ໃນລະຫວ່າງວັນທີ 11-13 ກຸມພາ 2026, ຢູ່ທີ່ທ່າລາດ ແຂວງວຽງຈັນ, ສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ຈັດກອງປະຊຸມຝຶກອົບຮົມພາຍໃຕ້ຫົວຂໍ້: ວິທີສິດສອນວິຊາ ແນວຄິດ ໄກສອນ ພົມວິຫານ ແລະ ວິທີວິທະຍາການນຳໃຊ້ປັນຍາປະດິດ (AI) ເຂົ້າໃນການສິດສອນວິຊາ ແນວຄິດ ໄກສອນ ພົມວິຫານ.

         ກອງປະຊຸມຄັ້ງນີ້ ໄດ້ຮັບກຽດຢ່າງສູງໂດຍການເປັນປະທານ ແລະ ກ່າວເປີດຂອງ ທ່ານ ຮສ ປອ ດາວສະຫວັນ ເຄືອມີໄຊ, ກຳມະການສຳຮອງສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ. ນອກຈາກນີ້ ຍັງມີ ທ່ານ ຮສ. ປອ ນາງ ລຳພູນ ດວນສຸວັນ, ຄະນະບໍລິຫານງານພັກ ສມປຊ, ຫົວໜ້າສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ພ້ອມດ້ວຍວິທະຍາກອນຜູ້ຊົງຄຸນວຸດທິຈາກມະຫາວິທະຍາໄລແຫ່ງຊາດ, ມີສຳມະນາກອນພາຍໃນ ສມປຊ ແລະຈາກໂຮງຮຽນການເມືອງ ແລະ ການປົກຄອງແຂວງວຽງຈັນ ເຂົ້າຮ່ວມຢ່າງພ້ອມພຽງ.

         ການຝຶກອົບຮົມຄັ້ງນີ້ບໍ່ແມ່ນພຽງແຕ່ການຍົກລະດັບເຕັກນິກການສອນທົ່ວໄປ, ແຕ່ແມ່ນການ ປັກສະໜໍ ທາງດ້ານແນວຄິດໃຫ້ໝັ້ນຄົງ. ທ່ານປະທານກອງປະຊຸມໄດ້ເນັ້ນໜັກວ່າ: ແນວຄິດ ໄກສອນ ພົມວິຫານ ແມ່ນເຂັມທິດເຍືອງທາງທີ່ສຳຄັນຂອງພັກ ແລະ ລັດເຮົາ. ສະນັ້ນ, ການຊອກຫາວິທີວິທະຍາການສິດສອນແບບໃໝ່ ຫຼື ການສິດສອນແບບຕັ້ງໜ້າ ຈະຊ່ວຍໃຫ້ຜູ້ຮຽນສາມາດເຂົ້າເຖິງເນື້ອໃນຈິດໃຈຂອງທິດສະດີໄດ້ຢ່າງເລິກເຊິ່ງ, ສາມາດນຳໄປຜັນຂະຫຍາຍເຂົ້າໃນວຽກງານຕົວຈິງໄດ້ຢ່າງປະດິດສ້າງ.

         ຕະຫຼອດໄລຍະ 3 ວັນ, ນັກສໍາມະນາກອນໄດ້ສຸມໃສ່ການຄົ້ນຄວ້າ ແລະ ຖອດຖອນບົດຮຽນໃນຫຼາຍຫົວຂໍ້ທີ່ສຳຄັນ ເຊິ່ງສາມາດແບ່ງອອກເປັນ 2 ເສົາຄ້ຳຫຼັກດັ່ງນີ້:

1. ດ້ານວິທີການສິດສອນ ແລະ ວິຊາການ:

  • ການສິດສອນແບບໃໝ່: ເນັ້ນການມີສ່ວນຮ່ວມ ແລະ ການກະກຽມບົດສອນທີ່ລະອຽດ ເພື່ອເຮັດໃຫ້ການສໍາມະນາພາຍໃນຫ້ອງຮຽນມີບັນຍາກາດຟົດຟື້ນ ແລະ ມີຄຸນນະພາບ.
  • ມາດຕະຖານວິຊາການ: ການຮຽນຮູ້ວິທີການອ້າງອີງທາງວິຊາການໃນຮູບແບບ APA ແລະ Chicago ເພື່ອຍົກລະດັບບົດວິໄຈ ແລະ ບົດສອນໃຫ້ມີຄວາມເປັນສາກົນ ແລະ ໜ້າເຊື່ອຖື.

