັງຢ້ງຄວາມຮັບຮູ້ດ້ວຍຮູບແບບຕ່າງໆ ສາມາດຢັ້ງຢືນໄດ້ວ່ານັກສຶກສາກວມອັດຕາສ່ວນຫຼາຍສາມາດກຳໄດ້ ແລະເຂົ້າໃຈດີຕໍ່ກັບຫຼັກມູນທິດສະດີທີ່ໄດ້ຮຽນມາ, ພ້ອມນັ້ນໄດ້ມີການປັບປຸງທັດສະນະການເຄື່ອນໄຫວປັບປຸງແບບແຜນການດຳລົງຊີວິດ ແລະວິທີການເຮັດວຽກທີມີລັກສະນະເປັນຜູ້ນຳພາ-ຄຸ້ມຄອງພົ້ນເດັ່ນຂຶ້ນ. ນັກສຶກສາໄດ້ຮັບຄວາມຮູ້ພື້ນຖານທາງດ້ານການບໍລິຫານລັດ ແລະກົດໝາຍທີ່ຈຳເປັນຈຳນວນໜຶ່ງ ເຊິ່ງເປັນພື້ນຖານສຳລັບການເຄືອນໄຫວນຳພາ-ຄຸ້ມຄອງ ແລະການປະຕິບັດໜ້າທີ່ວຽກງານ ຂອງພະນັກງານນຳພາ.ສິ່ງທີ່ເປັນໄມ້ຫຼາວັດແທກຜົນສຳເລັດ ຂອງຊຸດແມ່ນສະແດງອອກໃນຜົນ ຂອງການສອບເສັງທຸກໆວິຊາ ແລະປ້ອງກັນບົດຈົບຂັ້ນໄດ້ 100% ລາຍລະອຽດ ຄື: ເກດ A ຄະແນນສະເລ່ຍ 4,0 ມີ 17 ສະຫາຍ ເທົ່າກັບ 34% ເກດ B+ ຄະແນນສະເລ່ຍ 3,5 ມີ 34 ສະຫາຍເທົ່າກັບ 67%.

ຕະ​ຫຼອດ​ໄລ​ຍະ​ການ​ຄົ້ນ​ຄວ້າ​ຮ່ຳ​ຮຽນ​ມີ​ຄະ​ນະ​ຫ້ອງ​ໃນ​ການ​​ນຳ​ພາຊີ​ນຳ​ວຽກ​ງານ​ຮອບ​ດ້ານ​ພາຍ​ໃນ​ຫ້ອງ​ໄດ້​ຮັບ​ຍ້ອງ​ຍໍ​ຈາກ​ທ່ານ​ເຈົ້າ​ແຂວງ​ຈຳ​ນວນ 5 ສະ​ຫາຍ,ຍີງ 2 ສະ​ຫາຍ ແລ​ນັກ​ສືກ​ສາ​ຮຽນ​ດີ​ມີ​ວິ​ໄນ​ໄດ້​ຕາມ​ມາດ​ຖານ​ທີ​ໂຮງ​ຮຽນ​ກຳ​ນົດ​ໄວ້​ໄດ້​ຮັບ​ຍ້ອງ​ຍໍ​ຈາກ​ທ່ານ​ເຈົ້າ​ແຂວງ​ຈຳ​ນວນ 20 ສະ​ຫາຍ,ຍີງ 7 ສະ​ຫາຍ ແລະ​ໄດ້​ຮັບ​ຊົມ​ເຊີຍ​ຈາກ​ທ່ານ​ເຈົ້າ​ແຂວງ​ຈຳ​ນວນ 11 ສະ​ຫາຍ​ ຍີງ 2 ສະ​ຫາຍ. ນອກ​ຈາກ​ນີ້​ຍັງ​ມີ​ນັກ​ສືກ​ສາ​ຈຳ​ນວນ 51 ສະ​ຫາຍ​ໄດ້​ປະ​ກອບ​ສ່ວນ​ດ້ານ​ຂະ​ບວນ​ການ​ເປັນ​ວັດ​ຖຸ​ປັດ​ໃຈ​ເພື່ອ​ພັດ​ທະ​ນາ​ໂຮງ​ຮຽນ​ຕື່ມ​ອີກ.

