ເພື່ອເປັນການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ເຂົ້າສູ່ວຽກງານກໍ່ສ້າງພະນັກງານນຳພາ-ຄຸ້ມຄອງ ໃຫ້ມີຄຸນນະພາບໃໝ່, ໃນລະຫວ່າງວັນທີ 17-20 ກຸມພາ 2026, ກົມຄຸ້ມຄອງການຮຽນ-ການສອນ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ຈັດຕັ້ງຊຸດຝຶກອົບຮົມໃນຫົວຂໍ້: “ຄຸ້ມຄອງບໍລິຫານຫຼັກສູດ” ຂຶ້ນຢ່າງເປັນທາງການ ຢູ່ທີ່ເມືອງວັງວຽງ, ແຂວງວຽງຈັນ.

         ການຝຶກອົບຮົມຄັ້ງນີ້ ແມ່ນບາດກ້າວອັນສຳຄັນທາງດ້ານການເມືອງ ແລະ ວິຊາສະເພາະ ເພື່ອແນໃສ່ຍົກສູງຄຸນນະພາບການສຶກສາທິດສະດີການເມືອງ ໃຫ້ສອດຄ່ອງກັບມາດຕະຖານການສຶກສາແຫ່ງຊາດ ແລະ ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່.

         ພິທີເປີດຊຸດຝຶກອົບຮົມ ໄດ້ຮັບກຽດເຂົ້າຮ່ວມ ແລະ ໂອ້ລົມຊີ້ນຳໂດຍ ທ່ານ ຮສ ປອ ດາວສະຫວັນ ເຄືອມີໄຊ ກຳມະການສຳຮອງສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າ ສມປຊ. ໃນບົດໂອ້ລົມ, ທ່ານໄດ້ເນັ້ນໜັກເຖິງຄວາມສຳຄັນທາງດ້ານການເມືອງຂອງການຝຶກອົບຮົມຄັ້ງນີ້ ໂດຍຊີ້ໃຫ້ເຫັນວ່າ:

  • ຊຸດຝຶກອົບຮົມຄັ້ງນີ້ ຈັດຂຶ້ນໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວ ພວມຕັ້ງໜ້າຜັນຂະຫຍາຍເນື້ອໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຢ່າງເປັນຂະບວນຟົດຟື້ນ.
  • ເພື່ອຜັນຂະຫຍາຍທິດຊີ້ນຳຂອງພັກ ກ່ຽວກັບການປັບປຸງການຮຽນ-ການສອນ ຢູ່ໃນໂຮງຮຽນຂອງພັກ, ສມປຊ ຈຶ່ງໄດ້ເອົາໃຈໃສ່ປັບປຸງໂຄງການຫຼັກສູດຕ່າງໆ ຢ່າງເປັນລະບົບ.
  • ການປັບປຸງດັ່ງກ່າວກວມເອົາ ທັງລະບົບກໍ່ສ້າງໄລຍະຍາວ (ປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກ) ໃຫ້ເຂົ້າສູ່ມາດຕະຖານການສຶກສາແຫ່ງຊາດ.
  • ພ້ອມກັນນັ້ນ, ຍັງໄດ້ເອົາໃຈໃສ່ກໍ່ສ້າງ ແລະ ປັບປຸງໂຄງການຫຼັກສູດທິດສະດີການເມືອງ 3 ຂັ້ນ (ຂັ້ນຕົ້ນ, ຂັ້ນກາງ ແລະ ຂັ້ນສູງ) ທີ່ໄດ້ຈັດຕັ້ງປະຕິບັດໃນຂອບເຂດທົ່ວປະເທດນັບແຕ່ປີ 2022 ເປັນຕົ້ນມາ.

         ທ່ານ ຮສ ປອ ດາວສະຫວັນ ຍັງໄດ້ຍົກໃຫ້ເຫັນຕື່ມວ່າ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃໝ່, ສມປຊ ຍັງໄດ້ສ້າງ ແລະ ປັບປຸງຫຼັກສູດໄລຍະສັ້ນຈຳນວນ 10 ກວ່າຫຼັກສູດ ເຊັ່ນ: ຫຼັກສູດເລຂາພັກເມືອງ-ຄະນະປະຈຳພັກເມືອງ (10 ວັນ) ແລະ ຫຼັກສູດທິດສະດີສຳລັບວິສາຫະກິດຂອງລັດ (5 ວັນ) ເປັນຕົ້ນ. ດັ່ງນັ້ນ, ການຍົກລະດັບຄວາມສາມາດໃນການ “ຄຸ້ມຄອງບໍລິຫານຫຼັກສູດ” ຈຶ່ງເປັນກຸນແຈສຳຄັນ ໃນການຮັບປະກັນຄຸນນະພາບການກໍ່ສ້າງພະນັກງານຫຼັກແຫຼ່ງຂອງພັກ-ລັດ.