2. ດ້ານການນຳໃຊ້ປັນຍາປະດິດ (AI):

  • AI ໃນຖານະຜູ້ຊ່ວຍ: ການນຳໃຊ້ Gemini ແລະ ເຄື່ອງມື AI ອື່ນໆ ເພື່ອຊ່ວຍໃນການວາງແຜນການສອນ, ການສ້າງບົດບັນລະຍາຍ ແລະ ການຜະລິດສື່ການສອນທີ່ທັນສະໄໝ.
  • ການສ້າງສື່ປະດິດສ້າງ: ການນຳໃຊ້ໂປຼແກມ Canva ເພື່ອສ້າງພາບປະກອບ ແລະ ສະໄລການສອນທີ່ມີຄວາມດຶງດູດໃຈ.
  • ຈະລິຍະທຳ ແລະ ຂໍ້ຄວນລະວັງ: ການນຳໃຊ້ເຕັກໂນໂລຊີຕ້ອງຄຽງຄູ່ກັບ ຈັນຍາບັນ ແລະ ຈັນຍາທຳ. ນີ້ແມ່ນຈຸດທີ່ສຳຄັນທີ່ສຸດໃນມູມມອງການເມືອງ, ເພາະການນຳໃຊ້ AI ຕ້ອງຮັບໃຊ້ແນວທາງຂອງພັກຢ່າງຖືກຕ້ອງ ແລະ ບໍ່ໃຫ້ບິດເບືອນຄວາມເປັນຈິງ.

       ຜ່ານການຝຶກອົບຮົມ, ສຳມະນາກອນທັງໝົດ 15 ທ່ານ (ຍິງ 4 ທ່ານ) ໄດ້ສະແດງໃຫ້ເຫັນເຖິງຄວາມຕັ້ງໃຈ ແລະ ຄວາມເປັນເອກະພາບທາງດ້ານທັດສະນະ. ການນຳເອົາປັນຍາປະດິດເຂົ້າບວກກັບທິດສະດີການເມືອງ ຖືເປັນການບຸກທະລຸທາງດ້ານຈິນຕະນາການ, ເຮັດໃຫ້ການສິດສອນວິຊາ ແນວຄິດ ໄກສອນ ພົມວິຫານ ບໍ່ແມ່ນເລື່ອງທີ່ຫຍຸ້ງຍາກ ຫຼື ໜ້າເບື່ອອີກຕໍ່ໄປ, ແຕ່ເປັນວິຊາທີ່ມີຊີວິດຊີວາ ແລະ ສອດຄ່ອງກັບຍຸກສະໄໝດີຈີຕອນ.

         ໃນຕອນທ້າຍຂອງກອງປະຊຸມ, ທ່ານ ປທ ໄພຈິດ ສຸວັນນະພູມ ໄດ້ສະຫຼຸບສັງລວມໝາກຜົນ, ແລະ ໄດ້ຮັບກຽດປິດພິທີໂດຍ ທ່ານ ຮສ. ປອ ນາງ ລຳພູນ ດວນສຸວັນ. ທ່ານໄດ້ເນັ້ນໜັກໃຫ້ສຳມະນາກອນທຸກທ່ານ ຈົ່ງນຳເອົາຄວາມຮູ້ທີ່ໄດ້ຮັບໄປໝູນໃຊ້ເຂົ້າໃນໜ້າທີ່ວຽກງານຕົວຈິງ, ສືບຕໍ່ຄົ້ນຄວ້າຮ່ຳຮຽນດ້ວຍຕົນເອງ ເພື່ອສ້າງບົດຮຽນທີ່ດີໃນການສິດສອນ ແລະ ເປັນແບບຢ່າງທີ່ດີໃຫ້ແກ່ນັກສຶກສາການເມືອງ-ການປົກຄອງ ໃນທົ່ວປະເທດ.

ຂ່າວ: ປທ ຕາອັອດ ແສນທະວີສຸກ
ພາບ: ສູນຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ
ບັນນາທິການ: ປທ ບຸນປັນ ສຸມຸນທອງ

ຂ່າວອື່ນໆ