ໃນຕອນທ້າຍຂອງພິທີດັ່ງກກ່າວທ່ານປະທານ ນາງ ບຸນມີ ຈຸນລະຈັກ ຮອງສະຖາບັນການເມືອງ ການປົກຄອງແຫ່ງຊາດກໍ່ມີຄຳໂອລົມວ່າໄປຄຽງຄູ່ກັບຜົນສຳເລັດທີ່ຍາດມາໄດ້ນັ້ນຊຸດຮຽນຊຸດນີ້ກໍຍັງມີຂໍ້ຫຍຸ້ງຍາກ ແລະ ຂໍ້ຄົງຄ້າງຈຳນວນໜຶ່ງເປັນຕົ້ນແມ່ນການຕອບສະໜອງດ້ານງົບປະມານຍັງບໍ່ທັນພຽງພໍການຈັດຕັ້ງຄຸ້ມຄອງຊຸດຮຽນບາງຂອດຍັງບໍ່ທັນປະຕິບັດໄດ້ດີເທົ່າທີຄວນ ແລະໃນໂອກາດທີ່ມີຄວາມໝາຍຄວາມສຳຄັນນີ້ ຂ້າພະເຈົ້າມີບາງຄຳເຫັນຢາກເນັ້ນຕໍ່ບັນດານັກສືກສາທີ່ໄດ້ສຳເລັດການຮຽນທິດສະດີການເມືອງໃນຄັ້ງນີ້ຄືດັ່ງນີ້:ໃຫ້ເອົາໃຈໃສ່ກຳແໜ້ນຫຼັກມູນທົ່ວໄປຂອງມາກ-ເລນິນ ແລະແນວທາງນະໂຍບາຍ ຂອງພັກເຮົາໃຫ້ມີຄວາມເລີກເຊິ່ງ ເພື່ອນຳໄປຈັດຕັ້ງຜັນຂະຫຍາຍໃຫ້ສອດຄອງກັບສະພາບແວດລ້ອມຕົວຈີງ ຂອງກົມກອງ ທ້ອງຖີ່ນຂອງຕົນເອງໃຫ້ເອົາໃຈໃສ່ໃນການມີສະຕິຕໍ່ການຈັດຕັ້ງເຄົາລົບ ແລະປະຕິບັດກົດລະບຽບ ຂອງພັກ ກົດໝາຍຂອງ ປະຕິບັດລະບຽບ ຂອງກົມກອງ ລະບຽບຫຼັກການຂອງວຽກງານຕ່າງໆໃຫ້ມີຄວາມເຂັ້ມງວດໃຫ້ສືບຕໍ່ຟືກຝັນຫຼໍ່ຫຼອມຕົນເອງສ້າງຄວາມເປັນແບບຢ່າງນຳໜ້າໃນທຸກໆດ້ານໃຫ້ມະຫາຊົນ ປະຊາຊົນ ເຊິ່ງຕໍ່ຈາກນີ້ໄປພາຍຫຼັງທີພວກສະຫາຍໄດ້ສຳເລັດໃນການຄົ້ນຄວ້າຮ່ຳຮຽນທາງດ້ານທິດສະດີແລ້ວ ພວກສະຫາຍຈະກ້າວເຂົ້າສູ່ພາກປະຕິບັດຕົວຈີງ ໝາຍຄວາມວ່າ ທັງເຮັດແລະທັງຮຽນໄປພ້ອມໆກັນ.

ພາບ​/​ຂ່າວ: ປ​ຕ. ວັດ​ທະ​ນາ ພັນ​ລັກ
ບັນ​ນາ​ທິ​ການ: ປ​ທ. ວຽງ​ສະ​ຫວັນ ຈັນ​ທະ​ວິ​ໄຊ

ຂ່າວອື່ນໆ