       ຊຸດຝຶກອົບຮົມດັ່ງກ່າວ ມີຜູ້ເຂົ້າຮ່ວມທັງໝົດ 30 ສະຫາຍ, ຍິງ 07 ສະຫາຍ ເຊິ່ງເປັນຕົວແທນຈາກກົມ, ຫ້ອງການ, ສູນ ແລະ ຄະນະຕ່າງໆ ອ້ອມຂ້າງ ສມປຊ. ຈຸດພິເສດທີ່ສະແດງໃຫ້ເຫັນເຖິງການຮ່ວມມືອັນແໜ້ນແຟ້ນລະຫວ່າງສະຖາບັນການສຶກສາຂອງພັກ ແລະ ລັດ ແມ່ນການໄດ້ຮັບການສະໜອງວິທະຍາກອນຜູ້ຊ່ຽວຊານ ຈາກກະຊວງສຶກສາທິການ ແລະ ກິລາ ມາເປັນຜູ້ບັນຍາຍ ແລະ ນຳພາຈັດຕັ້ງປະຕິບັດຕົວຈິງ. ການຍົກລະດັບວຽກງານຄຸ້ມຄອງຫຼັກສູດໃນຄັ້ງນີ້ ບໍ່ພຽງແຕ່ແມ່ນວຽກງານເຕັກນິກວິຊາການເທົ່ານັ້ນ, ແຕ່ຕິດພັນຢ່າງສະໜິດແໜ້ນກັບການກໍ່ສ້າງພະນັກງານ. ຕະຫຼອດໄລຍະການຝຶກອົບຮົມ 4 ວັນ ເປັນເວລາອັນມີຄ່າທີ່ສຳມະນາກອນໄດ້ຄົ້ນຄວ້າຫຼາຍຫົວຂໍ້ສຳຄັນ ປະກອບມີ:

  • ການພັດທະນາ ແລະ ການສ້າງຫຼັກສູດ.
  • ການຄິດໄລ່ເກັບໜ່ວຍກິດ ແລະ ການສ້າງແຜນການຮຽນ-ການສອນ ໃຫ້ສອດຄ່ອງກັບມາດຕະຖານ.
  • ການປະເມີນຄຸນນະພາບການຮຽນ-ການສອນ ແລະ ເຕັກນິກການກວດກາເຕັກນິກ.

         ການຄົ້ນຄວ້າບັນຫາເຫຼົ່ານີ້ ແມ່ນແນໃສ່ທົບທວນຄືນສະພາບການຈັດຕັ້ງປະຕິບັດໄລຍະຜ່ານມາ, ຊອກໃຫ້ເຫັນດ້ານຕັ້ງໜ້າທີ່ເປັນຜົນສຳເລັດ ເພື່ອຜັນຂະຫຍາຍ, ແລະ ຊອກໃຫ້ເຫັນດ້ານອ່ອນຄົງຄ້າງ ເພື່ອປັບປຸງແກ້ໄຂ. ເຖິງແມ່ນວ່າຈະມີຂໍ້ຈຳກັດດ້ານເວລາ ແລະ ບາງຫົວຂໍ້ຍັງເປັນບັນຫາໃໝ່ສຳລັບສຳມະນາກອນຈຳນວນໜຶ່ງ , ແຕ່ກອງປະຊຸມກໍສາມາດສ້າງຄວາມເປັນເອກະພາບກັນທາງດ້ານຄວາມຮັບຮູ້ໄດ້ຢ່າງໜ້າເພິ່ງພໍໃຈ.

