ໃນຕອນເຊົ້າ ຂອງວັນທີ 9 ກຸມພາ 2026 ຢູ່ທີ່ຫ້ອງປະຊຸມໂຮງຮຽນການເມືອງ ແລະ ການປົກຄອງແຂວງຫຼວງນໍ້າທາ ໄດ້ມີພິທີເປີດຊຸດຮຽນທິດສະດີການເມືອງ ຂັ້ນຕົ້ນ ຮຸ່ນທີ VIIໃຫ້ແກ່ພະນັກງານຫຼັກແຫຼ່ງ ຢູ່ແຂວງຫຼວງນໍ້າທາ ໂດຍການເປັນປະທານ ຂອງ ທ່ານ ປທ ຄຳສີ ດັງສະໄຫວ ກໍາມະການພັກແຂວງ, ເລຂາໜ່ວຍພັກ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ເປັນກຽດເຂົ້າຮ່ວມ ຂອງທ່ານ ອ່ອນຈັນ ຄຳພາວົງ ຮອງເລຂາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ຜູ້ຮັບຜິດຊອບຊີ້ນຳຂົງເຂດວຽກງານການເມືອງ-ແນວຄິດ, ວຽກງານພັກ-ພະນັກງານ, ມີພາກສ່ວນທີ່ກ່ຽວຂ້ອງຂອງແຂວງ, ຄູອາຈານ, ຕະຫຼອດຮອດນັກສຶກສາເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ທ່ານ ປທ ແສງ ເຊືອຍສົມບັດ ຫົວໜ້າຂະແໜງວິຊາການ ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຫຼວງນໍ້າທາ ໄດ້ຜ່ານແຜນການຮຽນ-ການສອນ ທິດສະດີການເມືອງ ຂັ້ນຕົ້ນ ຮຸ່ນທີ VII ໃຫ້ແກ່ພະນັກງານຫຼັກແຫຼ່ງ ຢູ່ແຂວງຫຼວງນໍ້າທາ ປະຈຳປີ 2026 ເພື່ອສ້າງໃຫ້ພະນັກງານຄຸ້ມຄອງ ແລະ ພະນັກງານນໍາພາຮຸ່ນສືບທອດ ຢູ່ບັນດາພະແນກການ-ຫ້ອງການ ຂອງແຂວງ, ບັນດາຂະແໜງການອ້ອມຂ້າງ ມີນັກສຶກສາທັງໝົດ 35 ຄົນ, ຍິງ 14 ຄົນ ຊຶ່ງຈະໄດ້ປະຕິບັດການຮຽນ-ການສອນໄລຍະ 3 ເດືອນ, ລວມ 70 ວັນ, ຮຽນຕົວຈິງ 60 ວັນ, ເທົ່າກັບ 420 ຊົ່ວໂມງ, ເທົ່າກັບ 26,25 ໜ່ວຍກິດ ລວມມີ 7 ກຸ່ມວິຊາຮຽນ ແລະ 1 ບົດລາຍງານຈົບຂັ້ນ ລວມເປັນ 8 ກຸ່ມວິຊາຮຽນ ຄື: ກຸ່ມວິຊາປັດຊະຍາມາກ-ເລນິນ ມີ 7 ບົດ, ກຸ່ມວິຊາເສດຖະສາດການເມືອງມາກ-ເລນິນ ມີ 9 ບົດ, ກຸ່ມວິຊາ ລັດທິສັງຄົມນິຍົມວິທະຍາສາດ, ການເມືອງວິທະຍາ ແລະ ສັງຄົມສາດ ມີ 12 ບົດ, ກຸ່ມວິຊາແນວຄິດໄກສອນ ພົມວິຫານ ມີ 5 ບົດ, ກຸ່ມວິຊາພື້ນຖານການຄຸ້ມຄອງບໍລິຫານ, ທິດສະດີລັດ ແລະ ກົດ ໝາຍ, ເຕັກນິກບໍລິຫານ ມີ 7 ບົດ ແລະ ກຸ່ມວິຊາ: ປະຫວັດສາດພັກ ແລະ ກໍ່ສ້າງພັກ 10 ບົດ, ນອກນັ້ນ ນັກສຶກສາຍັງຈະໄດ້ເຄື່ອນໄຫວກິດຈະກໍາອື່ນໆ ທີ່ທາງໂຮງຮຽນວາງອອກ, ການເປີດຮຽນໄດ້ເລີ່ມແຕ່ວັນທີ 21 ມີນາ 2023 ເຖິງທ້າຍເດືອນພຶດສະພາ 2023 ໃຫ້ສໍາເລັດ.
