ຄະນະພັກ, ຄະນະນຳ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໃຊ້ສິດປ່ອນບັດເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ຢ່າງເປັນຂະບວນຄຶກຄື້ນ
ໃນວັນທີ 22 ກຸມພາ 2026 ເຊິ່ງຖືເປັນວັນທີ່ມີຄວາມໝາຍຄວາມສຳຄັນທາງປະຫວັດສາດການເມືອງຂອງຊາດລາວ, ທົ່ວປະເທດໄດ້ຈັດໃຫ້ມີການປ່ອນບັດເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊຸດທີ V. ສະພາບບັນຍາກາດໃນທົ່ວນະຄອນຫຼວງວຽງຈັນ ແມ່ນເຕັມໄປດ້ວຍຄວາມຟົດຟື້ນມ່ວນຊື່ນ ແລະ ເປັນຂະບວນການຢ່າງກວ້າງຂວາງ. ໃນນັ້ນ, ຄະນະພັກ, ຄະນະນຳ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ເຊິ່ງໄດ້ດຳເນີນໄປຢ່າງສົມກຽດ, ສະແດງໃຫ້ເຫັນເຖິງຄວາມເປັນນ້ຳໜຶ່ງໃຈດຽວກັນ ລະຫວ່າງການນຳຂັ້ນສູງ ແລະ…