       ເພື່ອຮັບປະກັນຫຼັກການ “ທິດສະດີ ໄປຄຽງຄູ່ກັບພຶດຕິກຳ”, ນອກຈາກການຮຽນຮູ້ທາງດ້ານວິຊາການແລ້ວ, ສຳມະນາກອນຍັງໄດ້ຮັບຟັງການລາຍງານສະພາບການພັດທະນາເສດຖະກິດ-ສັງຄົມ ຈາກຄະນະນຳຂອງເມືອງວັງວຽງ ແຂວງວຽງຈັນ. ຄຽງຄູ່ກັນນັ້ນ, ຍັງໄດ້ລົງທັດສະນະສຶກສາສະຖານທີ່ສຳຄັນຈຳນວນໜຶ່ງ ຂອງເມືອງວັງວຽງ. ກິດຈະກຳດັ່ງກ່າວ ແມ່ນເພື່ອເປັນບົດຮຽນທາງດ້ານພຶດຕິກຳຕົວຈິງ, ເຊິ່ງຈະຊ່ວຍໃຫ້ຄູ-ອາຈານ ສາມາດໝູນໃຊ້ເຂົ້າໃນການຮຽນ-ການສອນ ໃຫ້ມີຄຸນນະພາບສູງຂຶ້ນໃນຕໍ່ໜ້າ. ພາຍຫຼັງດຳເນີນມາຢ່າງຟົດຟື້ນ, ຊຸດຝຶກອົບຮົມໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ.

         ພິທີປິດໄດ້ຈັດຂຶ້ນຢ່າງສົມກຽດ ໂດຍໄດ້ຮັບກຽດເປັນປະທານຂອງ ທ່ານ ປອ ສຸພາວະດີ ຫຼ້າຄຳສາຍ ຫົວໜ້າກົມຄຸ້ມຄອງການຮຽນ-ການສອນ. ຜ່ານການຕີລາຄາ, ສາມາດຢັ້ງຢືນໄດ້ວ່າ ສຳມະນາກອນໄດ້ມີຄວາມຮັບຮູ້ເຂົ້າໃຈໃນລະດັບທີ່ແນ່ນອນ ແລະ ສາມາດນຳໄປໝູນໃຊ້ເຂົ້າໃນການສ້າງຫຼັກສູດ, ການກຳນົດໜ່ວຍກິດ ແລະ ສ້າງແຜນການຮຽນ-ການສອນ ໃຫ້ມີຄຸນນະພາບສູງຂຶ້ນ.

         ຜົນສຳເລັດໃນຄັ້ງນີ້ ໄດ້ຢັ້ງຢືນໃຫ້ເຫັນວ່າ: ການນຳພາ-ຊີ້ນຳ ຂອງຄະນະນຳສະຖາບັນ, ການຮ່ວມມືຈາກກະຊວງສຶກສາທິການ ແລະ ກິລາ, ແລະ ຄວາມເປັນເຈົ້າການຂອງສຳມະນາກອນ ແມ່ນປັດໄຈສຳຄັນທີ່ຮັບປະກັນປະສິດທິຜົນຂອງການຝຶກອົບຮົມ. ເພື່ອຮັບປະກັນຄວາມຍືນຍົງ, ໄດ້ມີການຮຽກຮ້ອງໃຫ້ຜູ້ທີ່ເຂົ້າຝຶກອົບຮົມ ຕ້ອງສືບຕໍ່ຜັນຂະຫຍາຍ ແລະ ຖ່າຍທອດບົດຮຽນ, ປະສົບການ ໃຫ້ພະນັກງານ, ຄູ-ອາຈານໃນຂົງເຂດຄວາມຮັບຜິດຊອບຂອງຕົນ ຢ່າງກວ້າງຂວາງ ແລະ ເລິກເຊິ່ງ. ການຍົກລະດັບຄວາມສາມາດໃນການຄຸ້ມຄອງບໍລິຫານຫຼັກສູດ ບໍ່ພຽງແຕ່ເປັນການພັດທະນາທາງດ້ານວິຊາການ, ແຕ່ແມ່ນການປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນພາລະກິດການກໍ່ສ້າງພະນັກງານຂອງພັກ-ລັດ, ຮັບປະກັນໃຫ້ ສມປຊ ກາຍເປັນສູນກາງການສຶກສາທິດສະດີການເມືອງ ທີ່ເຂັ້ມແຂງ ແລະ ທັນສະໄໝ ຕາມອຸດົມການຂອງພັກຢ່າງແທ້ຈິງ.

                                                               ຂ່າວ: ປທ ຕາອັອດ ແສນທະວີສຸກ

ຮູບພາບ: ກົມຄຸ້ມຄອງການຮຽນ-ການສອນ.

                                                               ບັນນາທິການ: ປທ ວຽງສະຫວັນ ຈັນທະວິໄຊ