ໂອກາດດັ່ງກ່າວໄດ້ຜ່ານແຈ້ງການ ຂອງທ່ານເຈົ້າແຂວງ ກ່ຽວກັບການສືບຕໍ່ເປີດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາຂັ້ນຂອງຕົນ ແລະ ຜ່ານເນື້ອໃນຂໍ້ແຂ່ງຂັນ ຂອງໂຮງຮຽນການເມືອງ ແລະ ການປົກຄອງ ແຂວງ ແຕ່ນີ້ຮອດປີ 2030 ເປັນການປະຕິດບັດຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ເພີ່ມທະວີການຈັດຕັ້ງປະຕິບັດໃຫ້ເປັນຂະບວນຟົດຟື້ນ, ມີການຫັນປ່ຽນຢ່າງຕັ້ງໜ້າ ເປັນການປຸກລະດົມສະມາຊິກພັກ, ພະນັກງານ-ລັດຖະກອນ, ຄູ-ອາຈານ ຂອງໂຮງຮຽນການເມືອງ ແລະ ການປົກຄອງແຂວງເຂົ້າຮ່ວມຂະບວນການແຂ່ງຂັນພາຍໃຕ້ຄໍາຂວັນ “ຮັກຊາດ ແລະ ພັດທະນາ” ໂດຍຕິດພັນກັບຂໍ້ແຂ່ງຂັນແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຂອງແຂວງ, 5 ປີຂອງໂຮງ ຮຽນການເມືອງ ແລະ ການປົກຄອງແຂວງ ແລະ ທິດທາງແຜນການ, ຄາດໝາຍສູ້ຊົນ ແຕ່ນີ້ຫາປີ 2030 ໃຫ້ເປັນຂະບວນການຟົດຟື້ນ, ກວ້າງຂວາງ ແລະ ສຳເລັດຕາມລະດັບຄາດໝາຍ ແລະ ຊອກໃຫ້ເຫັນບຸກຄົນທີ່ດີເດັ່ນ ພ້ອມທັງຜ່ານຂໍ້ຕົກລົງ ຂອງທ່ານເຈົ້າແຂວງ ວ່າດ້ວຍການແຕ່ງຕັ້ງຫົວໜ້າຂະແໜງວິຊາການ, ເປັນຮອງຫົວໜ້າໂຮງຮຽນການເມືອງ ແລະການປົກຄອງແຂວງຈຳນວນ 1 ທ່ານ, ແຕ່ງຕັ້ງຮອງຂະແໜງ, ເປັນຫົວໜ້າຂະແໜງຈຳນວນ 1 ທ່ານ ແລະວິຊາການເປັນຮອງຂະແໜງ ຈຳນວນ 1 ທ່ານ .
ໃນໂອກາດພິທີທີ່ມີຄວາມໝາຍຄວາມສຳຄັນນີ້ ທ່ານ ອ່ອນຈັນ ຄຳພາວົງ ຮອງເລຂາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງຫຼວງນໍ້າທາ ຮັບຜິດຊອບຊີ້ນຳຂົງເຂດວຽກງານການເມືອງ-ແນວຄິດ, ວຽກງານພັກ-ພະນັກງານ ໄດ້ໃຫ້ທິດຊີ້ນຳ ແລະ ເນັ້ນໜັກຫຼາຍບັນຫາ ໂດຍສະເພາະໃຫ້ເອົາໃຈໃສ່ສຶກສາຮໍ່າຮຽນເອົາດ້ານທິດສະດີການເມືອງ, ທິດສະດີ ມາກ-ເລນິນ, ດ້ານຄຸນສົມບັດສິນທໍາປະຕິບັດ, ແບບແຜນວິທີເຮັດວຽກ, ຄວາມສາມັກຄີ, ຄວາມເປັນແບບຢ່າງ ແລະ ນໍາເອົາຄວາມຮູ້ຄວາມສາມາດເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນໄລຍະໃໝ່ໃຫ້ມີຄວາມກ້າວໜ້າຂຶ້ນເລື້ອຍໆ ຕິດພັນກັບການປະຕິດບັດຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ເພີ່ມທະວີການຈັດຕັ້ງປະຕິບັດໃຫ້ເປັນຂະບວນຟົດຟື້ນໃຫ້ຊອກໄດ້ບຸກຄົນທີ່ດີເດັ່ນ.
ຂ່າວ/ພາບ: ໄຊຍະເດດ ບຸນພະມາ
ບັນນາທິການ: ປທ ວຽງສະຫວັນ ຈັນທະວິໄຊ
